![]() |
ຄາວນັ້ນ, ທ່ານ ສີຈິ້ນຜິງ ກຳລັງເຂົ້າຮ່ວມການຄົ້ນຄວ້າ ແລະ ພິຈາລະນາຂອງຄະນະຜູ້ແທນກຳແພງນະຄອນຈຸ່ງກິ່ງ ໃນກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນ ຊຸດທີ 13, ທ່ານ ມ໋າຊ້ານສຽງ ໄດ້ສົມທຽບໃສ່ປະສົບການເຮັດວຽກຂອງຕົນລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ໃນນາມຜູ້ແທນສະພາປະຊາຊົນແຫ່ງຊາດຕໍ່ທ່ານ ສີຈິ້ນຜິງ.
ລາວເວົ້າໂດຍກົງວ່າ: ຕົນເອງ ເຮັດວຽກມະຫາຊົນຢູ່ຮາກຖານມາໄດ້ 30 ກວ່າປີແລ້ວ, ໄດ້ປະເຊີນໂດຍກົງກັບຂໍ້ຂັດແຍ່ງເລັກໆນ້ອຍ ແລະ ສະຫຼັບຊັບຊ້ອນມາໂດຍຕະຫຼອດ, ແຕ່ວ່າພະນັກງານຮາກຖານບາງຄົນເຫັນວ່າວຽກງານເຫຼົ່ານີ້ບໍ່ມີຄວາມໝາຍປານໃດຍາກທີ່ຈະສ້າງຜົນງານໄດ້.
ທ່ານ ສີຈິ້ນຜິງ ໄດ້ຍ້ອງຍໍຊົມເຊີຍ ຫຼາວມ໋າ ດ້ວຍຮອຍຍິ້ມວ່າ: “ພວກເຮົາຕ້ອງການພະນັກງານຂັ້ນຮາກຖານຄືສະຫາຍ ຫຼາວມ໋າ ນັບເປັນພັນເປັນໝື່ນ, ເສີມຂະຫຍາຍບົດບາດແບບຢ່າງນຳໜ້າຂອງສະມາຊິກພັກກອມມູນິດ, ສົມທົບກັບສະພາບຕົວຈິງຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແຜນນະໂຍບາຍຂອງສູນກາງພັກໃຫ້ເກີດປະສິດທິຜົນທີ່ດີ, ເຮັດວຽກງານຕ່າງໆໃຫ້ດີ.”
“ທ່ານເລຂາທີິການໃຫຍ່ໃຊ້ຄຳປຽບທຽບອັນມີຊີວິດຊີວາວ່າ: ‘ຫາກພື້ນຖານບໍ່ໝັ້ນຄົງ, ຈະເກີດຄວາມຫວັ່ນໄຫວຄອນແຄນຢ່າງຮຸນແຮງ’ ຄຳນີ້ເວົ້າຖືກໃຈຂ້ອຍແທ້ໆ.” ທ່ານ ມ໋າຊ້ານສຽງ ໄດ້ຈົດຈຳຄຳຊີ້ນຳນີ້ຢ່າງໜັກແໜ້ນ.
ທ່ານ ມ໋າຊ້ານສຽງ ປີນີ້ອາຍຸ 70 ປີ, ອາຍຸສະມາຊິກພັກ 47 ປີ. ນັບຕັ້ງແຕ່ຈົບພັນທະທະຫານແລ້ວເຂົ້າເຮັດວຽກຢູ່ທ້ອງຖິ່ນໃນປີ 1988 ເປັນຕົ້ນມາ, ລາວໄດ້ຕັ້ງຫຼັກປັກຖານຢູ່ແນວໜ້າຮາກຖານໃນຖານະ “ຜູ້ໄກ່ເກ່ຍປະຊາຊົນ” ມາໂດຍຕະຫຼອດ. ຢູ່ເຂດກ່ວນຢິ່ນສຽວກຳແພງນະຄອນຈຸ່ງກິ່ງ, ປະຊາຊົນພາຍໃນເຂດຄຸ້ມຄອງບໍລິຫານດັ່ງກ່າວໄດ້ເອີ້ນທ່ານ ມ໋າຊ້ານສຽງ ວ່າ: “ຫຼາວມ໋າ” ເປັນເວລາ 30 ກວ່າປີແລ້ວ, ຄຳວ່າ “ຫາກມີຄວາມຫຍຸ້ງຍາກໃຫ້ໄປຫາ ຫຼາວມ໋າ” ໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງທຸກຄົນ.
