ໃນຂະນະດຽວກັນ, ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີຟີລິບ ທີ່ດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2026, ໄດ້ມອບຂໍ້ຕົກລົງຂອບເສດຖະກິດດີຈີຕອນອາຊຽນ (DEFA) ຊຶ່ງໄດ້ລົງນາມໂດຍລັດຖະມົນຕີຈາກປະເທດສະມາຊິກອາຊຽນໃນວັນ 14 ພະຈິກ ຜ່ານມາ, ໃຫ້ແກ່ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ. ທ່ານ ມາຄອດຈູເນຍ ກ່າວວ່າ, ອາຊຽນຄວນຮ່ວມມືກັບປະຊາຄົມໂລກເພື່ອແກ້ໄຂບັນຫາທົ່ວໂລກຢ່າງເປັນລະບົບ ແລະ ປະສານງານກັນ.
ສຳນັກງານເລຂາທິການອາຊຽນລະບຸວ່າ: DEFA ຖືເປັນຂີດໝາຍສຳຄັນຂອງການຫັນເປັນດີຈີຕອນຂອງອາຊຽນ, ໂດຍມີຈຸດປະສົງເພື່ອສ້າງເສດຖະກິດດີຈີຕອນພາກພື້ນທີ່ເປີດກວ້າງ, ປອດໄພ, ເຊື່ອມຕໍ່, ສາມາດຮ່ວມມືກັນໄດ້ ແລະ ສາມາດແຂ່ງຂັນໄດ້. ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2027.
ກອງປະຊຸມສຸດຍອດອາຊຽນຈັດຂຶ້ນໃນລະຫວ່າງວັນທີ 15-17 ພະຈິກ ນີ້ ແລະ ໂດຍປົກກະຕິແລ້ວ ກອງປະຊຸມດັ່ງກ່າວຈະຈັດຂຶ້ນ 2 ຄັ້ງຕໍ່ປີ, ໃນໄລຍະເຄິ່ງທຳອິດ ແລະ ເຄິ່ງທີສອງຂອງປີ. ອາຊຽນໄດ້ຖືກສ້າງຕັ້ງຂຶ້ນໃນປີ 1967 ແລະ ປັດຈຸບັນມີສະມາຊິກ 11 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ຕີມໍແລັດສະເຕ ຊຶ່ງໄດ້ເຂົ້າເປັນສະມາຊິກໃນລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ມາເລເຊຍໃນເດືອນຕຸລາ 2025.
ຄໍາເຫັນ