ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫຼັກ 40 ເມືອງປາກຊ່ອງ ຈໍາກັດ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານມາວ່າ: ສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າຕົກຕາດເຍືອງ ເປັນໜຶ່ງແຫຼ່ງທ່ອງທ່ຽວ ທີ່ສວຍສົດງົດງາມ ທັງເປັນຮູ້ຈັກກັນດີທັງພາຍໃນ ແລະ ຕ່າງປະເທດ. ສະຖານທີ່ແຫ່ງນີ້ນອກຈາກມີຄວາມສວຍສົດງົດງາມນໍ້າຕົກຕາດແລ້ວ, ທ່ານຍັງໄດ້ເຫັນທິວທັດທໍາມະຊາດ ບວກກັບວັດທະນະທໍາທີ່ມີເອກະລັກທ່ອງທ່ຽວ ໂດຍສະເພາະຢູ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງປະຊາຊົນບັນດາເຜົ່າມີຂະບວນການຢ່າງຫ້າວຫັນ ແລະ ຟົດຟື້ນໃນລະດູນີ້ກໍາລັງເກັບກ່ຽວກາເຟ, ທັງສີ, ທັງອິ້ວ ແລະ ອື່ນໆ ຢ່າງເປັນຂະບວນການ. ນອກຈາກນັ້ນ, ສະຖານທີ່ທ່ອງທ່ຽວຫຼາຍໆຈຸດ ໃນເມືອງປາກຊ່ອງຜ່ານມາ ຍັງມີເທດສະການບຸນກາເຟ. ເຫັນວ່າປີນີ້ຂະບວນການທີ່ເປັນຕ້ອງໂສ້ຂອງການພັດທະນາການທ່ອງທ່ຽວ ການທ່ອງທ່ຽວຕິດພັນກັບກະສິກໍາ. ກະສິກໍາຕິດພັນກັບການທ່ອງທ່ຽວ. ນອກຈາກກາເຟແລ້ວ, ຍັງມີການປູກພືດຜັກປອດສານພິດ. ປັດຈຸບັນຍັງມີຫຼາກຫຼາຍຜູ້ປະກອບການ ປູກຕົ້ນໄມ້ໃຫ້ໝາກ ທີ່ນໍາແນວພັນເຂົ້າມາຈາກຕ່າງປະເທດ ມາປູກຢູ່ເມືອງແຫ່ງນີ້ກາຍເປັນຜະລິດຕະພັນທີ່ສົ່ງອອກ. ຍ້ອນວ່າແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຈັດຕັ້ງກຸ່ມປູກພືດຜັກສະອາດປອດສານພິດຢູ່ບ້ານຫຼັກ 40 ທີ່ມີປະຊາຊົນຊາຍແດນຕິດຈອດໃນເຂດທີ່ຂ້າພະເຈົ້າເປັນຜູ້ພັດທະນານໍາພາເຂົາເຈົ້າປູກກາເຟ, ປູກຕົ້ນໄມ້ກິນໝາກ, ປູກຜັກ ເພື່ອມາສະໜອງໃຫ້ຮ້ານອາຫານຢູ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເພື່ອສະໜອງໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມ. ສະນັ້ນ, ສິ່ງນັ້ນກໍແມ່ນສີສັນໜຶ່ງຂອງການທ່ອງທ່ຽວ, ກິດຈະກໍາໜຶ່ງຕິດພັນກັບຂົງເຂດການບໍລິການການທ່ອງທ່ຽວສໍາຄັນ ຊຶ່ງແມ່ນໝາກຫົວໃຈຫຼັກມາທ່ຽວນໍ້າຕົກຕາດງາມ, ທໍາມະຊາດດີ, ການບໍລິການດີ, ອາຫານການກິນປອດສານພິດແລ້ວຍັງມາເຫັນວີຖີຊີວິດການດໍາລົງຊີວິດຂອງປະຊາຊົນ ເປັນຄວາມຊົງຈໍາໜຶ່ງນັກທ່ອງທ່ຽວມາແລ້ວຢາກກັບມາອີກ. ການມາທ່ຽວຕາດເຍືອງຄືກັນກັບມາບ້ານ-ເຮືອນຕົນເອງ ເຫັນບັນຍາກາດທີ່ປະຊາຊົນມີກິດຈະກຳໂດຍການມີສ່ວນຮ່ວມໃນການພັດທະນາ, ເປັນເສົາຫຼັກ ໃນໂຄງປະກອບຂອງການພັດທະນາຢູ່ສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້.
