ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ

ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ

ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ
ກົມຄຸ້ມຄອງການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດສໍາມະນາເປີດກວ້າງການປັບປຸງຮ່າງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວໃນຂອບເຂດທົ່ວປະເທດ (ແບບເຄິ່ງອອນລາຍ) ໃນວັນທີ 2 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳເພົ້າ ວັນນະວົງ ກົວໜ້າກົມກວດກາ ກະຊວງ ວທ, ມີບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາມະນາເປດກວາງປບປງຮາງດາລດກອງທນການທອງທຽວ - image 1
 

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປີດກວ້າງໃນການລະດົມຄໍາຄິດຄໍາເຫັນຈາກທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າໃສ່ຮ່າງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວ, ຮ່າງດໍາລັດດັ່ງກ່າວ ແມ່ນນິຕິກຳລຸ່ມກົດໝາຍທີ່ມີຄວາມໝາຍຄວາມສຳຄັນຕໍ່ການສ້າງແຫຼ່ງລາຍຮັບຈາກການທ່ອງທ່ຽວ ສ່ວນໜຶ່ງເຂົ້າງົບປະມານແຫ່ງຊາດ ກໍຄື ກອງທຶນການທ່ອງທ່ຽວ ປະກອບສ່ວນເຂົ້າໃນການພັດທະນາ, ການໂຄສະນາ ແລະ ຄຸ້ມຄອງການທ່ອງທ່ຽວຂອງສປປ ລາວໃຫ້ມີການຂະຫຍາຍຕົວຢ່າງມີຄຸນນະພາບ ແລະ ມີຄວາມຍືນຍົງ.

 ກອງທຶນການທ່ອງທ່ຽວໄດ້ເລີ່ມມາແຕ່ປີ 1989 ຕາມມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 91/ປສລ, ລົງວັນທີ 4 ຕຸລາ 1989, ຕໍ່ມາປີ 2013 ກອງທຶນດັ່ງກ່າວໄດ້ຖືກກໍານົດເຂົ້າໃນກົດໝາຍທ່ອງທ່ຽວ ສະບັບປັບປຸງ ເລກທີ 32/ສພຊ, ລົງວັນທີ 24 ກໍລະກົດ 2013, ປີ 2017 ລັດຖະບານໄດ້ອອກດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວ ສະບັບເລກທີ 119/ລບ, ລົງວັນທີ 10 ເມສາ 2017 ແລະ ກອງທຶນດັ່ງກ່າວ, ຍັງຖືກກໍານົດໄວ້ໃນມາດຕາ 74, 75 ແລະ 76 ຂອງກົດໝາຍທ່ອງທ່ຽວສະບັບປັບປຸງ ເລກທີ 63/ສພຊ, ລົງວັນທີ 1 ກໍລະກົດ 2024 ມາເຖິງປັດຈຸບັນ. ເພື່ອຜັນຂະຫຍາຍກົດໝາຍດັ່ງກ່າວ ແລະ ປ່ຽນແທນດໍາລັດນາຍົກລັດຖະ ມົນຕີ ວ່າດ້ວຍກອງທຶນການທ່ອງທ່ຽວ ສະບັບເລກທີ 119/ລບ, ລົງວັນທີ 10 ເມສາ 2017 ໃຫ້ສອດຄ່ອງກັບສະພາບການປ່ຽນແປງ ແລະ ການຂະຫຍາຍຕົວຂອງການທ່ອງທ່ຽວໃນໄລຍະໃໝ່. ລັດຖະບານຈຶ່ງໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວສະບັບນີ້ຂຶ້ນມາ ເພື່ອປະກາດໃຊ້ໃນໄລຍະອັນໃກ້ນີ້ ຊຶ່ງຮ່າງດໍາລັດສະບັບນີ້ໄດ້ຜ່ານກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນສິງຫາ 2025 ສໍາເລັດແລ້ວ ແລະ ເພື່ອເຮັດໃຫ້ຮ່າງດໍາລັດມີເນື້ອໃນອັນຄົບຖ້ວນ ແລະ ຮັດກຸມຂຶ້ນກວ່າເກົ່າ, ຄະນະຮັບຜິດຊອບກະຊວງ ວທ, ສຳນັກ ງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມຂຶ້ນໃນວັນທີ 31 ຕຸລາ ແລະ ວັນທີ 14 ພະຈິກ 2025 ເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະ ຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2025 ມາຄົ້ນຄວ້າ ແລະ ປັບປຸງຮ່າງດໍາລັດດັ່ງກ່າວສໍາເລັດ, ເພື່ອເຮັດໃຫ້ຮ່າງດໍາລັດສະບັບນີ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມຂຶ້ນກວ່າເກົ່າ ກ່ອນຈະນຳສະເໜີຂໍອະນຸມັດຈາກລັດຖະບານ ແລະ ປະກາດໃຊ້ຢ່າງເປັນທາງ, ຄະນະຮັບຜິດຊອບຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນອີກເທື່ອໜຶ່ງ ເພື່ອໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ມີສ່ວນຮ່ວມບົນພື້ນຖານຫຼັກການຂອງກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ເນື້ອໃນຈິດໃຈຂອງກອງປະຊຸມລັດຖະບານ.  

ຂ່າວ-ພາບ: ວຽງສະຫວັນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ  ສົ່ງເສີມການທ່ອງທ່ຽວ

ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ

ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ເພີ່ມເຕີມ