![]() |
ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກດັ່ງກ່າວ
ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ມີທ່ານ ສີສະຫວາດ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າພະແນກ ວທ ແຂວງ, ມີຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກ ວທ ແຂວງ ໄດ້ຜ່ານບົດສະຫຼຸບ 6 ເດືອນຕົ້ນປີ 2026 ຊຶ່ງແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ. ຄວາມກ້າວໜ້າທີ່ສຳຄັນແມ່ນການຍົກລະດັບພື້ນຖານໂຄງລ່າງ ພາຍໃຕ້ໂຄງການພັດທະນາເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ທຶນ ADB) ມູນຄ່າຫຼາຍກວ່າ 20 ລ້ານໂດລາ ເຊັ່ນ: ການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ການກໍ່ສ້າງຂົວຂ້າມນ້ຳຊອງ, ເສັ້ນທາງວົງແຫວນ ແລະ ນ້ຳຕົກຕາດແກ້ງຍຸຍ ຊຶ່ງສຳເລັດໂດຍພື້ນຖານ ພ້ອມທັງປັບປຸງເທສະບານເມືອງວັງວຽງ ມູນຄ່າ 1.8 ລ້ານໂດລາ ສຳເລັດແລ້ວ 95%. ອອກໃບອະນຸຍາດທຸລະກິດທ່ອງທ່ຽວຜ່ານລະບົບເອເລັກໂຕຣນິກ (IT) ໄດ້ 114 ຫົວໜ່ວຍ, ຊຸກຍູ້ໃຫ້ທົ່ວແຂວງມີທຸລະກິດທ່ອງທ່ຽວເພີ່ມຂຶ້ນເປັນ 1,201 ຫົວໜ່ວຍ. ພ້ອມນີ້, ຍັງໄດ້ຮ່ວມມືກັບທະນາຄານແຫ່ງ ສປປ ລາວ ປະຕິບັດໂຄງການກະຈາຍແຫຼ່ງທຶນເພື່ອສົ່ງເສີມການທ່ອງທ່ຽວ 23 ຕື້ກີບ ໃຫ້ 16 ຫົວໜ່ວຍທຸລະກິດ, ມຸ່ງເນັ້ນການພັດທະນາໂຮມສະເຕ (Homestay) ໃນ 4 ບ້ານເປົ້າໝາຍ, ຄຸ້ມຄອງຂີ້ເຫຍື້ອສີຂຽວ ແລະ ເປີດເສັ້ນທາງທ່ອງທ່ຽວເຊື່ອມໂຍງກັບຈັງຫວັດເລີຍ (ປະເທດໄທ) ຜ່ານດ່ານສາກົນບ້ານວັງ ແລະ ຊະນະຄາມ.
ດ້ານວຽກງານວັດທະນະທຳ, ແຂວງວຽງຈັນ ໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ໃນການປົກປັກຮັກສາສິ່ງດີງາມຂອງຊາດ ໂດຍສາມາດປະເມີນຄືນບ້ານວັດທະນະທຳໄດ້ 33 ບ້ານ ແລະ ຄອບຄົວວັດທະນະທຳ 4,649 ຄອບຄົວ. ປັດຈຸບັນທົ່ວແຂວງມີບ້ານວັດທະນະທຳ 415 ບ້ານ ແລະ ຄອບຄົວວັດທະນະທຳ 72,671 ຄອບຄົວ (ກວມເອົາ 89.44% ຂອງຄອບຄົວທັງໝົດ, ໄດ້ມີການເກັບກຳຂໍ້ມູນສິລະປະລາຍງ້າວບ້ານປາກກະຍຸງ ເພື່ອສະເໜີຂຶ້ນທະບຽນເປັນມໍຣະດົກແຫ່ງຊາດ; ພ້ອມທັງປະກາດຮັບຮອງວັດພະທອງສາມສີ (ບ້ານຫຼິ່ງຊັນ) ແລະ ວັດພະທາດມາຫຼ້າ (ເມືອງທຸລະຄົມ) ເປັນມໍຣະດົກທາງວັດທະນະທຳຂັ້ນທ້ອງຖິ່ນ.
ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານແຜນພັດທະນາວຽກງານການທ່ອງທ່ຽວ 5 ປີ (2026-2030) ສະ ເໝີໂດຍທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ວທ ແຂວງ.
![]() |
ໃນພິທີໄດ້ມອບລາງວັນການທ່ອງທ່ຽວອາຊຽນຈຳນວນ 6 ລາງວັນ ໃຫ້ກັບຫົວໜ່ວຍທຸລະກິດການທ່ອງ ທ່ຽວທີ່ມີຜົນງານດີເດັ່ນ ແລະ ປະດັບຫຼຽນກາທີ່ລະນຶກ 70 ປີ ແລະ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ.
ຕອນທ້າຍພິທີ, ທ່ານ ພູວົງ ບຸນຊູ ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະພະແນກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດທິດທາງ 6 ເດືອນທ້າຍປີ 2026 ຢ່າງມີຈຸດສຸມ, ໂດຍສະເພາະ ສືບຕໍ່ຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວໃຫ້ໄດ້ມາດຕະຖານອາຊຽນ, ການຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການໂຄສະນາ-ບໍລິຫານ, ພ້ອມທັງຮັກສາ ແລະ ເຜີຍແຜ່ວັດທະນະທຳອັນເປັນເອກະລັກຂອງແຂວງ ໃຫ້ກາຍເປັນແຮງດຶງດູດນັກທ່ອງທ່ຽວຢ່າງບໍ່ຂາດສາຍ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ປະຊາ ຊົນບັນດາເຜົ່າຢ່າງແທ້ຈິງ. ຂ່າວ: ແຂວງວຽງຈັນ


ຄໍາເຫັນ