ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ
ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”

 

ພດທະນາແຫງທອງທຽວເນນສາງບກຄະລາກອນເຂມແຂງ - image 1
 

ທ່ານ ນາງສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນໄດ້ໃຫ້ສໍາພາດຕໍ່ຜູ້ຂຽນວ່າ: ກິດຈະກໍາການທ່ອງທ່ຽວລະດູຝົນມີຄວາມຟົດຟື້ນ ຍ້ອນວ່າ ຕົ້ນໄມ້ເຕີບໃຫຍ່ຂະຫຍາຍຕົວໄວ, ນໍ້າຕົກຕາດສວຍງາມ, ບັນດານັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດເຂົ້າຢ້ຽມຊົມເປັນຈໍານວນຫຼາຍ ຊຶ່ງທຽບໃສ່ປີຜ່ານມາແມ່ນມີຈໍານວນເພີ່ມຂຶ້ນ, ສະເພາະໜ້າຝົນ ບັນດາບໍລິສັດທ່ອງທ່ຽວປະເທດໃກ້ຄຽງ ແມ່ນໄດ້ມີການວາງແຜນທ່ອງທ່ຽວເປັນຢ່າງດີ ກົງກັນຂ້າມ ກ່ອນໜ້ານີ້ຫຼາຍສິບປີຜ່ານມາ ມີຄວາມເຂົ້າໃຈວ່າ ການທ່ອງທ່ຽວຟົດຟື້ນສະເພາະແຕ່ລະດູແລ້ງເທົ່ານັ້ນມາເຖິງປັດຈຸບັນ ບໍລິສັດທ່ອງທ່ຽວ ໄດ້ວາງແຜນຕະຫຼອດທັງປີ, ນັກທ່ອງທ່ຽວ ມີ2 ຮູບແບບ ຄື: ທ່ອງທ່ຽວລະດູແລ້ງ ແລະ ທ່ອງທ່ຽວລະດູຝົນ ຈຶ່ງເຮັດໃຫ້ການທ່ອງທ່ຽວທີ່ແຂວງຈໍາປາສັກຟົດຟື້ນໂດຍລວມ, ສະເພາະແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ມີນັກທ່ອງທ່ຽວ ເຂົ້າ-ອອກ ເປັນປົກກະຕິ, ນັກທ່ອງທ່ຽວເຂົ້າມາຫຼາຍ ແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດ ເປັນຕົ້ນ ປະເທດໄທ, ຫວຽດນາມ, ກໍາປູເຈຍ. ນອກນັ້ນ ກໍແມ່ນ ບັນດາປະເທດທີ່ເພິ່ນໄດ້ໄປລົງທຶນຢູ່ແຂວງທາງພາກໃຕ້, ສປ ຈີນ, ສ ເກົາຫຼີ ແລະ ມີບັນດານັກທ່ອງທ່ຽວທີ່ມາຈາກເອີຣົບອື່ນໆ.

