![]() |
ໂອກາດນີ້, ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງກະຊວງ ຍທຂ ເຈົ້າຂອງໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການດັ່ງກ່າວ ໃນປັດຈຸບັນນັບແຕ່ມື້ໄດ້ເຊັນສັນຍາສຳປະທານການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໃນຄັ້ງວັນທີ 17 ມັງກອນ 2026.ໜ້າວຽກຫຼັກຂອງໂຄງການທີ່ມີການພັດທະນາໂຄງລ່າງພື້ນຖານ ແລະ ການພັດທະນາລະບົບການຂຶ້ນທະບຽນຍານພາຫະນະ ແລະ ການຂັບຂີ່ ໂດຍສະເພາະຄວາມຄືບໜ້າການພັດທະນາໂຄງລ່າງພື້ນຖານໃນ ນວເປັນຕົ້ນການຕິດຕັ້ງໄຟສັນຍານຈະລາຈອນໄດ້ 18 ຈຸດ ຂອງຈຳນວນ 64 ຈຸດ ແລະ ສ້ອມແປງຊົ່ວຄາວໃຫ້ສາມາດນຳໃຊ້ໄດ້ 20 ຈຸດ; ການຕິດຕັ້ງກ້ອງວົງຈອນປິດ (E-police) 6 ຈຸດ ຂອງຈຳນວນ 40 ຈຸດ ແລະ ແລວ BRT ອີກ 7 ຈຸດ ລວມ 47 ຈຸດ; ການຕິດຕັ້ງກ້ອງຈັບຄວາມໄວ (Check point) 4 ຈຸດຂອງຈຳນວນ 47 ຈຸດ; ການກຳນົດຈຸດຈອດລົດຜິດລະບຽບຕາມເສັ້ນທາງໃນຕົວເມືອງ ນວ ບ່ອນທີ່ຈຳເປັນ ທັງໝົດ 21 ຈຸດ ໃນ5 ເມືອງ (ເມືອງ ຈັນທະບູນລີ, ສີໂຄດຕະບອງ, ໄຊເສດຖາ,ສີສັດຕະນາກ ແລະ ໄຊທານີ) ບັນດາເມືອງໄດ້ປະກອບຄຳເຫັນມາໃຫ້ຫ້ອງວ່າການ ນວ ລໍຖ້າອອກໜັງສືແຈ້ງກັບກະຊວງ ຍທຂ ເພື່ອຊາບ ແລະ ປະຕິບັດ; ສຳເລັດການສ້າງສູນຄວບຄຸມການຈະລາຈອນທາງບົກ ທີ່ກົມຕຳຫຼວດຈະລາຈອນ, ກົມໃຫຍ່ຕຳຫຼວດກະຊວງ ປກສ. ລະບົບກ້ອງ CCTV ແລະ ລະບົບຕິດຕາມການຈັດຕັ້ງປະຕິບັດມາດຕະການປັບໄໝ (ລວມທັງໃບປັບໄໝ (Violation Tickets) ໄດ້ຖືກເຊື່ອມເຂົ້າໃນຖານຂໍ້ມູນຫຼັກຂອງໂຄງການ (ລະບົບຄຸ້ມຄອງໃບຂັບຂີ່ ແລະ ລະບົບຄຸ້ມຄອງຍານພາຫະນະ) ແລະ ໄດ້ເອົາລົງໃນລະບົບຂອງສູນຄວບຄຸມການຈະລາຈອນທາງບົກເປັນທີ່ຮຽບຮ້ອຍ; ການພັດທະນາບ່ອນຈອດລົດໃນຕົວເມືອງ ຍັງຢູ່ໃນຂັ້ນຕອນການຄົ້ນຄ້ວາພື້ນທີ່ດິນລັດ ເພື່ອພັດທະນາ.
