![]() |
ທ່ານ ສອນໄຊ ສີສົມພັນ ກ່າວວ່າ: ການທ່ອງທ່ຽວ ເປັນຂະແໜງເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງຢູ່ໃນທົ່ວໂລກ ກໍຄື ສປປ ລາວ ໂດຍສະເພາະຢູ່ ນວ, ການທ່ອງທ່ຽວໄດ້ມີບົດ ບາດສຳຄັນພົ້ນເດັ່ນຂຶ້ນເລື້ອຍໆ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນບຸລິມະສິດໜຶ່ງໃນທ່າແຮງຂອງການພັດທະນາປະເທດ ຊຶ່ງພັກ ແລະ ລັດຖະບານ ໄດ້ມີແນວທາງນະໂຍບາຍສົ່ງ ເສີມການທ່ອງທ່ຽວ ແລະ ໄດ້ເອົາໃຈໃສ່ເຂົ້າໃນການລົງທຶນສ້າງພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກໃຫ້ ການພັດທະນາການທ່ອງທ່ຽວ ຊຶ່ງໄດ້ຮັບຜົນສຳເລັດເປັນກ້າວໆມາ.
ການລົງທຶນຂອງພາກລັດ ເຂົ້າໃນການສ້າງບຸກຄະລາກອນເພື່ອຕອບສະໜອງໃຫ້ທຸລະກິດດ້ານການທ່ອງ ທ່ຽວ ການອະນຸລັກຮັກສາມໍຣະດົກທາງດ້ານວັດທະນະທຳ, ທຳມະຊາດ ແລະ ຮ່ອງຮອຍປະຫວັດສາດ. ນອກນັ້ນກໍໄດ້ສ້າງເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ນັກລົງທຶນໃນຂະແໜງທ່ອງທ່ຽວ ຊຶ່ງເຫັນໄດ້ການເພີ່ມຂຶ້ນຂອງສະ ຖານທີ່ທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວໃນທົ່ວປະເທດ ແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນແຕ່ລະປີ. ສະນັ້ນ, ວຽກງານກໍ່ສ້າງບຸກຄະລາກອນບໍລິການນຳທ່ຽວນັ້ນແມ່ນສິ່ງທີ່ຈຳເປັນ ເພື່ອຍົກລະດັບໃຫ້ພະນັກງານນຳທ່ຽວມີບົດບາດສຳຄັນໃນການສ້າງສິ່ງຈູງໃຈ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
![]() |
ຊຸດຝຶກອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ການຕ້ອນຮັບແຂກດ້ວຍໄມຕີຈິດ ໃບໜ້າຍິ້ມແຍ້ມແຈ່ມໃສ ການບໍລິການທີ່ມີຄວາມຊຳນິຊຳນານວ່ອງໄວ ແລະ ປະທັບໃຈ ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ ການບໍລິການດ້ວຍຄວາມປອດໄພທັງຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວ.
ຂ່າວ: ອົ້ນ


ຄໍາເຫັນ