ພດທະນາແຫງທອງທຽວເນນສາງບກຄະລາກອນເຂມແຂງ - image 2
 

ສະຖານທີ່ນໍ້າຕົກຕາດເຍືອງ ແມ່ນສໍາລັບນັກທ່ອງທ່ຽວຍ່າງຊົມ, ບໍ່ແມ່ນກິດຈະກໍາປີນ-ໄຕ່ ຫຼື ຫ້ອຍແຂວນຢູ່ເຊືອກ, ປີນີ້ມີນັກທ່ອງທ່ຽວ ໄທ, ກໍາປູເຈຍ ມາເປັນຄາລາວານ, ໝູ່ຄະນະ, ແບບຄອບຄົວ ອັນໄດ້ເຮັດໃຫ້ສີສັນຂອງການທ່ອງທ່ຽວປີ2025ຄຶກຄື້ນ ໂດຍສະເພາະເຂດພູພຽງບໍລະເວນເປັນຫຼັກ.ຄຽງຄູ່ກັບການບໍລິການ ດ້ານສິ່ງແວດລ້ອມ ຍັງແມ່ນໝາກຫົວໃຈຫຼັກຂອງບໍລິສັດ ຖືສໍາຄັນໃນການພັດທະນາແຫຼ່ງທ່ອງທ່ຽວ. ທັງສ້າງບຸກຄະລາກອນໃຫ້ເປັນວົງຈອນອັນດຽວກັນ, ການພັດທະນາບໍ່ໄດ້ປ່ຽນແປງທໍາມະຊາດ ພຽງແຕ່ຕໍ່ເຕີມບູລະນະສິ່ງທີ່ຂາດເຂີນ ໃຫ້ມີຈໍານວນເພີ່ມຂຶ້ນ ໂດຍສະເພາະຂົງເຂດປ່າປ້ອງກັນແຫຼ່ງນໍ້າ(ປ່າຍອດນໍ້າ ຫຼື ປ່າເທິງແຫຼ່ງນໍ້າຕົກຕາດ). ນອກນັ້ນ ຍັງຊຸກຍູ້ປະຊາຊົນ ປູກຕົ້ນໄມ້ກິນໝາກແຊມໃສ່ສວນກາເຟ ເພື່ອໃຫ້ປະຊາຊົນມີລາຍຮັບເພີ່ມ, ສົ່ງເສີມໃຫ້ປູກຜັກປອດສານພິດ ເພື່ອສະໜອງແກ່ຮ້ານອາຫານນໍາມາປຸງແຕ່ງ, ນອກຈາກເມນູອາຫານຫຼັກພາຍໃນຮ້ານແລ້ວຍັງເນັ້ນຫຼັກໂພຊະນາການຕໍ່ສຸຂະພາບໃຫ້ກັບນັກທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ທາງຮ້ານອາຫານ ຍັງໄດ້ຮັບເອົາບັນດາລູກ-ຫຼານ ຂອງພໍ່ແມ່ປະຊາຊົນ ພາຍໃນບ້ານດັ່ງກ່າວ ເຂົ້າເຮັດວຽກນໍາອີກ ແລະ ຍັງຮັບຝຶກສອນທັກສະດ້ານອື່ນໆ ທີ່ປິ່ນອ້ອມກັບການພັດທະນາແຫຼ່ງທ່ອງທ່ຽວຂອງບໍລິສັດເພື່ອໃຫ້ເຂົາເຈົ້າມີຄວາມມັກ-ຮັກວຽກບໍລິການ ກໍຄືຮູ້ຈັກຄຸນຄ່າໃນການສຶກສາຮໍ່າຮຽນ. ນອກນັ້ນ ຍັງໄດ້ໃຫ້ປະຊາຊົນມີສ່ວນຮ່ວມ ເລື່ອງການອະນຸລັກຊີວະນາໆພັນຊຶ່ງແມ່ນຫົວໃຈຫຼັກ ໃນການພັດທະນາ ເພາະວ່າ ຂົງເຂດດັ່ງກ່າວ ນອກຈາກມີນໍ້າຕົກຕາດ, ປ່າໄມ້ຂຽວງາມແລ້ວ ຍັງມີສັດປ່ານາໆພັນ ໄວ້ໃຫ້ນັກທ່ອງທ່ຽວໄດ້ເຫັນ ແລະ ເກີດຄວາມປະທັບໃຈ ຢ່າງປະຈັກຕາ ໂດຍມີການແນະນໍາ ເຖິງຄວາມໝາຍສໍາຄັນ ຂອງຄົນ ຕິດພັນກັບສິ່ງແວດລ້ອມທໍາມະຊາດ ຄືບໍ່ໃຫ້ເຂົາເຈົ້າເຂົ້າປ່າລ່າສັດມາເປັນອາຫານ.

ພດທະນາແຫງທອງທຽວເນນສາງບກຄະລາກອນເຂມແຂງ - image 3
 

ທ່ານ ນາງສອນທິດາ ອຸນາພົມ ກ່າວຕື່ມວ່າ: ຜ່ານຈາກການພັດທະນາວຽກງານທ່ອງທ່ຽວ 10ກວ່າປີ ໄດ້ສ້າງຈິດສໍານຶກໃຫ້ກັບປະຊາຊົນ ເຂົ້າໃຈ ແລະ ມີຄວາມຮັບຮູ້ວ່າ ຕາດເຍືອງເປັນມູນມັງມໍລະດົກ ເປັນຊັບສົມບັດອັນລໍ້າຄ່າຂອງພວກເຂົາເຈົ້າໝົດທຸກຄົນ, ຂ້າພະເຈົ້າພຽງແຕ່ເປັນຜູ້ໄປພັດທະນາ, ຊຸກຍູ້, ສົ່ງເສີມທັງເປັນຕະຫຼາດກັບທີ່ໃຫ້ເຂົາເຈົ້າ ເພື່ອໃຫ້ປະຊາຊົນມີລາຍຮັບທີ່ໝູນວຽນ, ຊ່ວຍສະມາຊິກພາຍໃນຄອບຄົວເຂົາເຈົ້າ, ຍ້ອນມີຄວາມດຸໝັ່ນ ໃນການອອກແຮງງານ, ປະຊາຊົນຈຶ່ງມີລາຍຮັບຢ່າງພຽງພໍ, ສາມາດເພິ່ງຕົນເອງ, ກຸ້ມກິນ ແລະ ມີຄວາມເຂັ້ມແຂງ ຍ້ອນເຫດຜົນດັ່ງກ່າວ ເຂົາເຈົ້າຈຶ່ງບໍ່ມີແນວຄວາມຄິດທີ່ຈະໄປອອກແຮງງານຢູ່ປະເທດອື່ນ, ສະນັ້ນ ຕ້ອງຊອກໃຫ້ເຫັນວ່າ ສິ່ງໃດແທ້ໆທີ່ເຂົາເຈົ້າຕ້ອງການ, ສິ່ງໃດທີ່ມີ ແລະ ດີແລ້ວ ກໍຄວນສົ່ງເສີມເປັນທະວີຄູນ ກົງກັນຂ້າມ ສິ່ງໃດຂາດເຂີນ ກໍຄວນຊອກຫາມາເຕີມໃສ່ໃຫ້ພຽງພໍ ແລະ ສິ່ງໃດທີ່ພົ້ນເດັ່ນແລ້ວ ກໍຍົກສູງຂຶ້ນໃຫ້ມີບົດບາດນໍາພາ ໃນຂົງເຂດດັ່ງກ່າວ ຍ້ອນແນວນັ້ນ ຈຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຈໍານວນພະນັກງານເຮັດວຽກບໍລິການທີ່ຕາດເຍືອງ ຫຼາຍເຖິງ 70ກວ່າຄົນ.

