ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່
ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
ສຳຜດກບການທອງທຽວທສວນໝແພນດາເມອງເສງຕ - image 1
 

ໃນສວນດັ່ງກ່າວມີໝີແພນດ້າ ທັງໝົດ 270ໂຕ ເຊິ່ງໄດ້ມາຈາກຫຼາຍປະເທດທົ່ວໂລກເພື່ອມາອະນຸລັກໃນສະຖານທີ່ນີ້ເພື່ອຂະຫຍາຍພັນ ນອກນັ້ນຍັງໄດ້ສົ່ງອອກໄປບາງປະເທດເພື່ອການແລກປ່ຽນກັນ,ແພນດ້າມີອາຍຸຫຼາຍກວ່າ 20ປີຂຶ້ນໄປ ແລະເກີດລູກປີລະຄັ້ງ ໄລຍະການຖືພາມານຂອງແພັນດ້າປະມານ 6 ຫາ 7ເດືອນຈຶ່ງເກີດ ບາງປີກໍ່ບໍ່ມີລູກ ເຊິ່ງອາດເວົ້າໄດ້ວ່າເປັນສັດທີ່ແຜ່ຂະຫຍາຍພັນໄດ້ຍາກ.

ສຳຜດກບການທອງທຽວທສວນໝແພນດາເມອງເສງຕ - image 2
 

ສຳລັບການເຂົ້າຊົມດັ່ງກ່າວແມ່ນມີຄ່າໃຊ້ຈ່າຍທີແຕກຕ່າງກັນຄື; ຜູ້ອາຍຸສູງ 60ປີຂຶ້ນໄປແມ່ນເຂົ້າຊົມແບບບໍ່ເສຍຄ່າ ແລະ ເດັກນ້ອຍຕ່ຳກວ່າ 1.20ແມັດ ແລະ ນັກຮຽນ ແມ່ນ 27ຢວນຕໍ່ຄົນ ສ່ວນຄົນທົ່ວໄປ ແລະ ໄວກາງຄົນ ແມ່ນ 55 ຢວນຕໍ່ຄົນ ແລະ ແຕ່ລະມື້ມີຄົນເຂົ້າຊົມປະມານ 80.000ຄົນ/ມື້

ເມື່ອເຂົ້າສູ່ພື້ນທີ່ຂອງສວນ ຄວາມຮູ້ສຶກອັນດັບທໍາອິດກໍ່ຄືຄວາມຊຸ່ມຊື່ນຂອງທໍາມະຊາດ. ທາງຍ່າງຊົມສວນແສນສະດວກສະດວກສະບາຍ, ສຽງຂອງຜູ້ຄົນທີ່ຢ່າງຊົມສວນແພນດ້າປະສົມປະສານກັບສາຍລົມເບົາໆ ທໍາໃຫ້ຜູ້ມາທ່ອງທ່ຽວຮູ້ສຶກວ່າໄດ້ເຂົ້າໄປຢູ່ໃນໂລກອີກໃບໜຶ່ງນັ້ນກໍຄືໂລກຂອງໝີແພນດ້າ.

ສຳຜດກບການທອງທຽວທສວນໝແພນດາເມອງເສງຕ - image 3
 

ໝີແພນດ້າເປັນສັດທີ່ມີນິໃສອ່ອນໂຍນ ແລະ ບໍອັນຕະລາຍເໝືອນສັດອື່ນໆມັກຢູ່ແບບສະຫງົບແລະ ບໍ່ຢອກໃຍກັນ. ມັນກຳລັງນັ່ງກິນໄມ້ໄຜ່ແບບຊ້າໆ ດ້ວຍທ່າທາງອັນສະບາຍ ຄືວ່າບໍ່ມີສິ່ງໃດໃນໂລກທີ່ຈະຕ້ອງເຮັດໃຫ້ມັນສັບສົນວຸ້ນວາຍເມື່ອໄດ້ມາເຫັນແລ້ວຮູ້ສຶກວ່າໄດ້ພົບຄວາມສັນຕິພາບຢ່າງແທ້ຈິງເຊິ່ງເຮັດໃຫ້ຫົວໃຈຂອງຜູ້ມາຢ້ຽມຊົມຄົນອ່ອນລົງໂດຍບໍ່ຮູ້ຕົວ ຍ້ອນວ່າຄວາມໜ້າຮັກຂອງແພນດ້າທີ່ບໍ່ອາດຕ້ານທານໄດ້.

