ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ

ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ

ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ
ຂ່າວສານຊີອາໄອລາຍງານວ່າ: ອີງ​ຕາມ​ບົດ​ລາຍ​ງານ​ສະ​ຖິ​ຕິ​ສະ​ພາບ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ຈີນ​ສະ​ບັບ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເດືອນ​ທັນ​ວາ​ປີ 2025, ຈີນ​ມີ​ຜູ້​ຊົມ​ໃຊ້​ອິນ​ເຕີ​ເນັດຈຳ​ນວນ 1 ຕື້ 125​ ລ້ານ​ຄົນ, ອັດ​​ຕາ​ການ​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 80.1%, ໝາກ​ຜົນ​ດ້ານ​ການ​ພັດ​ທະ​ນາ​ດີ​ຈີ​ຕອນ​ໄດ້​ເຂົ້າ​ເຖິງ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ.
ຈນ​ ເລງ​ສາງ​ຄວາມ​ເຂມ​ແຂງ​ດານ​ອນ​ເຕ​ເນດ ​ເພອ​ສາງ​ປະ​ໂຫຍດ​ໃຫ​ແກ​ປະ​ເທດ​ຊາດ ​ແລະ ສາງ​ຄວາມ​​ສກ​ໃຫແກປະ​ຊາ​ຊນ - image 1
 

ໃນວັນທີ 19 ເມສາ 2016, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມສົນທະນາວຽກງານຄວາມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມທັງກ່າວຄຳປາໄສສຳຄັນໂດຍເນັ້ນໜັກໃຫ້ຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງດ້ານອິນເຕີເນັດ, ຊຸກຍູ້ການພັດທະນາວຽກງານຄວາມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອເຮັດໃຫ້ອິນເຕີເນັດສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ.

ພາຍໃຕ້ການຊີ້ນຳຢ່າງມີວິທະຍາສາດຈາກແນວຄວາມຄິດສຳຄັນຂອງທ່ານ ສີຈິ້ນຜິງ ກ່ຽວກັບປະເທດເຂັ້ມແຂງດ້ານອິນເຕີນັດ, ວຽກງານຄວມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນໄດ້ຮັບຜົນສຳເລັດສຳຄັນອັນໃໝ່, ການສ້າງສາປະເທດໃຫ້ເຂັ້ມແຂງດ້ານອິນເຕີເນັດໄດ້ມີບາດກ້າວໃໝ່ຢ່າງໜັກແໜ້ນ.

ນັບແຕ່ຈີນປະຕິບັດແຜນພັດທະນາເສດຖະກິດ-ສັງຄົງແຫ່ງຊາດ 5 ປີ ຄັ້ງທີ14 (2021-2025) ເປັນຕົ້ນມາ, ເຕັກໂນໂລຊີຂໍ້ມູນຂ່າວສານມີບົດບາດພົ້ນເດັ່ນຂຶ້ນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາທີ່ມີຄຸນນະພາບສູງຄື: ຜົນສຳເລັດດ້ານການປະດິດສ້າງຕ່າງໆເຊັ່ນ: ການຄົ້ນຄວ້າລ່ວງໜ້າ ແລະ ການທົດລອງເຕັກນິກ 6G ໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ວິທະຍາສາດເຕັກໂນໂລຊີກວັນຕຳ, ເຕັກໂນໂລຊີການເຊື່ອມຕໍ່ສະໝອງມະນຸດກັບຄອມພິວເຕີເປັນຕົ້ນໄດ້ປາກົດອອກຢ່າງບໍ່ຢຸດຢັ້ງ; ຈີນໄດ້ສ້າງສຳເລັດພື້ນຖານໂຄງລ່າງອິນເຕີເນັດຂະໜາດໃຫຍ່ທີ່ສຸດໃນໂລກ, ຍອດມູນຄ່າເສດຖະກິດດີຈີຕອນຄອງອັນດັບສອງຂອງໂລກໃນຫຼາຍປີຕິດຕໍ່ກັນ; ນະໂຍບາຍກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານສ້າງຜົນປະໂຫຍດໃຫ້ປະຊາຊົນໄດ້ຮັບການລົງເລິກປະຕິບັດຢ່າງຕໍ່ເນື່ອງ, ການກໍ່ສ້າງດ້ານການບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ຊົນນະບົດດີຈີຕອນໄດ້ຊຸກຍູ້ການປະຕິບັດເຂົ້າສູ່ລວງເລິກ.

ຈນ​ ເລງ​ສາງ​ຄວາມ​ເຂມ​ແຂງ​ດານ​ອນ​ເຕ​ເນດ ​ເພອ​ສາງ​ປະ​ໂຫຍດ​ໃຫ​ແກ​ປະ​ເທດ​ຊາດ ​ແລະ ສາງ​ຄວາມ​​ສກ​ໃຫແກປະ​ຊາ​ຊນ - image 2
 

ຖ້າຢາກພັດທະນາວຽກງານຄວາມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານກໍຕ້ອງຜັນຂະຫຍາຍແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ. ໃນກອງປະຊຸມສົນທະນາເມື່ອ 10 ປີກ່ອນ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: “ສະໜອງການບໍລິການດ້ານຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ເຂົ້າເຖິງໄດ້ ແລະ ມີປະສິດທິຜົນໃຫ້ແກ່ປະຊາຊົນ, ເຮັດໃຫ້ປະຊາຊົນນັບເປັນຕື້ຄົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດຫຼາຍຂຶ້ນໃນການຮ່ວມກັນຊົມໃຊ້ໝາກຜົນຂອງການພັດທະນາອິນເຕີເນັດ.”

