ຂ່າວລະບຸວ່າ: ໃນວັນທີ 17 ພະຈິກ ຜ່ານມາ ຢູ່ນະຄອນເຊີ່ນເຈີ້ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບຜູ້ນຳກຸ່ມເສດຖະກິດ 6 ທ່ານຕາມລຳດັບຄື: ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ, ທ່ານ ເຈມສ ມາຣາເປ ນາຍົກລັດຖະມົນຕີປາປົວນິວກີເນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດຫວຽດນາມ, ທ່ານ ນາງ ຄໍເດຍ ເຊັນບຳ ປະທານາທິບໍດີແມັກຊິກ, ທ່ານ ນາງ ເຄອິໂຄ ຟູຈີໂມຣິ ປະທານາທິບໍດີ ເປຣູ ແລະ ທ່ານ ໂຈເຊ ອັນໂຕນີໂອ ຄາສທ ປະທານາທິບໍດີຈີເລ, ໂດຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມື ແລະ ສົ່ງເສີມໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ.
ຫວຽດນາມ - ຈີເລ ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ພະຈິກ ຜ່ານມາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ແລະ ທ່ານ ໂຈເຊ ອັນໂຕນິໂອ ຄາສ ປະທານາທິບໍດີ ຈີເລ ໄດ້ພົບປະກັບສື່ມວນຊົນເພື່ອປະກາດກ່ຽວກັບໝາກຜົນຂອງການເຈລະຈາ ໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ຄໍາເຫັນ