![]() |
ຜູ້ກວດສອບເອກະລາດຈາກພາກສ່ວນທີສາມໄດ້ຢັ້ງຢືນວ່າ ໂຄງການບ້ານຫ້ວຍຊາຍ ຍັງຄົງຮັກສາການປະຕິບັດຕາມຫຼັກການ ແລະ ມາດຕະຖານການປະຕິບັດຂອງມາດຕະຖານດັ່ງກ່າວຢ່າງຄົບຖ້ວນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນການຄຸ້ມຄອງໄຊຍະນາຍຢ່າງຮັບຜິດຊອບ ແລະ ປົກປ້ອງພະນັກງານ, ຊຸມຊົນ ແລະ ສິ່ງແວດລ້ອມ.
ຫຼັກການຄຸ້ມຄອງສານໄຊຍະນາຍ ເປັນແຜນງານຢັ້ງຢືນລະດັບສາກົນທີ່ບໍລິສັດເຂົ້າຮ່ວມດ້ວຍຄວາມສະໝັກໃຈ ເພື່ອຄຸ້ມຄອງສານໄຊຍະນາຍທີ່ໃຊ້ໃນການຜະລິດຄໍາ ແລະ ເງິນຢ່າງປອດໄພ ແລະ ມີຄວາມຮັບຜິດຊອບໃຫ້ໄດ້ດີທີ່ສຸດ. ແຜນງານນີ້ໄດ້ຮັບການບໍລິຫານໂດຍສະຖາບັນ ICMI ແລະ ໄດ້ຖືກພັດທະນາຜ່ານຂະບວນການມີສ່ວນຮ່ວມຂອງຫຼາຍຝ່າຍພາຍໃຕ້ການຊີ້ນຳຂອງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ. ມັນເປັນກອບວຽກສາກົນທີ່ສອດຄ່ອງກັນ ເຊິ່ງສົ່ງເສີມກົດໝາຍ, ໃບອະນຸຍາດ ແລະ ພັນທະດ້ານກົດໝາຍທີ່ກ່ຽວຂ້ອງ, ໂດຍການຢັ້ງຢືນເປັນການຮັບປະກັນແບບເອກະລາດຕໍ່ການຄຸ້ມຄອງໄຊຍະນາຍຂອງການໂຄງການໃດໜຶ່ງ.
ໂຄງການບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນກ່ອນການດຳເນີນງານໃນເດືອນມັງກອນ 2012 ແລະ ການຢັ້ງຢືນການດຳເນີນງານເຕັມຮູບແບບໃນເດືອນມີນາ 2013, ຫຼັງຈາກນັ້ນໄດ້ຮັບການຢັ້ງຢືນອີກເທື່ອໜຶ່ງໃນເດືອນພຶດສະພາ 2016, ກໍລະກົດ 2019, ພຶດສະພາ 2023 ແລະ ພະຈິກ 2026. ໂຄງການບ້ານຫ້ວຍຊາຍ ໃຊ້ສານໄຊຍະນາຍໃນວົງຈອນການປຸງແຕ່ງເພື່ອເກັບກູ້ຄຳ ແລະ ເງິນ; ບໍ່ໄດ້ໃຊ້ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ຂອງ ບໍລິສັດ ພູເບ້ຍ ມາຍນິງ. ໂຄງການບ້ານຫ້ວຍຊາຍ ຍັງຄົງເປັນການດຳເນີນການຂຸດຄົ້ນດຽວເທົ່ານັ້ນຢູ່ລາວທີ່ໄດ້ຮັບການຢັ້ງຢືນຫຼັກການໄຊຍະນາຍ, ເຊິ່ງເປັນແບບຢ່າງທີ່ດີຂອງການດໍາເນີນງານດ້ານບໍ່ແຮ່ຢ່າງມີຄວາມຮັບຜິດຊອບ.
ທ່ານ ເດວິດ ຣີດ, ຜູ້ອຳນວຍການຂອງ ບໍລິສັດ ພູເບ້ຍ ມາຍນິງ, ໄດ້ສະແດງຄວາມຍິນດີກັບພະນັກງານທີ່ເອົາໃຈໃສ່ຢ່າງຕັ້ງໜ້າໃນການຮັກສາມາດຕະຖານໃນການຂົນສົ່ງ, ການຈັດການ ແລະ ການໃຊ້ສານໄຊຍະນາຍຢ່າງປອດໄພໃນລະດັບທີ່ສຸງ.
ທ່ານ ຣີດ ກ່າວວ່າ “ໃນນາມກຸ່ມບໍລິສັດ ກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ ແລະ ບໍລິສັດ ແພນອອສ໌, ຂ້າພະເຈົ້າຂໍສະແດງຄວາມຍິນດີມາຍັງທຸກຄົນທີ່ໄດ້ມີສ່ວນຮ່ວມໃນຜົນສຳເລັດນີ້. ມັນສະແດງໃຫ້ເຫັນເຖິງການເອົາໃຈໃສ່, ລະບຽບວິໄນ ແລະ ຄວາມມຸ້ງໝັ້ນທີ່ທີມງານຂອງພວກເຮົານຳມາໃຊ້ໃນການເຮັດວຽກທຸກໆມື້,”.
“ການຄຸ້ມຄອງໄຊຍະນາຍຢ່າງຮັບຜິດຊອບແມ່ນພື້ນຖານສຳຄັນໃນການປົກປ້ອງພະນັກງານຂອງພວກເຮົາ, ຊຸມຊົນອ້ອມຂ້າງ ແລະ ສິ່ງແວດລ້ອມ. ການຢັ້ງຢືນອີກເທື່ອນີ້ເປັນການຮັບຮູ້ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພະນັກງານຂອງພວກເຮົາໃນການຮັກສາການປະຕິບັດທີ່ດີທີ່ສຸດລະດັບສາກົນຢູ່ບ້ານຫ້ວຍຊາຍ.”

ຄໍາເຫັນ