ໜ່ວຍງານດັ່ງກ່າວລະບຸວ່າ: Meta Platforms ໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຜ່ານຟັງຊັນການໃຊ້ງານໜຶ່ງໃນແອັບ Facebook ທີ່ແນະນຳເນື້ອໃນຈາກຄັງຮູບພາບສ່ວນຕົວຂອງຜູ້ໃຊ້ເພື່ອນຳໄປໂພສໃນແພລດຟອມ ຊຶ່ງເລີ່ມດຳເນີນງານໃນປີ 2023, ພ້ອມທັງຮຽກຮ້ອງໃຫ້ບໍລິສັດປິດການໃຊ້ງານຟັງຊັນດັ່ງກ່າວໄວ້ເປັນຄ່າເລີ່ມຕົ້ນພາຍໃນ 60 ມື້ ແລະ ຕ້ອງໄດ້ຮັບການຍິນຍອມຈາກຜູ້ໃຊ້ແຍກຕ່າງຫາກກ່ອນທີ່ຈະເປີດໃຊ້.
ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີ ລະບຸວ່າ: ການເຂົ້າເຖິງຂໍ້ມູນດັ່ງກ່າວເຂົ້າຂ່າຍລະເມີດມາດຕາ 122 ຂອງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນຂອງອີຕາລີ ທີ່ກຳນົດໃຫ້ມີການຍິນຍອມຢ່າງຊັດເຈນຈາກເຈົ້າຂອງກ່ອນທີ່ຈະເຂົ້າເຖິງຂໍ້ມູນໃນໂທລະສັບມືຖື, ຫຼັງຈາກໄດ້ໃຫ້ລາຍລະອຽດໃຫ້ຊາບຄົບຖ້ວນແລ້ວ.
ການສືບສວນໄດ້ເລີ່ມຕົ້ນໃນເດືອນກໍລະກົດ 2025, ຫຼັງຈາກໜ່ວຍງານດັ່ງກ່າວໄດ້ກວດສອບຂໍ້ມູນດ້ານວິຊາການຕາມການຮ້ອງຮຽນຈາກສູນປົກປ້ອງຜູ້ບໍລິໂພກ ແລະ ຜູ້ໃຊ້ ແຫ່ງ Bolzano.
ການປັບໃໝດັ່ງກ່າວຄິດເປັນປະມານ 0.47% ຂອງລາຍຮັບທົ່ວໂລກທັງໝົດຂອງ Meta.
ຄໍາເຫັນ