ທ່ານນາງດາລານີພົມມະວົງສາໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍທີ່ໄດ້ກະກຽມເນື້ອໃນເຫັນວ່າອຸດົມສົມບູນຈະແຈ້ງແລະຮັດກຸມພໍສົມຄວນພ້ອມດຽວກັນກໍສະໜັບສະໜູນການສະເໜີຂອງລັດຖະມົນຕີກະຊວງສາທາລະສຸກກ່ຽວກັບຄວາມສໍາຄັນຂອງກົດໝາຍດັ່ງກ່າວຈະຊ່ວຍໃນການດັດປັບການເຄື່ອນໄຫວສັງຄົມຂອງປະເທດພວກເຮົາລວມທັງຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ,ວັດທະນະທໍາ-ສັງຄົມທີ່ເກີດຂຶ້ນຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ.ຊຶ່ງຜ່ານມາປະສົບການຂອງພວກເຮົາກໍໄດ້ເຫັນເຫດການໃນປີ 2024 ໄດ້ມີນັກທ່ອງທ່ຽວເສຍຊີວິດຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າທີ່ປົນເປື້ອນສານເຄມີຕ່າງໆຊຶ່ງເຮັດໃຫ້ເກີດຄວາມເສຍຫາຍຕໍ່ພາບພົດແລະຊື່ສຽງຂອງປະເທດເຫດການດັ່ງກ່າວເກີດຂຶ້ນສ່ວນໜຶ່ງກໍອາດຈະມາຈາກກົດໝາຍແລະລະບຽບການທີ່ຍັງບໍ່ທັນຮັດກຸມ.
ໃນໂອກາດປັບປຸງກົດໝາຍດັ່ງກ່າວນີ້,ສະເໜີບາງຄໍາເຫັນຕໍ່ກັບມາດຕາ 6 ສ່ວນຕົວກໍເຫັນດີຕໍ່ເນື້ອໃນດັ່ງກ່າວພວກເຮົາຄວນຈະຕ້ອງມີຄວາມຕັດສິນໃຈສູງເພື່ອປັບປຸງປ່ຽນແປງພຶດຕິກໍາສັງຄົມຖ້າປະຕິບັດໄດ້ກໍຈະສົ່ງເສີມຫຼືວ່າສົ່ງຜົນດີໃນວົງກ້ວາງໃຫ້ສັງຄົມບໍ່ວ່າຈະເປັນຂົງເຂດການສຶກສາ, ສາທາລະນະສຸກ, ວັດທະນະທໍາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລະອື່ນໆລວມທັງປະຊາຊົນທ້ອງຖິ່ນຊຶ່ງຢູ່ໃນນະໂຍບາຍຂອງພັກແລະລັດຖະບານກໍໄດ້ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ. ສະນັ້ນ,ວັດທະນະທໍາອັນໃດທີ່ບໍ່ດີຫຼືວ່າບໍ່ງາມແມ່ນສາມາດປັບປຸງປ່ຽນແປງໄດ້ແລະເຊື່ອໜັ້ນວ່າພວກເຮົາມີຄະນະກໍາມະການຊຶ່ງເອີ້ນວ່າ: ຄະນະກໍາມະການເພື່ອການຄວບຄຸມຢາສູບແລະເຄື່ອງດື່ມທີ່ມີທາດເຫຼົ້າຕາມດຳລັດ 258ເຊື່ອວ່າຄະນະດັ່ງກ່າວຈະໄດ້ມີການວາງແຜນຄົ້ນຄວ້າກະກຽມການຈັດຕັ້ງປະຕິບັດຫຼືວິທີການແລະມາດຕະການໄວ້,ຕໍ່ກັບມາດຕາ 40 ການຊື້ຂາຍຍ່ອຍໄດ້ກໍານົດເວລາ 16 ໂມງຫາ 23 ໂມງນັ້ນຄວນຈະກໍານົດຢູ່ໃນມາດຕາ 65 ຕື່ມໃຫ້ເປັນພັນທະຂອງຜູ້ຈໍາໜ່າຍແລະບໍລິການຕື່ມເພື່ອໃຫ້ຊັດເຈນຂຶ້ນ. ສໍາລັບມາດຕາ 67ຂໍ້ຫ້າມທົ່ວໄປໃນຂໍ້ທີ 5 ໄດ້ຫ້າມບໍ່ໃຫ້ຜູ້ມີອາຍຸຕໍ່າກວ່າ 18ປີບໍລິໂພກຊື້ຂາຍໃນສະຖານທີ່ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າສະເໜີໃຫ້ໃສ່ວ່າ: ໃນແລະນອກສະຖານທີ່ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າເພື່ອບໍ່ໃຫ້ເປັນຊ່ອງວ່າງ; ພ້ອມນີ້ມາດຕາ 78 ສິດແລະໜ້າທີ່ຂອງຂະແໜງວັດທະນະທໍາແລະການທ່ອງທ່ຽວສະເໜີເພີ່ມຕື່ມວ່າຄົ້ນຄວ້ານໍາສະເໜີນະໂຍບາຍແລະມາດຕະການຄວບຄຸມການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນໃສ່ຕື່ມເພື່ອເປີດກວ້າງໃຫ້ຂະແໜງດັ່ງກ່າວໄດ້ສາມາດຄົ້ນຄວ້າກໍານົດເງື່ອນໄຂມາດຕະຖານການຈັດລະດັບຄຸນະພາບການບໍລິການຂອງບັນດາກິດຈະການໃນຂົງເຂດວຽກງານວັດທະນະທໍາແລະການທ່ອງທ່ຽວທັງເປັນການຜັນຂະຫຍາຍເນື້ອໃນກົດໝາຍສະບັບດັ່ງກ່າວເຂົ້າໃນຂົງເຂດວຽກງານຕົວຈິງ.ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ຄໍາເຫັນ