ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ
ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ແມນຳຫຈຽງ ແມນອນຍະມະນແຫງກຍຫນ - image 1
 

ແມ່ນ້ຳຈ່ຽງ ຫຼື ແມ່ນ້ຳຫຼີຈ່ຽງແມ່ນສະຖານທີ່ໂດ່ງດັງ ແລະ ເປັນທີ່ນິຍົມທີສຸດຂອງກວາງຊີ ເຜົ່າຈ້ວງເຂດປົກຄອງຕົນເອງ ມົນທົນໜານໜິງ ຕັ້ງຢູ່ທີ່ເມືອງກຸ໋ຍຫຼິນ, ແມ່ນ້ຳດັ່ງກ່າວກຳເນີດມາຈາກພູເຂົາ ເມົ້າເອີ໋ ທາງທິດເໜືອຂອງເມືອງກຸ໋ຍຫຼິນ ເຊິ່ງໄຫຼຜ່ານ ເມືອງກຸ໋ຍຫຼິນ,ຢ່າງໂຊ່ ແລະ ພື້ນທີ່ອຶ່ນໆ ໃນເຂດກວາງຊີ, ເຊິ່ງມີຄວາມຍາວປະມານ 437 ກິໂລແມັດ ແລະ ມີຄວາມເລິກທີ່ແຕກຕ່າງກັນແຕ່ລະບ່ອນ 2 ເຖິງ 5 ແມັດ ເປັນນ້ຳທີ່ໃສສະອາດ ຕາມແມ່ນ້ຳແມ່ນມີພູຜາທີ່ງົດງາມຕະການຕາຫຼາຍ ອາດສາມາດເວົ້າໄດ້ວ່າ ແຫຼ່ງທ່ອງທ່ຽວແມ່ນ້ຳຫຼີຈ່ຽງ ແມ່ນ “ອັນຍະມະນີແຫ່ງກຸ໋ຍຫຼິນ” ເຊິ່ງເປັນປາຍທາງຂອງນັກທ່ອງທ່ຽວທາງພາຍໃນແລະຕ່າງປະເທດທີ່ເດີນທາງໄປກວາງຊີຕ້ອງໄດ້ໄປສະຖານທີ່ນີ້.

ແມນຳຫຈຽງ ແມນອນຍະມະນແຫງກຍຫນ - image 2
 

ການເດີນທາງໄປສະຖານທີ່ດັ່ງກ່າວແມ່ນໄປດ້ວຍລົດໄຟຄວາມໄວສູງຈາກສະຖານີລົດໄຟສາຍເໜືອຂອງໜານໜິງຫາເມືອງກຸ໋ຍຫຼິນ ໃຊ້ເວລາປະມານ 2-3 ຊົ່ວໂມງ ຖ້າຫາກໄປທາງລົດເມແມ່ນຈະໃຊ້ເວລາປະມານ 6-8 ຊົ່ວໂມງ ຖ້າຫາກເດີນທາງດ້ວຍເຮືອບິນ ແມ່ນໃຊ້ເວລາປະມານ 1 ຊົ່ວໂມງ ເຊິ່ງມີໄລຍະທາງຈາກໜານໜິງ ປະມານ 500 ກວ່າກິໂລແມັດ ຫຼັງຈາກນັ້ນນັ່ງລົດເມສຳລັບບໍລິການທ່ອງທ່ຽວເຂົ້າໄປທ່າເຮືອ ເຊິ່ງຈະມີເຮືອແພຫຼາຍຊະນິດຫຼາຍຂະໜາດ ໃວ້ຄອຍບໍລິການນັກທ່ອງທ່ຽວ.

ແມນຳຫຈຽງ ແມນອນຍະມະນແຫງກຍຫນ - image 3
 

ການລ່ອງເຮືອຕາມແມ່ນ້ໍາສາຍນີ້ແມ່ນມີຄວາມປະທັບໃຈຫຼາຍຢ່າງເຊັ່ນ; ສາຍນ້ໍາທີ່ໃສງາມຈົນສາມາດແນມເຫັນກ້ອນຫີນທີ່ຢູ່ພື້ນນ້ຳ,ຕາມລຳທານແມ່ນມີໜ່ວຍພູຕັ້ງລຽນກັນທັງນ້ອຍແລະໃຫຍ່ທັງສູງແລະຕ່ຳບາງໜ່ວຍພູມປ່າໄມ້ແລະເຄືອໄມ້ນ້ອຍປົກຫຸ້ມຫຼຽວເບິ່ງຍາມໃດເຮັດໃຫ້ຈິດໃຈຊື່ນບານດ້ວຍທຳມະຊາດສີຂຽວ ບາງໜ່ວຍພູເປັນພູຫີນປູນ,

ແມນຳຫຈຽງ ແມນອນຍະມະນແຫງກຍຫນ - image 4
 

ນອກຈາກນີ້ແລ້ວຕາມແລວແມ່ນ້ຳຍັງມີປ່າໄມ້ທີ່ຂຽວງາມຫຼາຍ ແລະ ດ້ານສະພາບແວດລ້ອມແມ່ນມີຄວາມສະຫງົບມີບັນຍາກາດທີ່ຈະອະທິບາຍໄດ້ຍາກ ລ່ອງເຮືອຟັງສຽງດົນຕີພື່້ນເມືອງຂອງຈີນທີ່ຫຼິ້ນສົດໆພ້ອມກັບດື່ມດຳທຳມະຊາດ ແຫຼ່ງທ່ອງທ່ຽວດັ່ງກ່າວແມ່ນໄດ້ພິມລົງໃນເງິນໃບ 20 ຢວນ

ແມນຳຫຈຽງ ແມນອນຍະມະນແຫງກຍຫນ - image 5

ຖ້າຫາກວ່າພີ່ນ້ອງຊາວລາວທີ່ມີແຜນທ່ອງທ່ຽວເພື່ອຫາປະສົບການ ແລະ ກຳໄລຊີວິດຫຼືມີແຜນທີ່ຈະມາທ່ຽວຈີນຢາກໃຫ້ມາສຳພັດກັບບັນຍາກາດ ແລະ ທຳມະຊາດທີ່ອຸດົມສົມບູນ ມີນ້ຳໃສ ມີພູເຂົາ ປ່າໄມ້ຂຽວ ແລະ ມີທ້ອງຟ້າທີ່ແຈ່ມໃສ ເບິ່ງວິຖີຊີວິດຊາວບ້ານ ເຊີນມາທ່ຽວໄດ້ທີ່ ແມ່ນ້ຳຫຼີຈ່ຽງແຫ່ງເມືອງກຸ໋ຍຫຼິນ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.
ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ບົນພື້ນຖານຜົນສໍາເລັດຢ່າງໜ້າເພິ່ງພໍໃຈຂອງການພັດທະນາອຸດສາຫະກໍາການທ່ອງ ທ່ຽວ ສົມທົບກັບທ່າແຮງຊັບພະຍາກອນທໍາມະຊາດທີ່ມີຄວາມອຸດົມສົມບູນ ແລະ ຄວາມຮັ່ງມີດ້ານວັດທະນະທໍາທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າຢູ່ປະເທດລາວເຮົາ. ພາຍໃຕ້ເງື່ອນໄຂ ແລະ ທ່າອ່ຽງຂອງການທ່ອງທ່ຽວໂລກ ແລະ ພາກພື້ນ ພວມມີການຂະຫຍາຍຕົວຢ່າງແຂງແຮງ, ອັນໄດ້ສ້າງກາລະໂອກາດໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້າ.
ການນໍາ ທວທ ຈຳປາສັກ ເຄື່ອນໄຫວວຽກງານທ່ອງທ່ຽວຢູ່ບ້ານໃໝ່ ແລະ ບ້ານສຸລະ

ການນໍາ ທວທ ຈຳປາສັກ ເຄື່ອນໄຫວວຽກງານທ່ອງທ່ຽວຢູ່ບ້ານໃໝ່ ແລະ ບ້ານສຸລະ

ວັນທີ 16 ສິງຫານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຈໍາປາສັກ (ວທຂ) ພ້ອມດ້ວຍທີມງານສື່ມວນຊົນຂອງແຂວງຈຳປາສັກ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານທ່ອງທ່ຽວຢູ່ບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດສິງສຳພັນ ແລະ ບ້ານພັດທະນາສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍມີ ທ່ານ ນາງ ພູໄພທອງ ພິມມະວົງສາ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍ ການນຳທີ່ກ່ຽວຂ້ອງເຂົ້າຮ່ວມ.
ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ

ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ພັນທະມິດສາກົນດ້ານປ່າສະຫງວນ ໄດ້ຈັດກອງປະຊຸມເພື່ອສົ່ງເສີມ ແລະ ຕິດຕາມການທ່ອງທ່ຽວນິເວດໃນເຂດປ່າສະຫງວນ ເພື່ອການພັດທະນາແບບຍືນຍົງໃນຂົງເຂດ ໜຶ່ງເສັ້ນທາງ ໜຶ່ງແລວທາງ ປະຈຳປີ 2025 ຂຶ້ນໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ສປປ ລາວ.​ ໂດຍເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສິນທະວົງ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,
ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ 2024

ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ 2024

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີຫົວໜ້າ-ຮອງຫົວໜ້າ ແລະ ວິຊາການຈາກພະແນກ ວທ ແຂວງວຽງ ຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ.
ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວ ໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວຄື: ໃນຫົກເດືອນຕົ້ນປີນີ້, ນະຄອນ-ຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109.75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ, ໄທ, ຝຣັ່ງ, ສເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງໂຕເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ.
ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ ແຂວງຈຳປາສັກ ໄດ້ກາຍເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນໃນພາກໃຕ້ຂອງ ສປປ ລາວ, ທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັນທີ 14 ກໍລະກົດນີ້, ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ້ອງທ່ຽວທັງໝົດ 77,783 ຄົນ, ນີ້ແມ່ນສະແດງໃຫ້ເຫັນເຖິງການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້.
ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ສະຖານ​ທີ່ທ່ອງທ່ຽວອ່າງຫຼວງ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽງຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຮອດຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວ, ຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ເພີ່ມເຕີມ