ການພັດທະນາລະບົບການຂຶ້ນທະບຽນຍານພາຫະນະ ແລະ ຂັບຂີ່ ເປັນຖານຂໍ້ມູນຍານພາຫະນະແຫ່ງຊາດ:ພັດທະນາລະບົບເກັບຂໍ້ມູນການຂຶ້ນທະບຽນຍານພາຫະນະ ແລະ ການສອບເສັງໃບຂັບຂີ່ ໃຫ້ຄົບຖ້ວນສົມບູນ ເປັນຖານຂໍ້ມູນຫຼັກໃນການເຊື່ອມຕໍ່ກັບລະບົບຕ່າງໆທີ່ຕິດພັນການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ເປັນຕົ້ນລະບົບຄຸ້ມຄອງການນຳເຂົ້າຍານພາຫະນະ (LNSW), ລະບົບຄຸ້ມຄອງການເສຍຄ່າທາງ, ລະບົບການປະກັນໄພ, ລະບົບຄຸ້ມຄອງຫົວໜ່ວຍທຸລະກິດການຂົນສົ່ງ, ລະບົບການອອກອະນຸຍາດປື້ມລົດຂົນສົ່ງລະຫວ່າງປະເທດ, ໃບອະນຸຍາດຂົນສົ່ງສິນຄ້າອັນຕະລາຍ, ໃບອະນຸຍາດຂົນສົ່ງພິເສດ, ສ້າງລະບົບຄຸ້ມຄອງລົດບັນທຸກໜັກ, ລະບົບຄຸ້ມຄອງສຳມະໂນຄົວເພື່ອຢືນຢັ້ນຕົວຕົນຂອງເຈົ້າຂອງລົດ-ເຈົ້າຂອງໃບຂັບຂີ່ ແລະ ສ້າງລະບົບຕິດຕາມການຈັດຕັ້ງປະຕິບັດມາດຕະການປັບໄໝ ແລະ ໃສ່ໂທດຜູ້ລະເມີດລະບຽບການຈະລາຈອນ ແລະ ລະບຽບການຂົນສົ່ງທາງບົກ. ຮອດປັດຈຸບັນໜ້າວຽກທີ່ກ່າວມາຂ້າງເທິງນັ້ນມີຄວາມຄືບໜ້າຄື:ສຳເລັດການພັດທະນາລະບົບຄຸ້ມຄອງການຂຶ້ນທະບຽນຍານພາຫະນະ ແລະ ໃບຂັບຂີ່ສຳເລັດໂດຍພື້ນຖານ ແລະ ກະກຽມລົງຈັດຕັ້ງປະຕິບັດການຂຶ້ນທະບຽນຍານພາຫະນະ ແລະ ການຂັບຂີ່ ໂດຍລະບົບໃໝ່ ຢູ່ 2 ແຂວງຄື: ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຕາມແຈ້ງການຫ້ອງການ ກະຊວງ ຍທຂ ສະບັບເລກທີ 27737/ຫກ, ລົງວັນທີ 9 ພະຈິກ 2026 ເຫດຜົນເລືອກເອົາ 2 ແຂວງດັ່ງກ່າວຍ້ອນຈໍານວນປະຊາກອນໜ້ອຍ, ອັດຕາສ່ວນລົດໃໝ່ມາຂຶ້ນທະບຽນມີຈຳກັດ,ຈຶ່ງມີຄວາມສະດວກໃນການຄ່ຽນຖ່າຍລະບົບເກົ່າໄປຫາລະບົບໃໝ່, ເນື່ອງຈາກການຕິດຕັ້ງໄດ້ເຮັດຄູ່ຂະໜາດກັບການໃຫ້ບໍລິການປະຊາຊົນແບບປົກກະຕິປະຈຳວັນ, ຖ້າຂະບວນການຕິດຕັ້ງລະບົບພົບເຫັນອຸປະສັກ ຫຼື ຫຍຸ້ງຍາກ ການທົດລອງເຮັດຢູ່ແຂວງນ້ອຍ ຈະເຮັດໃຫ້ສາມາດແກ້ໄຂໄດ້ທັນການຍ້ອນປະລິມານຜູ້ມາພົວພັນການຂຶ້ນທະບຽນລົດແຕ່ລະມື້ບໍ່ຫຼາຍ ແລະ ສາມາດຖອດຖອນບົດຮຽນກ່ອນຈະຂະຫຍາຍໄປແຂວງອື່ນ; ໄດ້ພົວພັນເຮັດວຽກຮ່ວມກົມຄຸ້ມຄອງສຳມະໂນຄົວ ກະຊວງ ປກສ ເພື່ອຂໍເຊື່ອມລະບົບການຂື້ນທະບຽນຍານພາຫະນະ ເຂົ້າກັບລະບົບຄຸ້ມຄອງສຳມະໂນຄົວ ແລະ ກຽມເຊັນບົດບັນທຶກການປຶກສາຫາລື ເພື່ອກ້າວໄປສູ່ການຮ່າງ MOU ຮ່ວມກັນໃນການປະຕິບັດເງື່ອນໄຂການເຊື່ອມລະບົບທັງສອງ; ສຳລັບການເຊື່ອມຂໍ້ມູນໄປຍັງຖານຂໍ້ມູນເລກໝາຍໂທລະສັບ ກັບກະຊວງ ເຕັກໂນໂລຊີ ແລະ ການສືສານແມ່ນຈະໄດ້ເລີ່ມໃນໄຕມາດ I ຂອງປີ 2027; ສ່ວນການເຊື່ອມໂຍງລະບົບຂໍ້ມູນ ກັບລະບົບ TaxRIS ແລະ LNSW+ ເພື່ອກວດສອບພັນທະອາກອນ, ເລກປະຈຳຜູ້ເສຍອາກອນ, ເສຍຄ່າທຳນຽມທາງ, ປະຫວັດການແຈ້ງສິດ ແລະ ການນຳເຂົ້າຍານພາຫະນະຜ່ານດ່ານພາສີ ກຳລັງດຳເນີນການໃນເບື້ອງກະຊວງການເງິນ. ຖ້າການເຊື່ອມການເກັບລາຍຮັບຂອງໂຄງການ ຜ່ານລະບົບໂປແກຼມ Findlink ຍັງບໍ່ທັນສຳເລັດ ຂໍສະເໜີໃຫ້ໂຄງການໄດ້ເປີດບັນຊີໂຄງການ ເພື່ອຮອງຮັບເງິນລາຍຮັບທີ່ຈະເກີດຂຶ້ນກ່ອນໄດ້ບໍ. ເພາະຫຼັງຈາກເປີດບັນຊີແລ້ວຕ້ອງໄດ້ໄປພົວພັນບັນດາທະນາຄານທຸລະກິດໄວ້ ເພື່ອເປີດທາງເລືອກຫຼາຍທາງໃຫ້ປະຊາຊົນໃນການຊຳລະຄ່າທຳນຽນ-ຄ່າບໍລິການຜ່ານທະນາຄານທີ່ຕົນສະດວກ, BCELone, LDBTrust; ຂໍ້ຄົງຄ້າງກ່ຽວກັບລະບົບແມ່ນກະກຽມຂໍອະນຸມັດເປີດນຳໃຊ້ Mobile Police App, Public Service Website and App, ການເຊື່ອມລະບົບ KYC ແລະ ລະບົບຄຸ້ມຄອງລົດນຳເຂົ້າແບບຊົ່ວຄາວ D53 (ບ53)
ສໍາລັບທິດທາງແຜນການໃນຕໍ່ໜ້າ: ກະກຽມຝຶກອົບຮົມໃຫ້ພະນັກງານກົມຂົນສົ່ງ ແລະ ພະນັກງານພະແນກ ຍທຂ ແລະ ກອງຄຸ້ມຄອງຍານພາຫະນະແຂວງວຽງຈັນ ແລະ ບໍລິຄຳໄຊ ໃນການນຳໃຊ້ລະບົບການຂື້ນທະບຽນຍານພາຫະນະ ແລະ ການຂັບຂີ່ ພາຍຫຼັງແຂວງສົ່ງລາຍຊື່ເປົ້າໝາຍພະນັກງານໃຫ້ກົມ; ກະກຽມຝຶກອົບຮົມການນຳໃຊ້ເຄື່ອງມືການຄວບຄຸມລະບົບການຈະລາຈອນທາງບົກ ໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ; ກະກຽມລາຍງານລັດຖະບານ ເພື່ອຂໍທິດຊີ້ນຳກ່ຽວກັບການລິເລີ່ມນຳໃຊ້ລະບົບຄຸ້ມຄອງການຈະລາຈອນທາງບົກໃໝ່ ເປັນເຄື່ອງມືໃນການບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດລະບຽບການຈະລາຈອນ ແລະ ການຂົນສົ່ງທາງບົກ. ສະນັ້ນ, ຕ້ອງໄດ້ຊຸກຍູ້ການເປີດບັນຊີ Escrow Account ໃຫ້ສໍາເລັດໂດຍໄວເພື່ອເກັບຮັກສາເງິນລາຍຮັບຈາກການປັບໄໝ; ເພື່ອໃຫ້ວຽກງານສາມາດຈັດຕັ້ງປະຕິບັດໄດ້ຢ່າງຄ່ອງຕົວ ແລະ ທັນຕາມກຳນົດເວລາ ຕົ້ນປີ 2027.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