ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ອົງການຮ່ວມມືເສດຖະກິດອາຊີ-ປາສີຟິກ ກຳເນີດເກີດຂຶ້ນພ້ອມກັບກະແສໂລກາພິວັດທາງເສດຖະກິດ ແລະ ໄດ້ຊຸກຍູ້ພາກພື້ນອາຊີ-ປາຊີຟິກໃຫ້ພັດທະນາຢູ່ແຖວໜ້າຂອງຍຸກສະໄໝນີ້. ຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຢຶດໝັ້ນຄວາມໝັ້ນໃຈ ແລະ ກ້າວໄປຂ້າງໜ້າຢ່າງກ້າຫານ, ຮ່ວມມືກັນສ້າງປະຊາຄົມອາຊີ-ປາຊີຟິກເ ພື່ອຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນອາຊີ-ປາຊີຟິກ.
ທ່ານ ສີຈິ້ນຜິງ ກ່າວວ່າ: ພາກພື້ນອາຊີ-ປາຊີຟິກ ໄດ້ເຕົ້າໂຮມເຂດອ່າວທີ່ສຳຄັນທີ່ສຸດໃນໂລກ, ເສດຖະກິດຂອງເຂດອ່າວມີລັກສະນະເປີດກວ້າງ, ປະສານສົມທົບກັນແລະ ມີຜົນສະທ້ອນຕໍ່ພາຍນອກຢ່າງໂດດເດັ່ນ. ສ່ວນນະຄອນເຊີ່ນເຈິ້ນ ກໍຕັ້ງຢູ່ເຂດອ່າວໃຫຍ່ກວາງຕຸ້ງ, ຮົງກົງ ແລະ ມາກ້າວ. ຈີນສະໜັບສະໜູນການສ້າງຕັ້ງສະຫະພັນການຮ່ວມມືເສດຖະກິດເຂດອ່າວໂລກ, ລົງເລິກການແລກປ່ຽນລະຫວ່າງເຂດອ່າວຕ່າງໆ ແລະ ຄົ້ນຫາຊ່ອງທາງໃໝ່ແຫ່ງການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟິກ.
ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນບໍ່ໄດ້ເປັນພຽງແຜນແມ່ບົດການພັດທະນາຂອງຕົນເທົ່ານັ້ນ, ຍັງເປັນການສະໜອງໂອກາດໃຫ້ແກ່ການເຕີບໂຕຂອງເສດຖະກິດອາຊີ-ປາຊີຟິກ ກໍຄືຂອງໂລກ ແລະ ເປັນການເຊື້ອເຊີນການຮ່ວມມືທີ່ຈີນສົ່ງໃຫ້ວົງການອຸດສາຫະກຳ-ການຄ້າໂລກ. ຈີນຈະສະໜອງຕະຫຼາດການເປີດປະຕູສູ່ພາຍນອກທີ່ມີຂະໜາດໃຫຍ່ພິເສດ ກໍຄືໂອກາດການພັດທະນາທີ່ມີອະນາຄົດອັນກວ້າງໄກ ພ້ອມທັງອຳນວຍສະພາບແວດລ້ອມການຮ່ວມມືທີ່ຊ່ວຍຊູຍູ້ໜູນກັນ ແລະ ກ້າວໜ້າຮ່ວມກັນໃຫ້ແກ່ວົງການອຸດສາຫະກຳ-ການຄ້າໂລກ.
ຄໍາເຫັນ