ຈີນໄດ້ຍິງຈະຫຼວດສົ່ງຍານ GSX-1SY8 ຂຶ້ນສູ່ອະວະກາດຢູ່ເຂດທະເລໃກ້ກັບນະຄອນຢື້ຈ້າວ ແຂວງຊ່ານຕຸ່ງ ໂດຍໄດ້ບັນທຸກດາວທຽມຊີ່ກວ່າງ 4-01 ຂຶ້ນສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ ເຮັດໃຫ້ພາລະກິດຍິງສົ່ງຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ຄໍາເຫັນ