ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ຄວາມຈາເປນ ໃນການປບປງຮາງກດໝາຍ ວາດວຍການຄວບຄມເຄອງດມທມທາດເຫາ - image 1
 

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນສະພາບຄວາມເປັນມາຂອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014ຊຶ່ງເປັນນິຕິກຳ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ຂະແໜງສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງມາເປັນໄລຍະເວລາຫຼາຍກວ່າ 12 ປີ.ປັດຈຸບັນ ຍ້ອນສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ສົມທົບກັບການຂະຫຍາຍຕົວຂອງທຸລະກິດຜະລິດເຄື່ອງດື່ມທີ່ມີທາດເຫຼົ້າພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ກໍເພີ່ມຂຶ້ນຫຼາຍເທົ່າຕົວ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກກໍຄືປະຊາຊົນລາວບັນດາເຜົ່າ ລວມທັງນັກທ່ອງທ່ຽວຕ່າງປະເທດ.

ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ, ເຫັນໄດ້ວ່າ ຫຼາຍມາດຕາແມ່ນຍັງບໍ່ທັນມີຄວາມຮັດກຸມໂດຍສະເພາະ ການຄຸ້ມຄອງການຜະລິດເຫຼົ້າແບບຄອບຄົວໃນຊຸມຊົນ, ການໂຄສະນາຂອງພາກທຸລະກິດທີ່ສົ່ງເສີມໃຫ້ເຍົາວະຊົນ-ຊາວໜຸ່ມມີຄ່ານິຍົມໃນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍຫຼາຍຮູບແບບ ແລະ ກາຍເປັນວັດທະນະທໍາໃນການດໍາລົງຊີວິດທີ່ສົ່ງຜົນກະທົບຕໍ່ສຸຂະພາບຢ່າງກວ້າງຂວາງ, ການຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າຍັງບໍ່ທັນມີການກໍານົດລະບຽບການຄຸ້ມຄອງ ແລະ ອອກອະນຸຍາດທີ່ຊັດເຈນໃນດ້ານເວລາ-ສະຖານທີ່ລວມທັງມາດຕະການປັບໃໝຕໍ່ຜູ້ລະເມີດຍັງເບົາບາງ, ບໍ່ໜັກແໜ້ນ ແລະ ບໍ່ໄດ້ກຳນົດຊັດເຈນໃນກົດໝາຍ, ສົ່ງຜົນໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ ເປັນຕົ້ນການບໍລິໂພກເຫຼົ້າບໍ່ໄດ້ຮັບການກວດກາຢັ້ງຢືນຄຸນນະພາບ ຊຶ່ງເປັນຜະລິດຕະພັນທີ່ຜະລິດເອງໃນງານບຸນປະເພນີຕ່າງໆຂອງທ້ອງຖິ່ນ, ເຫດການອຸບັດເຫດຕາມທ້ອງຖະໜົນເພີ່ມຂຶ້ນ ສ້າງຜົນກະທົບທາງດ້ານສຸຂະພາບ, ເສດຖະກິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງກົດໝາຍການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ກໍມີການມອບພັນທະອາກອນທີ່ເພີ່ມຂື້ນ ນັ້ນກໍສະແດງໃຫ້ເຫັນວ່າ ການບໍລິໂພກເຄື່ອງດື່ມທີ່ທາດເຫຼົ້າໃນ ສປປ ລາວ ເພີ່ມຂຶ້ນເຊັ່ນດຽວກັນ. ແຕ່ສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້ານີ້ມີຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ດື່ມ ແຕ່ວ່າການເກັບອາກອນສຸຂະພາບຈາກປະເພດສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງຢາສູບ ແລະ ທາດຫວານໃນສປປ ລາວ ເຫັນວ່າຍັງຕໍ່າຫຼາຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ລາຄາສິນຄ້າປະເພດເຫຼົ່ານີ້ມີລາຄາບໍ່ສູງ ແລະ ເຮັດໃຫ້ການເຂົ້າເຖິງການບໍລິໂພກໄດ້ງ່າຍ ແລະ ຫຼາຍຂຶ້ນ.

