ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ
ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.

 

ວງວຽງ ໜງໃນຈດໝາຍປາຍທາງຂອງນກທອງທຽວ - image 1
 

 

ທ່ານ ບຸນພັນ ວົງສຳພັນ ປະທານບໍລິສັດທ່ອງທ່ຽວວັນເດີຟູນລາວ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການລົງທຶນພັດທະນາວຽກງານການທ່ອງທ່ຽວແບບສີຂຽວ ແລະ ຍືນຍົງວ່າຕົນເອງມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຖືກຄັດເລືອກໃຫ້ເປັນຕົວແບບຂອງການລົງທຶນພັດທະນາວຽກງານການທ່ອງທ່ຽວແບບສີຂຽວ ແລະ ຍືນຍົງຂອງເມືອງວັງວຽງ ເພື່ອປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນທີ່ຈະເປີດຂຶ້ນໃນໄວໆນີ້ວ່າ: ຕົນເອງໄດ້ມີຄວາມໄຝ່ຝັນຕໍ່ທຸລະກິດດ້ານການທ່ອງທ່ຽວ ຈຶ່ງຕັດສິນໃຈອອກຈາກບ້ານເພື່ອຊອກຫາຮຽນຮູ້ປະສົບການ ໂດຍເລີ່ມຈາກການເປັນພະນັກງານເສີບ, ພໍ່ຄົວ, ພະນັກງານນຳທ່ຽວຢູ່ເມືອງວັງວຽງ, ມາເຖິງປີ 2009 ຈຶ່ງໄດ້ຕັດສິນໃຈລົງທຶນສ້າງຕັ້ງທຸລະກິດທ່ອງທ່ຽວເປັນໜ່ວຍບໍລິການເຮືອກາຍັກວັນເດີຟູນ. ຜ່ານການດຳເນີນທຸລະກິດເຫັນວ່າທຸລະກິດການທ່ອງທ່ຽວນັບມື້ໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ກາຍເປັນຈຸດ ໝາຍປາຍທາງຂອງນັກທ່ອງທ່ຽວຈາກທຸກມຸມໂລກ ຈຶ່ງເຮັດໃຫ້ທຸລະກິດທ່ອງທ່ຽວນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວຍິ່ງຂຶ້ນ, ມາຮອດປີ 2014 ຈຶ່ງໄດ້ຍົກລະດັບຈາກໜ່ວຍບໍລິການ ມາເປັນບໍລິສັດທ່ອງທ່ຽວວັນເດີຟູນລາວ ຈໍາກັດຜູ້ດຽວ ແລະ ໄດ້ມາພັດທະນາສະຖານທີ່ຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ໂດຍສະເພະແມ່ນ ຂະຫຍາຍສິ່ງປຸກສ້າງຮ້ານອາຫານໃໝ່, ປັບປຸງສະຖານທີ່ທ່ຽວຊົມຖ້ຳ ແລະ ການຍ່າງຕາມຈຸດຕ່າງໆ ແລະ ກິດຈະກຳອື່ນໆໃຫ້ມີຄວາມຫຼາກຫຼາຍສວຍງາມຂຶ້ນ ແລະ ຮັບປະກັນໄດ້ຄວາມປອດໄພຂອງນັກທ່ອງທ່ຽວ. ນອກຈາກນັ້ນ, ບໍລິສັດຍັງໄດ້ໄປທັດສະນະສຶກສາ, ທ່ອງທ່ຽວ, ຖອດຖອນບົດຮຽນທັງພາຍໃນ ແລະ ຕ່າງ ປະເທດ ເປັນຕົ້ນ ແມ່ນ ສປ ຈີນ, ຫວຽດນາມ, ສ ເກົາຫຼີ, ສິງກະໂປ, ອິນໂດເນເຊຍ, ມາເລເຊຍ, ໄທ, ຍີ່ປຸ່ນ, ຕວັກກີ, ອົສຕຣາລີ ແລະ ບັນດາປະເທດໃນທະວີບເອີຣົບ ເພື່ອມາປັບປຸງປະຍຸກການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ແລະ ມີຫຼາຍທາງເລືອກຕໍ່ນັກທ່ອງທ່ຽວເຊັ່ນ: ເຮືອກາຍັກ, ຂີ່ສະລິງ, ຮ້ານອາຫານ, ຮ້ານກາເຟ, ຈຸດຊົມວິວ, ທ່ຽວຊົມຖ້ຳນາງຟ້າ-ຖ້ຳນອນ, ບໍລິການລົດຂົນສົ່ງຮັບແຂກ, ສະຖານທີ່ທ່ອງທ່ຽວຫ້ວຍຢາ, ສະຖານທີ່ທ່ອງທ່ຽວຖ້ຳນ້ຳ-ຖ້ຳສັງທອງ-ຖ້ຳຫອຍສັງ ແລະ ກຳລັງດຳເນີນການສຶກສາສຳຫຼວດເພື່ອຈະລົງທຶນ ແລະ ຂະຫຍາຍກິດຈະການໃໝ່ອີກຈຳນວນໜຶ່ງ.

