ຂ່າວແຈ້ງວ່າ: CE-25A ແມ່ນເຮືອບິນການຄ້າໄຟຟ້າລຳທຳອິດ ທີ່ຈີນຄົ້ນຄວ້າຜະລິດເອງ, ຕົ້ນຕໍແມ່ນນຳໃຊ້ສຳລັບການບິນທາງການຄ້າລະຫວ່າງຕົວເມືອງຕ່າງໆ, ສາມາດບັນທຸກຜູ້ໂດຍສານໄດ້ 19 ຄົນ, ມີນ້ຳໜັກໃນເວລາບິນຂຶ້ນສູງສຸດ 10 ໂຕນ, ຄວາມໄວ 300 ກິໂລແມັດຕໍ່ຊົ່ວໂມງ, ລະດັບຄວາມສູງໃນການບິນແມ່ນ 2,400 ແມັດ ແລະ ສາມາດບິນໄດ້ 400 ກິໂລແມັດ.
ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%
ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
ຄໍາເຫັນ