ຈີນ ໄດ້ສ້າງເວທີແລກປ່ຽນຂໍ້ມູນທີ່ເປັນການເຊື່ອມຕໍ່ອິນເຕີເນັດຫຼາຍຊັ້ນ ແລະ ເປັນເອກະພາບກັນໃນທົ່ວປະເທດ, ຜ່ານຈາກການ “ໃຊ້ຂໍ້ມູນໃຫ້ຫຼາຍເພື່ອບັນລຸເປົ້າໝາຍຫຼຸດການແລ່ນເອກະສານຂອງປະຊາຊົນໃຫ້ໜ້ອຍລົງ”; “ອິນເຕີເນັດ+” ໄດ້ເຊື່ອມໂຍງເຂົ້າກັບຫຼາຍຂົງເຂດເຊັ່ນ: ການສຶກສາ, ການລ້ຽງດູຜູ້ເຖົ້າເປັນຕົ້ນ; ຜະລິດຕະພັນໃໝ່ ແລະ ຮູບແບບທຸລະກິດໃໝ່ດ້ານອິນເຕີເນັດເຊັ່ນ: ເສດຖະກິດແບ່ງປັນ, ການອອກເດີນທາງແບບອັດສະລິຍະ, ການຊຳລະເງິນແບບເຄື່ອນທີ່ (mobile payment) ເປັນຕົ້ນໄດ້ປະກົດອອກຢ່າງບໍ່ຢຸດຢັ້ງ…ວຽກງານຄວາມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນໄດ້ສຸມໃສ່ການແກ້ໄຂຈຸດອ່ອນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ປັບປຸງການບໍລິການສາທາລະນະໃຫ້ດີຂຶ້ນ, ການບໍລິການດ້ານຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ເຂົ້າເຖິງໄດ້ ແລະ ມີປະສິດທິຜົນນັ້ນກຳລັງສ້າງຜົນປະໂຫຍດ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ.

ວັນທີ 1 ມິຖຸນາ 2017, ກົດໝາຍວ່າດ້ວຍຄວາມປອດໄພທາງອິນເຕີເນັດສາທາລະນະລັດ ປະຊາຊົນຈີນ ໄດ້ຖືກປະກາດໃຊ້ຢ່າງເປັນທາງການ.

ຊຸມປີຜ່ານມານີ້, ສະພາບທາງອິນເຕີເນັດຂອງຈີນມີທ່າອ່ຽງຂະຫຍາຍຕົວໄປສູ່ທິດທາງທີ່ດີ ແລະ ປອດໃສຫຼາຍຂຶ້ນກວ່າເກົ່າ, ກຳແພງປ້ອງກັນຄວາມປອດໄພທາງອິນເຕີເນັດແຫ່ງຊາດໝັ້ນແກ່ນກວ່າເກົ່າ, ປະຊາຊົນຈຳນວນມະຫາສານມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ມີຄວາມປອດໄພເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນໂລກອອນລາຍ.

ຈນ​ ເລງ​ສາງ​ຄວາມ​ເຂມ​ແຂງ​ດານ​ອນ​ເຕ​ເນດ ​ເພອ​ສາງ​ປະ​ໂຫຍດ​ໃຫ​ແກ​ປະ​ເທດ​ຊາດ ​ແລະ ສາງ​ຄວາມ​​ສກ​ໃຫແກປະ​ຊາ​ຊນ - image 3
 

ເດືອນທັນວາ ປີ 2015, ໃນກອງປະຊຸມອິນເຕີເນັດໂລກຄັ້ງທີ 2 ທີ່ຈັດຂຶ້ນຢູ່ຕາແສງອູ່ເຈີ້ນ ແຂວງເຈີ້ຈ່ຽງ ຈີນ ຊຶ່ງເປັນສະຖານທີ່ຖາວອນ ສຳລັບການຈັດກອງປະຊຸມອິນເຕີເນັດໂລກ, ທ່ານ ສີຈິ້ນຜິງ ໄດ້ສະເໜີແນວຄວາມຄິດສຳຄັນກ່ຽວກັບ “ການສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ” ຢ່າງປະດິດສ້າງ.

