ທີມງານຄົ້ນຄວ້າກຳລັງຮຽນແບບວິທີການຄັດແຍກ ແລະ ກຳນົດໂມເລກຸນຕ່າງໆໃນລະດັບໂມເລກຸນຂອງພືດ ເພື່ອພັດທະນາລະບົບສຳລັບບຳບັດນ້ຳເສຍຈາກພາກອຸດສາຫະກຳທີ່ມີອົງປະກອບສັບສົນ, ເນື່ອງຈາກພືດ ແລະ ຈຸລິນຊີສາມາດດູດຊຶມ, ກັ່ນຕອງ ແລະ ໝູນວຽນໂມເລກຸນທີ່ຢູ່ອ້ອມຕົວຕາມທຳມະຊາດ ເພື່ອໃຫ້ໄດ້ຊັບພະຍາກອນທີ່ຈຳເປັນສຳລັບການເຕີບໃຫຍ່ຂອງພວກມັນ.
ຢ່າງໃດກໍຕາມ, ກິດຈະກຳອຸດສາຫະກຳທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ລະບົບທຳມະຊາດເຫຼົ່ານີ້ບໍ່ສາມາດຮັບມືກັບສິ່ງເສດເຫຼືອທີ່ມີອົງປະກອບສັບສົນ ຈົນທຳມະຊາດບໍ່ສາມາດຈັດການໄດ້ດ້ວຍຕົນເອງ. ໂດຍນ້ຳເສຍຈາກພາກອຸດສາຫະກຳເຊັ່ນ: ການລ້ຽງສັດນ້ຳ, ກະສິກຳ ແລະ ການຂຸດຄົ້ນບໍ່ແຮ່ ມີຊັບພະຍາກອນທີ່ມີຄຸນຄ່າແຝງຢູ່, ແຕ່ຊັບພະຍາກອນເຫຼົ່ານີ້ປະສົມປະສານກັນຢ່າງສັບສົນ.
ດັ່ງນັ້ນ, ນັກຄົ້ນຄວ້າຈຶ່ງໄດ້ນຳເອົາແຮງບັນດານໃຈຈາກພືດ ມາກຳນົດກົນໄກການຄັດແຍກທາງຊີວະພາບ ເພື່ອຕິດຕັ້ງໃສ່ແຜ່ນເຍື່ອຕອງ. ເມື່ອບໍ່ດົນມານີ້, ທີມນັກຄົ້ນຄວ້າໄດ້ພັດທະນາແຜ່ນເຍື່ອບາງໆສຳລັບການຟື້ນຟູຊັບພະຍາກອນໄນໂຕຣເຈນຈາກນ້ຳເສຍ ແລະ ກຳລັງຊອກຫາວິທີແກ້ໄຂທີ່ເປັນໄປໄດ້ທາງການຄ້າ.
ຄໍາເຫັນ