ນັບຕັ້ງແຕ່ປີ2019 ໄລຍະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ແຫຼ່ງທ່ອງທ່ຽວຕາດເຍືອງໄດ້ຮັບໃບຢັ້ງຢືນນາມມະຍົດດີເດັ່ນໃນການຈ້າງງານ ຍ້ອນວ່າຮັກສາຈໍານວນພະນັກງານໄວ້ຢ່າງໝັ້ນຄົງ ຈົນພະນັກງານກາຍເປັນຜູ້ຈັດການທີ່ມີສີມີຄວາມຊໍານານງານໃນລະດັບສູງ, ພະນັກງານແຕ່ລະຄົນ ຮັກການບໍລິການ ຄືກັນກັບເຮືອນຂອງຕົນເອງ ໝາຍຄວາມວ່າ ທຸກໆຄົນເປັນເຈົ້າຂອງຮ່ວມກັນ ຖືປະຊາຊົນເຂດດັ່ງກ່າວ ເປັນເສົາຫຼັກ ລູກຫຼານ ກໍຄືໜໍ່ແໜງ ປຽບສະເໝືອນຕົ້ນໄມ້ສີຂຽວອ້ອມຮອບແຫຼ່ງທ່ອງທ່ຽວ.ແຕ່ລະປີ ໄດ້ຂໍເອົາບັນດາຊ່ຽວຊານຈາກຕ່າງປະເທດມາສອນພາສາ ຈີນ, ຝຣັ່ງ, ອັງກິດ, ຫວຽດນາມ ແລະ ພາສາອື່ນໆ ເພື່ອຍົກລະດັບຄວາມຮູ້,ຄວາມສາມາດດ້ານບໍລິການຂຶ້ນເລື້ອຍໆ, ຕອບສະໜອງໃຫ້ກັບນັກທ່ອງທ່ຽວທຸກໆປະເທດໃນໂລກທີ່ເຂົ້າມາທ່ອງທ່ຽວຕາດເຢືອງ.

ສະນັ້ນ, ຜູ້ພັດທະນາຕ້ອງຊອກໃຫ້ເຫັນວ່າ ສິ່ງໃດແທ້ໆທີ່ເຂົາເຈົ້າຕ້ອງການ, ສິ່ງໃດທີ່ມີ ແລະ ດີແລ້ວ ກໍຄວນສົ່ງເສີມເປັນທະວີຄູນ ກົງກັນຂ້າມ ສິ່ງໃດຂາດເຂີນ ກໍຄວນຊອກຫາມາເຕີມໃສ່ໃຫ້ພຽງພໍ ແລະ ສິ່ງໃດທີ່ພົ້ນເດັ່ນແລ້ວ ກໍຍົກສູງໆຂຶ້ນໃຫ້ມີບົດບາດນໍາພາ ໃນຂົງເຂດດັ່ງກ່າວ ເພາະວ່າຜູ້ພັດທະນາລ້ວນແຕ່ແມ່ນຜູ້ທີ່ມີຄວາມຮັບຜິດຊອບ ຕໍ່ຜົນຂອງການຜະລິດຂອງຕົນ ແລະ ນໍາເອົາເຕັກນິກ-ຄວາມຮູ້, ຄວາມສາມາດເຂົ້າໄປຊ່ວຍຕື່ມ ເພື່ອໃຫ້ເປັນຂະບວນການ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