![]() |
ນາງ ອາຣິຍາ ຈັນທະມາໄລ ນັກສຶກສາປີ 1 ສາຂາຄູພາສາຈີນ ສຂຈ ໜຶ່ງໃນ 10 ຄົນ ນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ-ດີໃຈຫຼາຍ ຊຶ່ງແມ່ນໜຶ່ງໃນນັກສຶກສາ ທີ່ໄດ້ຮັບທຶນສຶກສາຈາກບໍລິສັດດັ່ງກ່າວໃນຄັ້ງນີ້. ກ່ອນຈະໄດ້ຮັບທຶນນີ້ມາໄດ້ກໍຍ້ອນຕົນເອງມີຄວາມຕັ້ງໃຈ ແລະ ໝັ່ນຝຶກຝົນຕົນເອງ ບໍ່ວ່າຈະເປັນການເຮັດຂໍ້ສອບຕ່າງໆ ເພື່ອຍາດແຍ່ງການເສັງເອົາຄະແນນດີເດັ່ນ ຈົນສາມາດເຮັດໃຫ້ຍາດໄດ້ທຶນການສຶກສາດັ່ງກ່າວນີ້ ແລະ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ສຂຈ ທີ່ໃຫ້ໂອກາດ ແລະ ທີ່ສໍາຄັນຕ້ອງຂໍສະແດງຄວາມຂອບໃຈ ຕໍ່ບໍລິສັດຊີໂນທຣານ-ພີແອວຈີລາວ ໂລຈິສຕິກ ຈຳກັດ ທີ່ໄດ້ມອບທຶນການສຶກສາໃຫ້ໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາຄັນຫຼາຍທີ່ສຸດຕໍ່ຕົນເອງ ຈະຊ່ວຍເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວ ແລະ ຂໍສັນຍາວ່າຈະນໍາໃຊ້ຈ່າຍເຂົ້າໃນການຮຽນ, ພັດທະນາຄວາມຮູ້-ຄວາມສາມາດຂອງຕົນເອງໃຫ້ດີຂຶ້ນເລື້ອຍໆ ແລະ ຈະໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ນາງ ອາຣິຍາ ຈັນທະມາໄລ ກ່າວຕື່ມວ່າ: ນັກສຶກສາທີ່ຍັງບໍ່ທັນໄດ້ທຶນໃນຊຸດນີ້ ກໍຂໍໃຫ້ມີຄວາມຕັ້ງໃຈ, ບໍ່ຕ້ອງຄິດທໍ້ຖອຍ, ໃຫ້ດຸໝັ່ນໃນການຮໍ່າຮຽນແທ້ ແລະ ເຂົ້າຮ່ວມເຮັດກິດຈະກໍາຕ່າງໆ ທີ່ທາງ ສຂຈ ກໍຄື ມຊ ຈັດຂຶ້ນ. ທີ່ສໍາຄັນຕ້ອງເປັນນັກສຶກສາທີ່ຂາດເຂີນແທ້ ກໍຈະສາມາດຍາດທຶນການສຶກສານີ້ໄດ້ໃນຄັ້ງຕໍ່ໆໄປ.

ຄໍາເຫັນ