ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ

ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ

ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ
ງານມະຫະກໍາການທ່ອງທ່ຽວອາຊຽນປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 25-31 ມັງກອນ 2026 ທີ່ເຊບູ ປະເທດຟີລິບປິນ ໃນບັນດາປະເທດສະມາຊິກອາຊຽນໄດ້ຮັບລາງວັນທັງໝົດ 211 ລາງວັນ ຊຶ່ງລວມມີ 4 ປະເພດລາງວັນມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະ ຖານເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນ.
ສປປ ລາວ ໄດຮບລາງວນມາດຕະຖານການທອງທຽວອາຊຽນ 21 ລາງວນ - image 1
 

ສໍາລັບມາດຕະຖານໂຮງແຮມຂຽວອາຊຽນ ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ໂຮງແຮມສຸພັດຕຣາເຮີຣິເທຈ ນະຄອນຫຼວງວຽງຈັນ (ນວ), ໂຮງແຮມເດິແກຣນຫຼວງພະບາງ ແຂວງຫຼວງພະບາງ, ໂຮງແຮມອາມາຣີວຽງຈັນ ນວ, ໂຮງແຮມຢູຫຼວງພະບາງ ແຂວງຫຼວງພະບາງ, ໂດນຟຸກຣີສອດ ນວ; ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ສປປ ລາວ ໄດ້ຮັບ 4 ລາງວັນ ຄື: ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ນະຄອນປາກເຊ ແຂວງຈໍາປາສັກ, ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ເມືອງວຽງໄຊ ແຂວງຫົວພັນ; ລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ ສປປ ລາວ ໄດ້ຮັບ 10 ລາງວັນ ຄື: ປະເພດສະຖານທີ່ຈັດກອງປະຊຸມ 5 ລາງວັນ: ໂຮງແຮມຮໍລິເດອິນ ນວ, ໂຮງແຮມສຸພັດຕຣາວຽງຈັນ ນວ, ໂຮງແຮມລາດຊະວົງວັນດ້າວິສຕ້າ ນວ, ໂຮງແຮມເມືອງແທ່ງລັກເຊີລີວຽງຈັນ ນວ, ຫໍປະຊຸມແຂວງອັດຕະປື; ສ່ວນປະເພດສະຖານທີ່ຈັດງານເທສະການ 5 ລາງວັນ: ໂຮງແຮມສຸພັດຕຣາວຽງຈັນ ນວ, ໂຮງແຮມເດິແກຣນ ຫຼວງພະບາງ ແຂວງຫຼວງພະບາງ, ສູນການຄ້າວຽງຈັນເຊັນເຕີ ນວ, ໂຮງແຮມເມືອງແທ່ງລັກເຊີລີວຽງຈັນ ນວ, ສະຖານທີ່ຈັດງານເທສະການຕາດເລາະ ແຂວງສາລະວັນ. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ຫໍພິພິທະພັນແຫ່ງຊາດ ແຂວງຫຼວງພະບາງ ເປັນລາງວັນສໍາລັບຜະລິດຕະພັນການທ່ອງທ່ຽວໃນຕົວເມືອງ, ນໍ້າກັດຢໍລະປ່າ ແຂວງອຸດົມໄຊ ເປັນລາງວັນສຳລັບຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ. ນອກຈາກນີ້, ສປປ ລາວ ຍັງໄດ້ຮັບລາງວັນອີກຈໍານວນ 38 ລາງວັນ ຊຶ່ງຈະມີພິທີມອບລາງ ວັນທັງໝົດນີ້ຮ່ວມກັນອີກຄັ້ງຢູ່ພາຍໃນປະເທດ ໃນເດືອນກຸມພາ 2026 ນີ້ ເພື່ອເປັນການຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ໄດ້ຮັບລາງວັນອັນຊົງກຽດນີ້.

ສປປ ລາວ ໄດຮບລາງວນມາດຕະຖານການທອງທຽວອາຊຽນ 21 ລາງວນ - image 2
 

 ໃນພິທີໄດ້ມອບລາງວັນໃຫ້ພາກສ່ວນຕ່າງໆ ຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ຊຶ່ງຜົນສຳເລັດດັ່ງກ່າວແມ່ນໄດ້ຮັບການນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ ໂຄງການພັດທະນາພື້ນຖານໂຄງລ່າງເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).  

ຂໍ້ມູນຈາກ: ກົມພັດທະນາການທ່ອງທ່ຽວ

ຄໍາເຫັນ

ຂ່າວທ່ອງທ່ຽວ

ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ (ADB) ເຮັດໃຫ້ເຂດທ່ອງທ່ຽວປະຫວັດສາດມະຫານາທີສີທັນດອນ ບ້ານດອນເດດ-ດອນຄອນ ຈາກຖະໜົນດິນແດງ ລໍາບາກໃນການໄປມາຂອງປະຊາຊົນ ແລະ ແຂກທີ່ມາທ່ອງທ່ຽວ, ປັດຈຸບັນ ມີຖະໜົນຄອນກຣີດທີ່ສະດວກສະບາຍຫຼາຍຂຶ້ນກ່ວາເກົ່າ.
ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ຳນ້ຳລອດ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ມີຄວາມສຳຄັນທາງປະຫວັດສາດ ໃນການເປັນຖານທີ່ໝັ້ນປົກປ້ອງຊາດໃນອາດີດ ຕັ້ງຢູ່ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄໍາມ່ວນ, ປັດຈຸບັນກໍາລັງຢູ່ໃນໄລຍະເລີ່ມຕົ້ນການພັດທະນາ ແລະ ປັບປຸງສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດກັບຄວາມງົດງາມທາງທຳມະຊາດແບບດັ້ງເດີມ.
ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ  ສົ່ງເສີມການທ່ອງທ່ຽວ

ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ

ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ເພີ່ມເຕີມ