ສຳຜດກບການທອງທຽວທສວນໝແພນດາເມອງເສງຕ - image 4
 

ໃນສ່ວນດັ່ງກ່າວນັກທ່ອງທ່ຽວຈະເຫັນໝີ ໂຕນ້ອຍ ແລະ ໂຕໃຫຍ່ ທີ່ກຳລັງຫຼິ້ນແລະກິນອາຫານກັບໝູ່ຂອງມັນ ແລະ ບາງໂຕກໍປີນຂຶ້ນຕົ້ນໄມ້ສູງ. ຄວາມຕະຫລົກແລະບໍລິສຸດຂອງມັນເຮັດໃຫ້ຄົນທີ່ເບິ່ງຢູ່ຕ້ອງໄດ້ທັກທາຍແລະຢິ້ມໃນໃຈແບບມີຄວາມສຸກໂດຍບໍ່ມີສິ່ງໃດມາປຽບເປີຍໄດ້. ມັນບໍ່ເປັນພຽງແຕ່ສັດປ່າທີ່ໜ້າຮັກເທົ່ານັ້ນ ແຕ່ເປັນສັນຍາລັກຂອງຄວາມອ່ອນໂຍນ ແລະ ການຢູ່ຮ່ວມກັນຢ່າງສັນຕິ.

ສຳຜດກບການທອງທຽວທສວນໝແພນດາເມອງເສງຕ - image 5
 

ຫຼາຍຄົນອາດບໍ່ຮູ້ວ່າ ການດູແລເບິ່ງແຍງໝີແພນດ້ານັ້ນຍາກກວ່າທີ່ຄິດ. ໃນສວນແພນດ້າເສິງຕູ່ ທຸກຂັ້ນຕອນການລ້ຽງແມ່ນໄດ້ດູແລຢ່າງລະອຽດ: ອາຫານທີ່ແພັນດ້າກິນແມ່ນ ໜໍ່ໄມ້,ໃບໃຜ່,ລຳໄມ້ໃຜ່,ອ້ອຍ, ຫົວກ່າລົດ ແລະ ພືດຜັກ ຕ່າງໆ ແລະ ຕ້ອງມີການຝຶກໃຫ້ມັນຮູ້ຈັກປັບຕົວໃນທໍາມະຊາດ. ນັກວິທະຍາສາດ ແລະຜູ້ດູແລໝີແພນດ້າທີ່ນີ້ມີຄວາມທຸ່ມເທແລະເອົາຫົວໃຈໃສ່ແທ້ໆ ທີ່ຈະຮັກສາສັດຊະນິດນີ້ໃຫ້ຢູ່ຄູ່ໂລກໄດ້ອີກດົນນານ. ສວນແພນດ້າບໍ່ແມ່ນພຽງສະຖານທີ່ທ່ອງທ່ຽວ ແຕ່ເປັນສູນຮຽນຮູ້ການອະນຸລັກທໍາມະຊາດທີ່ມີຊີວິດຊີວາ. ນັກທ່ອງທ່ຽວສາມາດຮຽນຮູ້ກ່ຽວກັບວົງຈອນຊີວິດຂອງໝີແພນດ້າ, ການດູແລແລະການຜະລິດອາຫານຈາກໄມ້ໄຜ່, ລວມທັງບົດຮຽນກ່ຽວກັບການຮັກສາສັດປ່າທົ່ວໂລກ. ສິ່ງເຫຼົ່ານີ້ຊ່ວຍປູກຝັງຄວາມຮູ້ສຶກຮັກທໍາມະຊາດໃຫ້ແກ່ຜູ້ມາຢ້ຽມຊົມທຸກຄົນແລະການເຫັນຄຸນຄ່າຂອງສິ່ງມີຊີວິດທຸກຊະນິດ. ຖ້າຫາວ່າຜູ້ໃດທີ່ມີເງື່ອນໄຂໃນການເດີນທາງມາທ່ອງທ່ຽວຢາກໃຫ້ມາສຳຜັດເພື່ອປະສົບການໃໝ່ຂອງຊີວິດ.

ຄໍາເຫັນ

ຂ່າວທ່ອງທ່ຽວ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.
ເພີ່ມເຕີມ