ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ
ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.

 

ຫວງພະບາງສມໃສພດທະນາການທອງທຽວ ຕດພນກບການປກປກຮກສາວດທະນະທຳທເປນເອກະລກ - image 1
 

 

ທ່ານນາງ ສຸດາພອນ ຄົມທະວົງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ ໃນຫົວຂໍ້ “ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກຂອງຊາວຫຼວງພະບາງ”; ໃນວັນທີ 29 ກັນຍາຜ່ານມາວ່າ: ໂດຍປະຕິບັດແຜນຍຸດທະສາດຂອງອົງຄະນະພັກແຂວງ ທີ່ຖືເອົາການທ່ອງທ່ຽວເປັນທ່າແຮງໜຶ່ງໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນ 5 ປີຜ່ານມາ ພວກເຮົາໄດ້ຕັ້ງໜ້າປັບປຸງ ແລະ ພັດທະນາການທ່ອງທ່ຽວ ເປັນຕົ້ນໄດ້ສ້າງແຜນຍຸດທະສາດສຳລັບປີ 2020-2024 ປະກອບມີ 30 ແຜນງານ, 113 ໂຄງການ, ປະຕິບັດສໍາເລັດ 102 ໂຄງການເທົ່າກັບ 90.27%; ນອກຈາກນັ້ນ, ການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍເພື່ອເຂົ້າເຖິງສະຖານທີ່ທ່ອງທ່ຽວ, ປັບປຸງສິ່ງອຳນວຍຄວາມສະດວກເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາການທ່ອງທ່ຽວສູ່ຄວາມຍືນຍົງ, ມີຄຸນນະພາບ ແລະ ໄດ້ມາດຕະຖານ, ການປັບປຸງ ແລະ ການພັດທະນາແມ່ນໄດ້ປະຕິບັດຕາມມາດຕະຖານການ ທ່ອງທ່ຽວແຫ່ງຊາດ, ອາຊຽນ ແລະ ສາກົນ ສາມາດຍາດໄດ້ລາງວັນມາດຕະຖານອາຊຽນ 47 ລາງ ວັນ, ເດັ່ນກວ່າໝູ່ແມ່ນລາງວັນໜຶ່ງໃນຮ້ອຍເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກຈາກອົງການຈຸດໝາຍປາຍທາງການທ່ອງທ່ຽວສີຂຽວ ແລະ ປີ 2025 ໄດ້ຮັບການຢັ້ງຢືນລາງວັນລະດັບຫຼຽນເງິນ ເປັນແຂວງດຽວໃນກຸ່ມປະເທດ CLMV (ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ); ຊຶ່ງຈະໄດ້ໄປຮັບລາງວັນໃນເດືອນຕຸລາທີ່ຈະມາເຖິງນີ້; ສະຖານທີ່ທ່ອງທ່ຽວໄດ້ຮັບການປັບປຸງລະດັບ 4 ດາວ 3 ແຫ່ງ; ການທ່ອງທ່ຽວໄດ້ຂະຫຍາຍລົງສູ່ທ້ອງຖິ່ນ, ປະຊາຊົນມີລາຍຮັບ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ພັດທະນາບ້ານທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມໄດ້ 10 ບ້ານໃນ 4 ເມືອງ; ໄດ້ພັດທະນາຂີດຄວາມສາມາດພະນັກງານພາກລັດ, ພາກທຸລະກິດ ທັງພາຍໃນ ແລະ ຕ່າງ ປະເທດ, ຈັດຝຶກອົບຮົມວຽກງານການທ່ອງທ່ຽວໄດ້ 131 ຫົວຂໍ້, ປັບປຸງ, ສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງການເຂົ້າເຖິງສະຖານທີ່ທ່ອງທ່ຽວ, ການໃຫ້ການບໍລິການດ້ານຕ່າງໆ. ຈາກໄລຍະຕົ້ນສະໄໝຂອງກອງປະຊຸມ, ພວກເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດຢ່າງໜັກໜ່ວງ, ມາຮອດໄລຍະກາງສະໄໝ ໂດຍອີງໃສ່ນະໂຍບາຍຂອງລັດຖະບານໃນການຍົກເວັ້ນວີຊ່າທ່ອງທ່ຽວຂອງນັກທ່ອງທ່ຽວ ສປ ຈີນ ແລະ ບາງປະເທດເອີຣົບ ບວກໃສ່ການຈັດປີທ່ອງທ່ຽວລາວ 2024 ໄດ້ເຮັດໃຫ້ການທ່ອງທ່ຽວຄ່ອຍໆ ຟື້ນຕົວສູ່ສະພາບປົກກະຕິ.

