ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ
ຂ່າວຕ່າງປະເທດລາຍງານໃນວັນທີ 16 ພະຈິກນີ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນຫົດຕົວລົງ 0.1% ໃນໄຕມາດທີ 3 ຂອງປີ 2026 ຊຶ່ງເປັນການຫົດຕົວຄັ້ງທໍາອິດໃນຮອບ 4 ໄຕມາດ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງນັກເສດຖະສາດທີ່ຄາດວ່າຈະມີການຂະຫຍາຍຕົວ 0.2%. ຍ້ອນສະພາບອາກາດທີ່ບໍ່ດີ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ການບໍລິໂພກຂອງພາກເອກະຊົນ, ເຖິງວ່າຈະມີການເຕີບໂຕທີ່ເຂັ້ມແຂງຢ່າງຕໍ່ເນື່ອງໃນການລົງທຶນທາງທຸລະກິດທີ່ກ່ຽວຂ້ອງກັບ AI.

 

ບົດລາຍງານເບື້ອງຕົ້ນທີ່ອອກໂດຍສຳນັກງານຄະນະລັດຖະມົນຕີຍີ່ປຸ່ນໃນວັນທີ 16 ພະຈິກ ນີ້ ຊີ້ໃຫ້ເຫັນວ່າ: ການບໍລິໂພກຂອງພາກເອກະຊົນ ຊຶ່ງກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງເສດຖະກິດ, ຫຼຸດລົງ 0.3% ໃນໄລຍະເດືອນເມສາ-ມິຖຸນາ ຊຶ່ງໄດ້ຮັບແຮງກົດດັນຈາກລາຄາສິນຄ້າທີ່ສູງຂຶ້ນ.

ນອກຈາກນັ້ນ, ການບໍລິໂພກໃນລະຫວ່າງເດືອນກໍລະກົດ ຫາ ເດືອນກັນຍາ ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຂະໜາດ 7.1 ຣິກເຕີໃນແຂວງຄຸມາໂມໂຕະ ໃນທ້າຍເດືອນກໍລະກົດ ແລະ ຝົນຕົກໜັກ, ໂດຍສະເພາະໃນແຂວງຊິບະ ໃນກາງເດືອນສິງຫາ ຊຶ່ງເຮັດໃຫ້ປະຊາຊົນຫຼຸດຜ່ອນການເດີນທາງ.

ໃນຂະນະດຽວກັນ, ການລົງທຶນທາງທຸລະກິດເພີ່ມຂຶ້ນ 1.6%, ໂດຍມີແຮງຂັບເຄື່ອນຈາກຄວາມຕ້ອງການການລົງທຶນໃນເຕັກໂນໂລຊີທີ່ຊ່ວຍປະຢັດແຮງງານ, ການຫັນປ່ຽນສູ່ລະບົບດີຈີຕອນ ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງກັບປັນຍາປະດິດ (AI). ດ້ານການສົ່ງອອກຫຼຸດລົງ 0.2%, ໃນຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 2.5%, ສຳລັບການລົງທຶນໃນຂະແໜງທີ່ຢູ່ອາໄສຫຼຸດລົງ 1.1%, ສ່ວນການໃຊ້ຈ່າຍຂອງລັດຖະບານຫຼຸດລົງເລັກນ້ອຍ 0.03%.

ຂໍ້ມູນຈາກສຳນັກງານຄະນະລັດຖະມົນຕີຍີ່ປຸ່ນສອດຄ່ອງກັບບົດລາຍງານການຄາດຄະເນເສດຖະກິດຫຼ້າສຸດທີ່ອອກໂດຍທະນາຄານກາງຍີ່ປຸ່ນ (BOJ) ກ່ອນໜ້ານີ້ ຊຶ່ງຊີ້ໃຫ້ເຫັນວ່າການໃຊ້ຈ່າຍຂອງຄົວເຮືອນອ່ອນແອລົງຍ້ອນສະພາບອາກາດເຊັ່ນ: ພາຍຸໄຕ້ຝຸ່ນ, ຝົນຕົກໜັກ ແລະ ຝົນຕົກຕໍ່ເນື່ອງເປັນເວລາດົນ. ໂດຍຂໍ້ມູນຈາກອົງການອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ: ນະຄອນຫຼວງໂຕກຽວປະສົບກັບຝົນຕົກຕິດຕໍ່ກັນ 37 ມື້ຕັ້ງແຕ່ທ້າຍເດືອນສິງຫາ ຫາ ຕົ້ນເດືອນຕຸລາ ຊຶ່ງເປັນສະຖິຕິທີ່ຍາວນານທີ່ສຸດເທົ່າທີ່ເຄີຍມີມາ.

ນອກຈາກນີ້, BOJ ຍັງລະບຸວ່າ: ຄ່າຄອງຊີບທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຍັງເຮັດໃຫ້ຜູ້ບໍລິໂພກມີຄວາມລະມັດລະວັງໃນການໃຊ້ຈ່າຍຫຼາຍຂຶ້ນ, ໂດຍສະເພາະຜູ້ທີ່ໄດ້ຮັບເງິນບຳນານທີ່ກຳລັງປະຢັດຫຼາຍຂຶ້ນ.