ການສໍາຫຼວດໃນປີ 2019 ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຈຳນວນຜູ້ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນລະດັບທີ່ສູງໃນບັນດາປະເທດອາຊຽນ ອັດຕາການດື່ມສະເລ່ຍເທົ່າກັບ 11.5 ລິດ/ຄົນ/ປີ ແລະ ກຸ່ມປະຊາກອນທີ່ມີອາຍຸ 15 ປີຂຶ້ນໄປ ດື່ມເຫຼົ້າກວມ 58.8%ຊຶ່ງເປັນອາຍຸໃນໄວຮຽນ ແລະ ເປັນກຳລັງແຮງງານຫຼັກໃນການພັດທະນາສ້າງສາປະເທດຊາດ. ຈາກການຢັ້ງຢືນຂອງອົງການອະນາໄມໂລກ, ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ເປັນສາເຫດຂອງການເກີດພະຍາດຮ້າຍແຮງຫຼາຍຢ່າງ ເປັນຕົ້ນ ພະຍາດມະເຮັງ, ພະຍາດຕັບ, ພະຍາດຫົວໃຈ-ເສັ້ນເລືອດ, ລະບົບປະສາດ, ສຸຂະພາບຈິດ. ຈາກຕົວເລກສະຖິຕິພົບວ່າ ການເສຍຊີວິດຂອງປະຊາກອນທົ່ວໂລກ ທີ່ມີສາເຫດຈາກພະຍາດທີ່ເກີດຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າມີອັດຕາທີ່ສູງ ເມື່ອປຽບທຽບກັບການເສຍຊີວິດຈາກສາເຫດອື່ນໆ ມີຜູ້ເສຍຊີວິດປະມານ 43 ລ້ານຄົນຕໍ່ປີ. ພ້ອມນັ້ນຍັງເປັນສາເຫດໃຫ້ເກີດອຸບັດເຫດຕາມທ້ອງຖະໜົນເປັນຈຳນວນຫຼວງຫຼາຍ.

ຂໍ້ມູນປີ 2025 ໃນ ສປປ ລາວ ຈໍານວນເກີດອຸບັດເຫດຮຸນແຮງທັງໝົດມີເຖິງ 6,779 ຄັ້ງ (ໃນນີ້ ເກີດຈາກການດື່ມເຫຼົ້າແມ່ນ 1,440 ຄັ້ງ) ມີຜູ້ໄດ້ຮັບບາດເຈັບ 10,464 ຄົນ. ໃນນັ້ນ ບາດເຈັບສາຫັດ 1,321 ຄົນ ແລະ ມີຜູ້ເສຍຊີວິດສູງເຖິງ 917 ຄົນ ຖືວ່າເປັນຕົວເລກທີ່ສູງ ສ້າງຜົນກະທົບທາງດ້ານເສດຖະກິດໃຫ້ຄອບຄົວ ແລະ ສັງຄົມຢ່າງຫຼວງຫຼາຍ, ຕາມຂໍ້ມູນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃນກອງປະຊຸມຄະນະກຳມະການແຫ່ງຊາດດ້ານການຄວາມປອດໄພທາງຫຼວງປະຈຳປີ 2026 ຜ່ານການຖອດຖອນບົດຮຽນ 5 ປີຜ່ານມາ, ຕົວເລກຍອດຜູ້ເສຍຊີວິດຍ້ອນອຸບັດເຫດຕາມທ້ອງຖະໜົນ ປະມານ 900-1,000 ຄົນຕໍ່ປີ. ໃນນັ້ນກຸ່ມອາຍຸທີຖືກຜົນກະທົບຫຼາຍ 80% ແມ່ນຊາວໜຸ່ມ, ເຍົາວະຊົນ ແລະ ກຳລັງແຮງງານຫຼັກຂອງສັງຄົມ ແລະ ມູນຄ່າຄວາມເສຍຫາຍສູງເຖິງ 175 ລ້ານໂດລາຕໍ່ປີ ແລະ 1 ໃນສາເຫດຕົ້ນຕໍທີ່ພົບເລື້ອຍໆແມ່ນການດື່ມເຄື່ອງດື່ມມີທາດເຫຼົ້າ.

ຊຶ່ງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ປະກອບມີ 12 ພາກ, IX ໝວດ ແລະ 99 ມາດຕາ, ໃນນີ້ໄດ້ເພີ່ມໃໝ່ 2 ພາກ, I ໝວດ, 32 ມາດຕາ, ໄດ້ຕັດອອກ I ພາກ, ໄດ້ປັບປຸງ 64 ມາດຕາ ແລະ ຮັກສາເດີມ 3 ມາດຕາ.

ພາຍຫຼັງກົດໝາຍສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ເຊື່ອໝັ້ນວ່າຈະເຮັດໃຫ້ວຽກງານ ຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນສູງ ນັບແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຕໍ່ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຮັບປະກັນໃຫ້ການດໍາເນີນທຸລະກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າໄດ້ຮັບການຄຸ້ມຄອງ, ຕິດຕາມ, ກວດກາຢ່າງເປັນລະບົບ. ທັງເປັນການຍົກສູງບົດບາດຂອງລັດຖະບານ ໃນການກຳນົດນະໂຍບາຍກ່ຽວກັບການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ມາດຕະການປ້ອງກັນສົ່ງເສີມສຸຂະພາບປະຊາຊົນລາວສູງເດັ່ນຂຶ້ນ ແລະ ຫຍັບມໍ່ມາດຕະການຂອງພາກພື້ນ ແລະ ສາກົນ.

ຂ່າວ: ພູວັນ; ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນະພາບ ວ່ອງໄວ ແລະ ຫັນສະ ໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