ຫວງພະບາງສມໃສພດທະນາການທອງທຽວ ຕດພນກບການປກປກຮກສາວດທະນະທຳທເປນເອກະລກ - image 2
 

ທ່ານນາງ ສຸດາພອນ ຄົມທະວົງ ກ່າວໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ໄດ້ໂຄສະນາສົ່ງເສີມການທ່ອງທ່ຽວຫຼາຍຮູບແບບຜ່ານພາຫະນະສື່ສັງຄົມແບບໃໝ່ທັງອອນລາຍ ແລະ ອັອບລາຍ; ປັບປຸງສູນຂໍ້ມູນຂ່າວສານ, ເວັບໄຊ້ໂຄສະນາເປັນ 3 ພາສາ; ສ້າງລະບົບຄີວອາໂຄດແປພາສາເປັນ 12 ພາສາ; ຕິດຕັ້ງອິນເຕີເນັດໂດຍບໍ່ເສຍຄ່າ; ສ້າງສາລະຄະດີໄດ້ 27 ລາຍການ ແລະ ເຂົ້າຮ່ວມວາງ ສະແດງຜະລິດຕະພັນການທ່ອງທ່ຽວໄດ້ 7 ຄັ້ງ:, ໄດ້ປັບປຸງກົນໄກຄຸ້ມຄອງບັນດາຫົວໜ່ວຍທຸລະກິດ, ເຜີຍແຜ່ນິຕິກໍາ, ລະບຽບກົດໝາຍ; ກວດກາ, ເກັບກໍາສະຖິຕິ, ເກັບກໍາພາກສ່ວນລະເມີດ; ມູນຄ່າການລົງທຶນພາກທຸລະກິດມີ 1,417 ກວ່າຕື້ກີບ, ອະນຸຍາດໃຫ້ບໍລິສັດນໍາທ່ຽວນຳນັກທ່ອງທ່ຽວເຂົ້າມາ 10,456 ກວ່າຄະນະ; ຊຸກຍູ້ບັນດາສະມາຄົມທຸລະກິດການທ່ອງທ່ຽວເພື່ອເປັນກໍາລັງແຮງໃຫ້ພາກລັດ; ທົ່ວແຂວງມີບໍລິສັດນໍາທ່ຽວ 115 ບໍລິສັດ, ບໍລິສັດແມ່ 100 ບໍລິສັດ, ໂຮງແຮມ-ຣີສອດ 116 ແຫ່ງ, ເຮືອນພັກ 416 ແຫ່ງ, ຮ້ານນວດ-ສະປາ 41 ຮ້ານ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ 47 ຮ້ານ, ຮ້ານຄາຣາໂອເກະ 29 ຮ້ານ, ພະນັກງານນໍາທ່ຽວລະດັບແຂວງ 228 ຄົນ ພ້ອມທັງໄດ້ຮ່ວມມືກັບພາກພື້ນ ແລະ ສາກົນຈຳນວນໜຶ່ງເພື່ອມາພັດທະນາ.

ໃນ 5 ປີຜ່ານມາ, ມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ 4,239,552 ເທື່ອຄົນ, ນັກທ່ອງທ່ຽວພາຍໃນ 1,524,291 ເທື່ອຄົນ, ນັກທ່ອງທ່ຽວສາກົນ 2,715,261 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຈາກນັກທ່ອງທ່ຽວ 2,1 ຕື້ໂດລາ, ລື່ນຄາດໝາຍ 60.49%. ສະແດງໃຫ້ເຫັນວ່າ ການພັດທະນາການທ່ອງທ່ຽວ ຕິດພັນກັບການຄຸ້ມຄອງປົກປັກຮັກສາວັດທະນະທຳ ໄດ້ກາຍເປັນຂະແໜງການນໍາໜ້າ ແລະ ຊຸກດັນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ຍັງກາຍເປັນຈຸດໝາຍທາງຂອງນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ. ໃນນັ້ນ, ພວກເຮົາຍັງໄດ້ກຳນົດການພັດທະນາການທ່ອງ ທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທໍາທີ່ເປັນເອກະລັກ ຕາມວິໄສທັດທີ່ໄດ້ກຳນົດໄວ້ໃນ 5 ປີ ປະກອບມີ 15 ເປົ້າໝາຍ, 26 ແຜນວຽກຈຸດສຸມ, 65 ແຜນງານ ແລະ 268 ໂຄງການ.

ຫວງພະບາງສມໃສພດທະນາການທອງທຽວ ຕດພນກບການປກປກຮກສາວດທະນະທຳທເປນເອກະລກ - image 3
 

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