ການໃຊ້ຈ່າຍຂອງຜູ້ບໍລິໂພກທີ່ອ່ອນແອລົງຊີ້ໃຫ້ເຫັນວ່າ: ຄວາມຕ້ອງການພາຍໃນປະເທດຍັງບໍ່ພຽງພໍທີ່ຈະສະໜັບສະໜູນໃຫ້ອັດຕາເງິນເຟີ້ຢູ່ໃນລະດັບທີ່ເໝາະສົມໄດ້ຢ່າງຍືນຍົງ. ໃນຂະນະດຽວກັນ, ປັດໄຈດ້ານການສະໜອງພາຍນອກ, ໂດຍສະເພາະຄ່າໃຊ້ຈ່າຍດ້ານພະລັງງານ ແລະ ການນຳເຂົ້າອາຫານທີ່ສູງຂຶ້ນ, ສືບຕໍ່ຊຸກຍູ້ອັດຕາເງິນເຟີ້. ຍິ່ງໄປກວ່ານັ້ນ, ການຫຼຸດລົງຂອງການບໍລິໂພກສະທ້ອນໃຫ້ເຫັນເຖິງການຂາດການເຊື່ອມຕໍ່ກັບວົງຈອນເສດຖະກິດໃນທາງບວກທີ່ຜູ້ກຳນົດນະໂຍບາຍກຳລັງພະຍາຍາມສົ່ງເສີມ, ຍ້ອນວ່າການເພີ່ມຂຶ້ນຂອງຄ່າແຮງງານຢ່າງຕໍ່ເນື່ອງບໍ່ສາມາດກະຕຸ້ນຄວາມຕ້ອງ ການໄດ້.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າມຽນມາລາຍງານວ່າ, ການສົ່ງອອກເຂົ້າ ແລະ ເຂົ້າຫັກໃນໄລຍະ 7 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ມີປະມານ 1.11 ລ້ານໂຕນ. ໂດຍລາຍຮັບຈາກການສົ່ງອອກເຫຼົ່ານີ້ມີປະມານ 388 ລ້ານໂດລາ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດເຮືອບິນການຄ້າຈີນຈຳກັດ ຫຼື COMAC ແຈ້ງໃຫ້​ຮູ້ວ່າ, ເຮືອບິນການຄ້າໄຟຟ້າ​ຂະ​ໜາດ 10 ໂຕນທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ປະສົບຜົນສໍາເລັດ ໃນການບິນອັດສະລິຍະແບບມີຄົນຂັບຄັ້ງທຳອິດ ທີ່​ນະ​ຄອນບີ່ນໂຈ່ວ ແຂວງຊ່ານຕົ່ງ ຈີນ.
ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ

ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ໃນກອງປະຊຸມຄັ້ງທີ 31 ຂອງບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອບຂອງ​ສະ​ຫະປະຊາຊາດ​ (UN) ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່​ໄດ້ຈັດຂຶ້ນ​ຢູ່ນະຄອນອັນຕາລຢາ ​ປະເທດຕວັກ​ກີ, ​ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ໄດ້ຮຽກ​ຮ້ອງ​ໃຫ້ບັນດາປະເທດເພີ່ມ​ທະ​ວີການຮ່ວມມື, ​ຍູ້​ແຮງ​ການ​ກະ​ທຳ​ເພື່ອ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ແລະ ຊຸກ​ຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານ​ດິນ​ຟ້າອາ​ກາດທົ່ວໂລກ.
ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 12 ພະຈິກ ຜ່ານມາວ່າ: ​ອີງ​ຕາມ​ຂໍ້​ມູນ​ຫຼ້າ​ສຸດທີ່​ສະ​ມາ​ຄົມອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 11 ພະ​ຈິກ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ຕຸ​ລາ​ ຜ່ານມາ ຈຳ​ນວນ​ການ​​ຜະ​ລິດ ແລະ ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຂອງ​ຈີນແມ່ນ 2,017,000 ຄັນ ແລະ 1,940,000 ຄັນຕາມ​ລຳ​ດັບ, ເພີ່ມ​ຂຶ້ນ 13.8% ແລະ 13.1% ຕາມລໍາດັບ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຍອດຈຳ​ໜ່າຍ​ລົດ​ຍົນ​ພະ​ລັງ​ງານ​ໃໝ່​ກວມ​ເອົາ 64.3% ຂອງຍອດ​ຈຳ​ໜ່າຍ​ລົດ​ຍົນ​ທັງ​ໝົດ ແລະ ອັດ​ຕາການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຍັງ​ສືບ​ຕໍ່ເພີ່ມ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ.
ນັກວິທະຍາສາດອົສຕຣາລີ ພັດທະນາເຕັກໂນໂລຊີຟື້ນຟູນ້ຳເສຍ

ນັກວິທະຍາສາດອົສຕຣາລີ ພັດທະນາເຕັກໂນໂລຊີຟື້ນຟູນ້ຳເສຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີໄດ້ເປີດເຜີຍວ່າ, ທີມງານນັກວິທະຍາສາດໃນອົສຕຣາລີກຳລັງພັດທະນາເຕັກໂນໂລຊີທີ່ໄດ້ຮັບແຮງບັນດານໃຈຈາກພືດ ເພື່ອບຳບັດຟື້ນຟູນ້ຳເສຍຈາກພາກອຸດສາຫະກຳໃຫ້ກາຍເປັນຊັບພະຍາກອນທີ່ມີຄຸນຄ່າເຊັ່ນ: ສານອາຫານ, ໂລຫະ ແລະ ນ້ຳສະອາດ.
ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ເພີ່ມເຕີມ