![]() |
ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວຊາດ ພວມຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂດຍເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ ຊຶ່ງເປັນປัດໄຈຊີ້ຂາດຜົນໄດ້-ຜົນເສຍໃນການປະຕິບັດໜ້າທີ່ການເມືອງ, ຍົກລະດັບພາລະບົດບາດ: ເມື່ອຂະແໜງພະລັງງານ-ບໍ່ແຮ່ ມາລວມເຂົ້າກັນ.
ໃນພິທີກ່າວເປີດກອງປະຊຸມ, ທ່ານລັດຖະມົນຕີໄດ້ເນັ້ນໜັກເຖິງຈຸດປ່ຽນສຳຄັນຂອງກະຊວງ ພາຍຫຼັງສູນກາງພັກ ແລະ ລັດຖະບານ ໄດ້ມີທິດຊີ້ນຳໃນການສັບຊ້ອນກົງຈັກລັດຄືນໃໝ່ ດ້ວຍການໂຮມເອົາກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ເຮັດໃຫ້ພາລະບົດບາດຂອງກະຊວງກວ້າງຂວາງ ແລະ ໜັກໜ່ວງຂຶ້ນກວ່າເກົ່າ. “ການໂຮມກະຊວງຄັ້ງນີ້ ບໍ່ແມ່ນພຽງແຕ່ການນຳເອົາສອງກົງຈັກມາຕັ້ງຢູ່ຮ່ວມກັນ, ແຕ່ຮຽກຮ້ອງໃຫ້ຕ້ອງຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ບັນຫາຮີບດ່ວນ ແມ່ນການແກ້ໄຂກົງຈັກຊໍ້າຊ້ອນ, ການສັບຊ້ອນພະນັກງານໃຫ້ຖືກຄົນ ຖືກວຽກ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານອຸ່ນອ່ຽນທຸ່ນທ່ຽງ”.
ປັດຈຸບັນ, ກະຊວງ ອຄ. ໄດ້ກວມເອົາບັນດາຂະແໜງການທີ່ເປັນເສົາຄ້ຳຫຼັກທາງດ້ານເສດຖະກິດ, ການຜະລິດ, ພະລັງງານ, ບໍ່ແຮ່, ອຸດສາຫະກຳປຸງແຕ່ງ ແລະ ການຄ້າທັງພາຍໃນ-ຕ່າງປະເທດ ຊຶ່ງມີລັກສະນະຍຸດທະສາດໃນການກຳນົດທິດທາງ ແລະ ຊີ້ຂາດການພັດທະນາເສດຖະກິດຂອງປະເທດ ໃຫ້ສອດຄ່ອງກັບຄຳຂວັນ: “ສືບຕໍ່ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງຄະນະພັກ, ເສີມຂະຫຍາຍທ່າແຮງຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ເປັນກຳລັງຂັບເຄື່ອນເສດຖະກິດເອກະລາດ-ເປັນເຈົ້າຕົນເອງ ຢ່າງໜັກແໜ້ນ”.
![]() |
ພາຍໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ບົດລາຍງານສຳຄັນຕ່າງໆ ເປັນຕົ້ນແມ່ນບົດສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030), ບົດລາຍງານສະພາບການບຳລຸງສ້າງພະນັກງານ-ລັດຖະກອນ ພ້ອມທັງຮັບຟັງການປະກອບຄຳເຫັນຈາກຕາງໜ້າກົມກອງອ້ອມຂ້າງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຕ່າງໆ ເພື່ອປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນສູງສຸດ.
ຕອນທ້າຍຂອງກອງປະຊຸມ, ປະທານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານຈົ່ງເຊີດຊູຄວາມຮັບຜິດຊອບການ ເມືອງ, ຕີລາຄາຢ່າງພາວະວິໄສ ແລະ ພ້ອມກັນຊອກຫາມາດຕະການແກ້ໄຂທີ່ແທດເໝາະ ເພື່ອສ້າງໃຫ້ຂະແໜງ ອຸດສາຫະກຳ ແລະ ການຄ້າ ຍຸກໃໝ່ ມີກົງຈັກທີ່ເຂັ້ມແຂງ, ໂປ່ງໃສ ແລະ ຄ່ອງຕົວຢ່າງແທ້ຈິງ.
(ຂ່າວ: ແສງຈັນ)


ຄໍາເຫັນ