ກອງປະຊຸມໂຕະມົນລະຫວ່າງເອກອັກຄະລັດຖະທູດ ແລະ CEO ຂອງ APEC ຈັດຂຶ້ນຢູ່ນະຄອນເຊີນເຈິ້ນ ຂອງຈີນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 15 ພະຈິກນີ້, ກອງປະຊຸມໂຕະມົນລະຫວ່າງເອກອັກຄະລັດຖະທູດ ແລະ ຜູ້ບໍລິຫານສູງສຸດ (CEO) ຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ທີ່ມີສູນລາຍການເສດຖະກິດ-ການເງິນວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນເຊີນເຈິ້ນຂອງຈີນ ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມໃຊ້ໂອກາດແຫ່ງການເປີດປະຕູສູ່ພາຍນອກ ເພື່ອບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ແລະ ມີຈຸດປະສົງເພື່ອສ້າງເວທີການສົນທະນາ ແລະ ການແລກປ່ຽນໃຫ້ແກ່ກຸ່ມເສດຖະກິດສະມາຊິກ APEC ແລະ ວິສາຫະກິດຈີນ. ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສ.
ກອງປະຊຸມດັ່ງກ່າວແມ່ນກິດຈະກຳສື່ມວນຊົນທີ່ສຳຄັນຄັ້ງທຳອິດຂອງ CMG ທີ່ຈັດຂຶ້ນໃນໄລຍະອາທິດກອງປະຊຸມຜູ້ນຳ APEC ປີ 2026, ໂດຍມີຜູ້ເຂົ້າຮ່ວມປະມານ 80 ທ່ານ ຊຶ່ງປະກອບມີຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກ CMG, ສະພາການສົ່ງເສີມການຄ້າສາກົນຈີນ, ທີ່ປຶກສາຈາກສະຖານທູດປະຈຳຈີນຂອງກຸ່ມເສດຖະກິດສະມາຊິກ APEC ຈຳນວນໜຶ່ງ, ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຮັບຜິດຊອບສະມາຄົມການຄ້າຕ່າງປະເທດ.
ຄໍາເຫັນ