ທ່ານ ນາງ ສອນທິດາ ອຸນາພົມ ໃຫ້ຮູ້ຕື່ມວ່າ: ໃນປີ 2026 ຈະມີແຜນຂະຫຍາຍໃຫ້ປະຊາຊົນ ທີ່ຢູ່ໃນກຸ່ມຂົງເຂດບ້ານຫຼັກ 40 ແລະ ບ້ານໃກ້ຄຽງ, ປະຊາຊົນທີ່ມີພື້ນຖານ, ມີສວນຊາ, ກາເຟ ຈະຈັດໃຫ້ມີຫຼາກຫຼາຍກິດຈະກໍາອື່ນໆ ທີ່ສໍາຄັນ ເພື່ອເຮັດໃຫ້ດຶງດູດນັກທ່ອງທ່ຽວສົນໃຈຢາກມາເບິ່ງມາທ່ຽວຊົມແລ້ວ ສາມາດຊື້ກາເຟ, ພືດຜັກ ແລະ ອື່ນໆ ຕິດໄມ້ຕິດມືກັບບ້ານໄປເປັນຂອງຕ້ອນຂອງຝາກໃຫ້ແກ່ຄອບຄົວໄດ້. ນອກນັ້ນ, ຍັງມີແຜນຊຸກຍູ້-ສົ່ງເສີມໃຫ້ປະຊາຊົນເຮັດກິດຈະກໍາຂົ້ວຊາ ແລະ ຂົ້ວກາເຟ ຂອງສວນຕົນເອງຢູ່ໃນແຫຼ່ງທ່ອງທ່ຽວແຫ່ງນີ້, ບິແບ່ງໃຫ້ແຕ່ລະຄອບຄົວ ມີການຈັດສັນກັນ ໜຶ່ງອາທິດຈະມີ 20 ຄອບຄົວ, ໃນ 7 ເຕົາມາຢືນຂົ້ວຊາ ໃຫ້ນັກທ່ອງທ່ຽວໄດ້ຊິມ ແລະ ໄດ້ເຫັນຂັ້ນຕອນ, ກໍາມະວິທີໃນການຂົ້ວ, ການປຸງແຕ່ງແລ້ວມາຊິມຊາ. ກ້າວໄປເຖິງການສ້າງອາຊີບໃຫ້ເຂົາເຈົ້າເປັນຄວາມລຶ້ງເຄີຍ. ນອກຈາກນັ້ນ, ຈະເກັບແຕ່ໃບຊາສົດໄປສົ່ງຂາຍບັນດາໂຮງງານທີ່ຜະລິດຈໍານວນຫຼາຍ ເພື່ອເຮັດໃຫ້ເຂົາເຈົ້າມີລາຍຮັບເພີ່ມ ນອກຈາກການເກັບຍອດຊາໄປຂາຍແລ້ວ ຍັງມີຫຼາຍກິດຈະກໍາເພື່ອໃຫ້ນັກທ່ອງທ່ຽວໄປຍ່າງເລາະຊົມສວນທີ່ປະຊາຊົນປູູກຕື່ມອີກ. ປັດຈຸບັນນໍ້າຕົກຕາດເຍືອງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງແຕ່ລະໄລຍະແລະລະດູການ.
ຄໍາເຫັນ