ໃນໄລຍະປະຕິບັດແຜນການ 5 ປີ ຄັ້ງທີ 14, ພາຍໃຕ້ການຊີ້ນຳ-ນຳພາຈາກແນວຄວາມຄິດດັ່ງກ່າວ, ຈີນໄດ້ມີສ່ວນຮ່ວມຢ່າງເລິກເຊິ່ງ ແລະ ຊຸກຍູ້ການຄຸ້ມຄອງສາກົນທາງອິນເຕີເນັດ, ສະເໜີ “ຂໍ້ລິເລີ່ມການບໍລິຫານປັນຍາປະດິດທົ່ວໂລກ” ແລະ “ຂໍ້ລິເລີ່ມການຮ່ວມມືດ້ານການໄຫຼວຽນຂອງຂໍ້ມູນຂ້າມຊາຍແດນທົ່ວໂລກ” ແລະ ອື່ນໆ, ກອງປະຊຸມອິນເຕີເນັດໂລກ ຊຶ່ງເປັນອົງການຈັດຕັ້ງສາກົນໄດ້ຮັບການຈັດຕັ້ງຂຶ້ນ ພ້ອມທັງປະຕິບັດງານຢ່າງມີປະສິດທິພາບສູງ, ເຮັດໃຫ້ການພົວພັນຄູ່ຮ່ວມມືທົ່ວໂລກທາງອິນເຕີເນັດ ໄດ້ຂະຫຍາຍຕົວຢ່າງຮອບດ້ານ, ແນວຄວາມຄິດຂອງຈີນໄດ້ເປັນທີ່ຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ.

ຢູ່ອາຊີຕາເວັນອອກສ່ຽງໃຕ້, ວິສາຫະກິດຈີນ ໄດ້ປະກອບສ່ວນເຂົ້າໃນການສ້າງໂຮງໝໍອັດສະລິຍະ 5G ແຫ່ງທຳອິດຂອງອາຊຽນ; ຢູ່ອາເມຣິກາລາຕິນ, “ເສັ້ນທາງສາຍໃໝດິີຈີຕອນ” ໄດ້ເຊື່ອມສານເຂົ້າໃນການພັດທະນາ ດ້ວຍການປະດິດສ້າງຂອງທ້ອງຖິ່ນດັ່ງກ່າວ… ຜ່ານຈາກການແບ່ງປັນບົດຮຽນການພັດທະນາ, ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ, ຈີນໄດ້ຈັບມືກັບບັນດາປະເທດໃນໂລກ ກ້າວໄປສູ່ຍຸກດີຈີຕອນທີ່ດີງາມກວ່າເກົ່າ.

ແຜນພັດທະນາເສດຖະກິດ-ສັງຄົງແຫ່ງຊາດ 5 ປີຄັ້ງທີ 15 (2026-2030) ຂອງຈີນໄດ້ກຳນົດແຜນຍຸດທະສາດຢ່າງລະອຽດເຊັ່ນ: “ບົ່ມເພາະ ແລະ ພັດທະນາອຸດສາຫະກຳພັດທະນາໃໝ່ ແລະ ອຸດສາຫະກຳລ້ຳຍຸກໃຫ້ເຕີບໃຫຍ່ຂະຫຍາຍຕົວ”, “ຊຸກຍູ້ການເສີມສ້າງຄວາມເຂັ້ມແຂງດ້ວຍເຕັກໂນໂລຊີດີຈີຕອນ ແລະ ອັດສະລິຍະຢ່າງຮອບດ້ານ” ເປັນຕົ້ນ, ພ້ອມທັງເນັ້ນໜັກຢ່າງຊັດເຈນວ່າ “ເລັ່ງສ້າງປະເທດໃຫ້ເຂັ້ມແຂງດ້ານອິນເຕີເນັດ.”

ຈນ​ ເລງ​ສາງ​ຄວາມ​ເຂມ​ແຂງ​ດານ​ອນ​ເຕ​ເນດ ​ເພອ​ສາງ​ປະ​ໂຫຍດ​ໃຫ​ແກ​ປະ​ເທດ​ຊາດ ​ແລະ ສາງ​ຄວາມ​​ສກ​ໃຫແກປະ​ຊາ​ຊນ - image 4
 

ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ໃນປະຫວັດສາດ, ຈີນຈະອອກແຮງຊຸກຍູ້ການພັດທະນາວຽກງານຄວາມປອດໄພທາງອິນເຕີເນັດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງມີຄຸນນະພາບສູງ, ເພື່ອຂຽນປະຫວັດສາດໜ້າໃໝ່ທີ່ສະຫງ່າລາສີກວ່າເກົ່າບົນຂະບວນການໃໝ່ແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.

ຄໍາເຫັນ

ຂ່າວຕ່າງປະເທດ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 4 ພະ​ຈິກ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ຜູ້ຕາງ​ໜ້າ​ສະ​ຫະ​ພາບ ເອີ​ຣົບ (EU) ປະ​ຈຳ ຫວຽດ​ນາມ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU-ASEAN (EU-ABC) ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ຣົບ (EuroCham) ຈັດ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - EU ປີ 2026 ດ້ວຍ​ຫົວ​ຂໍ້: “ກຳ​ນົດທິດ​ອະ​ນາ​ຄົດ ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່”. ກ່າວ​ຄຳ​ເຫັນ​ໃນ​ເວ​ທີ​ປາ​ໄສ, ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ມາດ​ຖານ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ເພີ່ມເຕີມ