ຂ່າວລະບຸວ່າ: ຕໍ່ໜ້າສະພາບການດັ່ງກ່າວ, ໃນກອງປະຊຸມສຳມະນານະໂຍບາຍພັດທະນາລະບົບນິເວດເສດຖະກິດຜູ້ອາຍຸສູງ ທີ່ໄດ້ດຳເນີນໃນວັນທີ 16 ພະຈິກ ຜ່ານມາ, ທ່ານ ຫງວຽນແທັງງີ ຫົວໜ້າຄະນະນະໂຍບາຍຍຸດທະສາດສູນກາງ ເນັ້ນໜັກວ່າ: ຄວາມຮຽກຮ້ອງໃນປັດຈຸບັນ ບໍ່ພຽງແຕ່ອາຍຸຍືນເທົ່ານັ້ນ ຫາກຍັງສຳຄັນກວ່ານັ້ນແມ່ນຍົກສູງຄຸນນະພາບໃນການດຳລົງຊີວິດ, ສຸຂະພາບ, ຄວາມສາມາດເປັນເຈົ້າຕົນເອງ ແລະ ຄວາມສາມາດເຂົ້າຮ່ວມສັງຄົມຂອງຜູ້ມີອາຍຸສູງ.
ໃນກອງປະຊຸມສຳມະນາ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານຈະສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ລະດົມແຫຼ່ງກຳລັງ, ພັດທະນາລະບົບນິເວດເສດຖະກິດຜູ້ອາຍຸສູງ.
ລັດໃຫ້ບຸລິມະສິດແຫຼ່ງກຳລັງຮັບປະກັນການໜູນຊ່ວຍສັງຄົມທີ່ເປັນຈຳ, ໜູນຊ່ວຍກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ລົງທຶນພື້ນຖານໂຄງລ່າງເພື່ອນຳພາ. ສຸມໃສ່ບັນດາຂົງເຂດທີ່ມີຄວາມຕ້ອງການສູງ, ຄວາມສາມາດພັດທະນາ ແລະ ມີກຳລັງແຮງສູງຄື: ການເບິ່ງແຍງດູແລສຸຂະພາບ, ຟື້ນຟູບົດບາດໜ້າທີ່, ເບິ່ງແຍງດູແລຍາວນານ, ເຮືອນຢູ່, ພື້ນຖານໂຄງລ່າງເປັນມິດ, ວັດທະນະທຳ, ການທ່ອງທ່ຽວ ແລະ ເຕັກໂນໂລຊີໜູນຊ່ວຍຜູ້ອາຍຸສູງ.
ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານ ຈະເລືອກເອົາ 5 ທ້ອງຖິ່ນລວມມີ: ນະຄອນຫຼວງຮ່າໂນ້ຍ, ທ້າຍງວຽນ, ດ່ານັ້ງ, ນະຄອນ ໂຮ່ຈິມິນ ແລະ ອານຢາງ ເປັນສະຖານທີ່ສ້າງແບບຢ່າງດີເດັ່ນ ພັດທະນາລະບົບນິເວດເສດຖະກິດ ຜູ້ອາຍຸສູງ.
ຄໍາເຫັນ