![]() |
ໃນໄລຍະເວລາ3 ວັນຂອງການຝຶກອົບຮົມ, ສຳມະນາກອນ ໄດ້ຜ່ານການຝຶກປະຕິບັດຕົວຈິງທັງດ້ານການເກັບກຳຂໍ້ມູນ, ການສຳພາດ, ການຂຽນຂ່າວຕາມປັດໄຈ5 W+1 H, ການລາຍງານຂ່າວທາງວິທະຍຸກະຈາຍສຽງ, ແຕ່ລະກຸ່ມສາມາດຜະລິດຂ່າວ ແລະ ລາຍງານຂ່າວ ໄດ້ຄົບຖ້ວນຕາມໂຄງສ້າງຂອງຂ່າວ.
ການຍົກລະດັບຄັ້ງນີ້, ມີເປົ້າໝາຍສຳຄັນເພື່ອຊຸກຍູ້ໃຫ້ສື່ມວນຊົນ ເຮັດໜ້າທີ່ວຽກງານ ໃນຂັ້ນທ້ອງຖິ່ນ ນັບມື້ດີຂຶ້ນເປັນກ້າວໆ ແລະ ເປັນຂົວຕໍ່ທີ່ສໍາຄັນດ້ານຂໍ້ມູນຂ່າວສານ ລະຫວ່າງ ການຈັດຕັ້ງພັກ-ລັດ ແລະ ປະຊາຊົນ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ລົງສູ່ຮາກຖານ, ທັງເປັນຜູ້ນຳສະເໜີໝາກຜົນ, ຜົນງານ, ຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດ ຢູ່ໃນຂັ້ນຮາກຖານ.
ພິທີປິດຊຸດຝຶກອົບຮົມ, ໄດ້ມີຂຶ້ນໃນວັນທີ6 ພະຈິກຜ່ານມາທີ່ຄະນະໂຄສະນາອົບຮົມແຂວງສາລະວັນ, ພາຍຫຼັງໄດ້ດຳເນີນມາເປັນເວລາ 3 ວັນ,ມີບັນດາວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ສຳມະນາກອນ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມ ເຂົ້າຮ່ວມ.
ໃນພິທີ ໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມ, ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ຄຳໄຫວໂພສີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ພ້ອມທັງໄດ້ເນັ້ນໃຫ້ບັນດາສຳມະນາກອນ ທີ່ໄດ້ຮຽນຮູ້ບົດຮຽນໃນຄັ້ງນີ້ ນຳໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບ ແລະ ມີບາດກ້າວໃໝ່ທີ່ດີຂຶ້ນ ໂດຍສະເພາະການເຜີຍແຜ່ຂໍ້ມູນຂ່າວສານ ດ້ານແນວທາງນະໂຍບາຍຂອງພັກ ໃຫ້ກວ້າງຂວາງ, ໜັກແໜ້ນ ແລະ ເລິກເຊິ່ງ ເປັນຕົ້ນ: ມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ທັງເປັນການຍົກລະດັບຄຸນນະພາບບົດຂ່າວໃຫ້ດີຂຶ້ນຄຽງຄູ່ກັບປະລິມານເພື່ອໃຫ້ສັງຄົມເຂົ້າໃຈແນວທາງຂອງພັກ ຢ່າງເລິກເຊິ່ງ, ເພີ່ມທະວີຄວາມຮັບຜິດຊອບ ດ້ານຕາໜ່າງຂໍ້ມູນຂ່າວສານໃຫ້ມີການພົວພັນປະສານງານແລະແລກປ່ຽນຂໍ້ມູນຂ່າວສານກັນຢ່າງສະໜິດແໜ້ນເພື່ອເຮັດໃຫ້ວຽກງານສື່ມວນຊົນ ຢູ່ແຂວງສາລະວັນ ໄດ້ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຢ່າງມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ

ຄໍາເຫັນ