
ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຈະຈັດຂຶ້ນທີ່ນະຄອນ Nice ປະເທດຝຣັ່ງ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3) ຈະຈັດຂຶ້ນໃນລະຫວ່າງວັນທີ 9 – 13 ມິຖຸນາ ນີ້ ຢູ່ນະຄອນ Nice ພາກໃຕ້ປະເທດຝຣັ່ງ. ເປົ້າໝາຍຂອງກອງປະຊຸມແມ່ນເພື່ອບັນລຸຄວາມເປັນເອກະພາບທົ່ວໂລກ ແລະ ລະດົມແຫຼ່ງເງິນຊ່ວຍເຫຼືອໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການຫຼາຍປະເທດຍັງຄົງມີຄວາມບໍ່ລົງລອຍກັນກ່ຽວກັບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອພຣາສຕິກ ແລະ ການຫາສິນທະເລເກີນຂອບເຂດ.