ທ່ານພູວົງອຸ່ນຄໍາແສນສສຊເຂດເລືອກຕັ້ງທີ9 ແຂວງຊຽງຂວາງໄດ້ປະກອບຄໍາເຫັນແລະສະເໜີໃຫ້ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໂດຍເນັ້ນໜັກເຖິງຄວາມສຳຄັນໃນການປົກປ້ອງຊີວິດແລະສຸຂະພາບຂອງປະຊາຊົນບັນດາເຜົ່າເປັນຕົ້ນມາດຕາ 31 (ການຄວບຄຸມຄຸນນະພາບ) ໄດ້ສະເໜີໃຫ້ກຳນົດມາດຕະຖານດ້ານເຕັກນິກແລະການຜະລິດໃຫ້ມີຄວາມຊັດເຈນເຊັ່ນ: ການກຳນົດອັດຕາສ່ວນຂັ້ນຕໍ່າ-ສູງສຸດຂອງເຫຼົ້າຂາວ, ເຫຼົ້າສາໂທແລະເຄື່ອງດື່ມອື່ນໆເພື່ອໃຫ້ສາມາດກວດກາແລະເປັນມາດຕະຖານຂອງຊາດໄດ້.ມາດຕາ 39 (ສະຖານທີ່ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ) ໄດ້ເນັ້ນໜັກໃຫ້ມີຄວາມຊັດເຈນກ່ຽວກັບຄວາມໝາຍຂອງສະຖານທີ່ບັນເທີງແລະການກຳນົດມາດຕະການໃນກໍລະນີທີ່ສະຖານທີ່ບັນເທີງເກີດຂຶ້ນກ່ອນການປະກາດໃຊ້ກົດໝາຍເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຜູ້ປະກອບການ, ມາດຕາ 40 (ການຊື້-ການຂາຍ) ໄດ້ສ່ອງແສງເຖິງຄວາມເປັນຈິງໃນທາງປະຕິບັດກ່ຽວກັບເວລາກຳນົດການຂາຍ (ຕົວຢ່າງ: ການກຳນົດເວລາຂາຍນັບແຕ່ 4 ໂມງແລງເຖິງ 11 ໂມງກາງຄືນ) ຊຶ່ງອາດຈະສ້າງຄວາມຫຍຸ້ງຍາກໃຫ້ຜູ້ປະກອບການທຸລະກິດຈຶ່ງສະເໜີໃຫ້ພິຈາລະນາຄວາມເໝາະສົມຕາມສະພາບສັງຄົມ, ມາດຕາ 70 (ຂໍ້ຫ້າມສຳລັບຜູ້ບໍລິໂພກ) ແລະມາດຕາ 75 (ສິດແລະພັນທະຂອງແຕ່ລະພາກສ່ວນ) ສະເໜີໃຫ້ທົບທວນຄືນຂໍ້ຫ້າມຕ່າງໆໂດຍສະເພາະແມ່ນການເຜີຍແຜ່, ການປະສານງານກັບຂະແໜງການທີ່ກ່ຽວຂ້ອງເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງສຸດສອດຄ່ອງກັບສະພາບຕົວຈິງຂອງສັງຄົມລາວ. (ຂ່າວ-ພາບ: ແສງຈັນ+ບຸນອຸ້ມ)
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຄໍາເຫັນ