![]() |
ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວໄດ້ໃຫ້ຮູ້ໃນພິເປີດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 33 ໃນວັນທີ 13 ຕຸລານີ້ວ່າ: ໃນໄລຍະແຕ່ ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ ເຮັດໃຫ້ສະພາບການທ່ອງທ່ຽວມີຄວາມຄຶກຄື້ນ ໂດຍສະເພາະຢູ່ຕາມແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງ ສປປ ລາວ ເປັນຕົ້ນ ນະຄອນຫຼວງວຽງຈັນ, ວັງວຽງ, ເມືອງເຟືອງ, ຫຼວງພະບາງ, ຈຳປາສັກ ແລະ ສະຖານທີ່ອື່ນໆ. ໃນປີ 2024 ຜ່ານມາ, ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນຈໍານວນ 4,120,832 ເທື່ອຄົນ, ເພີ່ມ 21% ທຽບໃສ່ປີ 2023, ມີອັດຕາການພັກເຊົາສະເລ່ຍ 6,25 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 74,53 ໂດລາ/ຄົນ/ມື້, ສ້າງລາຍຮັບໄດ້ 1,4 ຕື້ກວ່າໂດລາ, ນັກທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ຈໍານວນ 3,904,483 ເທື່ອຄົນ, ເພີ່ມ 103% ທຽບໃສ່ປີ 2023, ສ້າງລາຍຮັບໄດ້ 632 ລ້ານກວ່າໂດລາ.
![]() |
ນັກທ່ອງທ່ຽວທີ່ເຂົ້າມາ ສປປ ລາວ ເປັນອັນດັບທີ 1 ໃນປີ 2024 ແມ່ນນັກທ່ອງທ່ຽວຈາກປະເທດໄທຈໍານວນ 1,215,553 ເທື່ອຄົນ, ເນື່ອງຈາກມີຊາຍແດນຕິດຈອດກັນ ມີຄວາມສະດວກສະບາຍໃນການເຂົ້າ-ອອກ, ພາສາ ແລະ ວັດທະນະທໍາຄ້າຍຄືກັນ, ຮອງລົງມາແມ່ນນັກທ່ອງທ່ຽວຈາກ ສສ ຫວຽດນາມ 1,054,204 ເທື່ອຄົນ, ອັນດັບທີ 3 ແມ່ນສປ ຈີນ 1,048,034 ເທື່ອຄົນ.
ຂ່າວ: ທະນູທອງ
ຄໍາເຫັນ