ທ່ານ ຫຼີເສີງກ່າງ ຜູ້ຕາງໜ້າການເຈລະຈາດ້ານການຄ້າສາກົນ ສປ ຈີນ ທັງເປັນຮອງລັດຖະມົນຕີກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ກະຊວງການຄ້າຈີນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດການຄ້າ 4 ດ້ານ ຄື: ການຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ, ການສະໜັບສະໜູນວຽກງານຂອງອົງການການຄ້າໂລກ, ການລົງເລິກການຮ່ວມມືດ້ານດິີຈີຕອນ ແລະ ອັດສະລິຍະ ແລະ ການພັດທະນາເສດຖະກິດສີຂຽວ ຊຶ່ງໄດ້ບັນລຸຜົນສຳເລັດທີ່ຕິດແທດຕົວຈິງເກືອບ 50 ລາຍການກັບກຸ່ມເສດຖະກິດ APEC.
ຄໍາເຫັນ