ວງວຽງ ໜງໃນຈດໝາຍປາຍທາງຂອງນກທອງທຽວ - image 2
 

ປັດຈຸບັນ, ມູນຄ່າການລົງທຶນທັງໝົດຂອງບໍລິສັດປະມານ 50 ຕື້ກວ່າກີບ ຊຶ່ງໄດ້ຕອບສະໜອງວຽກເຮັດງານທຳໃຫ້ຊາວໜຸ່ມ-ໄວໜຸ່ມ ແລະ ປະຊາຊົນພາຍໃນເມືອງ 300 ກວ່າຄົນ, ສ້າງລາຍຮັບທີ່ໝັ້ນຄົງ, ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ດີຂຶ້ນ ກາຍເປັນຄອບຄົວພົ້ນທຸກ. ໃນແຕ່ລະປີໄດ້ປະກອບສ່ວນພັນທະອາກອນໃຫ້ພາກລັດບໍ່ຫຼຸດ 70-80 ລ້ານກີບ. ໃນປີ 2019 ພາຍຫຼັງປັບປຸງເຂົ້າສູ່ລະບົບບັນຊີໄດ້ປະຕິບັດພັນທະອາກອນໃຫ້ແກ່ລັດຫຼາຍກວ່າ 300 ກວ່າລ້ານກີບໃນແຕ່ລະປີ. ນອກຈາກນີ້, ຍັງໄດ້ປະ

ກອບສ່ວນຊຸກຍູ້ການພັດທະນາທ້ອງຖິ່ນ, ຊຸກຍູ້ຂະບວນການຕ່າງໆ, ໄພພິບັດທາງທຳມະຊາດ, ໂລກລະ ບາດ, ກອງປະຊຸມໃຫຍ່ຂອງເມືອງ, ແຂວງ, ສູນກາງ, ຊ່ວຍເຫຼືອສັງຄົມ ແລະ ຮັບແຂກອື່ນໆ.

ທ່ານ ບຸນພັນ ວົງສຳພັນ ໄດ້ກ່າວວ່າ: ຕະຫຼອດໄລຍະ 15 ປີຂອງການສ້າງຕັ້ງ ແລະ ພັດທະນາບໍລິສັດທ່ອງທ່ຽວວັນເດີຟູນລາວ ຈໍາກັດຜູ້ດຽວ ໄດ້ຮັບລາງວັນຕ່າງໆເຊັ່ນ: ລາງວັນພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ປະຈຳປີ 2018, ລາງວັນນັກທຸລະກິດໜຸ່ມດີເດັ່ນປະຈຳປີ 2021, ລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2022, ລາງວັນທຸລະກິດອາຊຽນຂະແໜງການທ່ອງທ່ຽວ SME ປະຈໍາປີ 2024, ລາງວັນຫ້ອງນໍ້າສະອາດມາດຕະຖານອາຊຽນປີ 2023-2024 ແລະ ປີ 2025 ໄດ້ຮັບໃບຍ້ອງຍໍຂັ້ນສູນກາງ, ແຂວງ ແລະ ຂັ້ນເມືອງຈຳນວນໜຶ່ງ. ໃນຕໍ່ໜ້າຈະສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຕິດພັນກັບການພັດທະນາຕາມແລວເສດຖະກິດຂອງແຂວງ ແລະ ສາມາດຮອງຮັບການເຊື່ອມໂຍງ, ເຊື່ອມຈອດການທ່ອງທ່ຽວກັບພາກພື້ນ, ສາກົນ, ການບໍລິການທາງຜ່ານ ແລະ ອື່ນໆໃຫ້ໄປຕາມວິໄສທັດ ດັ່ງຄໍາຂວັນທີ່ວ່າ: ເມືອງແຫ່ງສາຍນໍ້າໄຫຼ-ສົດໃສ, ປ່າໄມ້ສີຂຽວ, ທ່ອງທ່ຽວປອດໄພ ແລະ ຊາວເມືອງມີນໍ້າໃຈປະເສີດ.

ວງວຽງ ໜງໃນຈດໝາຍປາຍທາງຂອງນກທອງທຽວ - image 3
 

ໂອກາດນີ້, ທ່ານ ບຸນພັນ ວົງສຳພັນ ຍັງໄດ້ເຊີນຊວນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໃຫ້ເຂົ້າມາທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັັັັັັັັັັັັັັັັັັນ ຊຶ່ງມີສະຖານແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມຫຼາຍແຫ່ງ ໂດຍສະເພາະແມ່ນສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖໍ້ານາງຟ້າ, ຖ້ຳນອນ ແລະ ສະຖານທີ່ທ່ອງທ່ຽວອື່ນໆຂອງແຂວງວຽງຈັນທີ່ສວຍງາມໄວ້ຄອຍບໍລິການທ່ານ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