ຢູ່ໃນ “ຫ້ອງການ ຫຼາວມ໋າ”, ມີປຶ້ມບັນທຶກ 283 ຫົວ ຖືກວາງໄວ້ຢູ່ບ່ອນທີ່ສະດຸດຕາທີ່ສຸດ, ເທິງໜ້າປົກປຶ້ມບັນທຶກແຕ່ລະຫົວໄດ້ໝາຍເລກລຳດັບນັບແຕ່ປີ1993 ຈົນຮອດປີ 2026. ຕະຫຼອດໄລຍະເວລາ 30 ກວ່າປີຜ່ານມານີ້, ທ່ານ ມ໋າຊ້ານສຽງ ໄດ້ຂຽນບົດບັນທຶກເກືອບທຸກວັນ. ປຶ້ມບັນທຶກເຫຼົ່ານີ້ນັບລວມແລ້ວມີຕົວໜັງສື 9 ລ້ານກວ່າຕົວ ຊຶ່ງໄດ້ບັນທຶກສະພາບການຕ້ອນຮັບປະຊາຊົນທີ່ມາຂໍການໄກ່ເກ່ຍ 20,000 ກວ່າເທື່ອຄົນ ກໍຄືຂະບວນການໄກ່ເກ່ຍຂໍ້ຂັດແຍ່ງ 2,500 ກວ່າລາຍ.
![]() |
ວັນທີ 1 ກໍລະກົດ 2026, ທ່ານ ມ໋າຊ້ານສຽງ ໄດ້ພົບໜ້າກັບທ່ານ ສີຈິ້ນຜິງອີກ ຄັ້ງໜຶ່ງ. ສ່ວນເທື່ອນີ້ແມ່ນລາວໄດ້ເດີນທາງໄປນະຄອນຫຼວງປັກກິ່ງ ເພື່ອເຂົ້າຮ່ວມພິທີຍ້ອງຍໍສະມາຊິກພັກດີເດັ່ນໃນນາມເປັນຜູ້ໄດ້ຮັບຫຼຽນໄຊ “1 ກໍລະກົດ”.
ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກdອມມູນິດຈີນ ຄົບຮອບ 105 ປີ, ທ່ານ ສີຈິ້ນຜິງ ໄດ້ປະດັບຫຼຽນໄຊ “1 ກໍລະກົດ” ໃຫ້ທ່ານ ມ໋າຊ້ານສຽງ.
ຈາກຄຳເອີ້ນ “ສະຫາຍຫຼາວມ໋າ” ເມື່ອ 8 ປີກ່ອນສູ່ກຽດຕິຍົດສູງສຸດພາຍໃນພັກdອມມູນິດຈີນ, ຄຳຊີ້ນຳທີ່ເຕັມໄປດ້ວຍຄວາມມຸ່ງຫວັງຈາກທ່ານ ສີຈິ້ນຜິງ ໄດ້ເປັນກຳລັງແຮງໃຈໃຫ້ທ່ານ ມ໋າຊ້ານສຽງ ບຸກບືນສູ້ຊົນປະຕິບັດໜ້າທີ່ວຽກງານຢ່າງບໍ່ຢຸດຢັ້ງ, ທັງສົ່ງເສີມໃຫ້ພະນັກງານໜຸ່ມຜູ້ສືບທອດຮຸ່ນຕໍ່ຮຸ່ນກ້າວເດີນໄປຂ້າງໜ້າຢ່າງຕໍ່ເນື່ອງ.
ທຸກມື້ນີ້, ຈຸ່ງກິ່ງ ໄດ້ສ້າງໃຫ້ມີ “ຫ້ອງການສ້ຽວມ໋າ” (“ສ້ຽວມ໋າ” ໝາຍຄວາມວ່າຜູ້ສືບທອດຂອງຫຼາວມ໋າ)3,000 ກວ່າແຫ່ງພາຍໃນຂອບເຂດທົ່ວນະຄອນ, ນັບລວມແລ້ວໄດ້ບຳລຸງກໍ່ສ້າງ “ພະນັກງານໜຸ່ມຂັ້ນຮາກຖານ” 78,000 ກວ່າຄົນ ດ້ວຍຮູບແບບ “ຜູ້ອາວຸໂສຖ່າຍທອດໃຫ້ຜູ້ໜຸ່ມ”.
ຕໍ່ກັບວຽກງານຂອງພະນັກງານຂັ້ນຮາກຖານ, ທ່ານ ສີຈິ້ນຜິງ ເຄີຍມີຄຳຊີ້ນຳວ່າ: “ພັກໃຫຍ່ທີ່ມີສະມາຊິກພັກຫຼາຍກວ່າຮ້ອຍລ້ານຄົນ, ອົງການພັກຂັ້ນຮາກຖານ 5 ລ້ານກວ່າແຫ່ງ, ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເຮັດໜ້າທີ່ຮັບໃຊ້ປະຊາຊົນຢ່າງແທ້ຈິງ.”
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)


ຄໍາເຫັນ