ສວນນໍ້າທິດາເພັດ ຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ

ສວນນໍ້າທິດາເພັດ ຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ

ສວນນໍ້າທິດາເພັດ ຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ
ຄອບຄົວຂອງທ່ານ ທອງສະຫວັນ ແສນພິລາວົງສາ ອາຍຸ 53 ປີ, ປັດຈຸບັນຢູ່ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ ເປັນຄອບຄົວໜຶ່ງທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນທາງພະແນກກະສິກໍາ ແລະ ສິ່ງແວລ້ອມ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ຂອງແຂວງຈໍາປາສັກ ລົງສົມທົບກັບພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງເມືອງປະທຸມພອນ ໄດ້ລົງຊຸກຍູ້ທາງດ້ານວິຊາການເຕັກນິກ ບວກກັບຄວາມດຸໝັ່ນຫ້າວຫັນ ເຮັດແທ້ທໍາຈິງ ຂອງຄອບຄົວ ໃນການສ້າງສວນນໍ້າທິດາເພັດ ຈົນກາຍເປັນຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ.
ສວນນາທດາເພດ ຕວແບບການພດທະນາການທອງທຽວ ຕດພນກບການຜະລດກະສກາແບບຍນຍງ - image 1
 

 

 

ທ່ານ ທອງສະຫວັນ ແສນພິລາວົງສາ ໄດ້ໃຫ້ຮູ້ວ່າ: ຄອບຄົວຂອງຂ້າພະເຈົ້າ ເປັນນັກວິສະວະກອນກໍ່ສ້າງ, ດ້ວຍຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກ່ຽວກັບການພັດທະນາເສດຖະກິດ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາ, ສົ່ງເສີມການທ່ອງທ່ຽວ ໃນຮູບແບບກະສິກຳ ໂດຍຖືເອົາວຽກງານກະສິກຳ ເປັນບຸລິມະສິດໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອສົ່ງເສີມການຜະລິດເປັນສິນຄ້າ, ການບໍລິການສ້າງວຽກເຮັດງານທໍາ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.

ເຖິງແມ່ນວ່າ ຄອບຄົວຂ້າພະເຈົ້າຈະບໍ່ແມ່ນພື້ນຖານປະຊາຊົນ ທີ່ອາໄສຢູ່ໃນເມືອງປະທຸມພອນ ແຕ່ກໍໄດ້ຮັບການຕ້ອນຮັບ, ຄວາມເອົາໃຈໃສ່ສະໜັບສະໜູນ ຈາກຄະນະພັກ-ອົງການປົກຄອງເມືອງ ຕະຫຼອດຮອດປະຊາຊົນເປັນຢ່າງດີ. ໃນປີ 2009 ຂ້າພະເຈົ້າໄດ້ຮັບການມອບໂອນກໍາມະສິດນໍາໃຊ້ທີ່ດິນຕອນດັ່ງກ່າວ ຈໍານວນ 4.5 ເຮັກຕາ, ຕັ້ງຢູ່ບ້ານຫຼັກ 40 ຫ່າງຈາກສໍານັກງານເມືອງ 900 ແມັດ ຊຶ່ງເປັນຕອນດິນທີ່ມີຄວາມໝາຍ, ຄວາມສໍາຄັນ ແລະ ມີຄວາມສວຍງາມ, ມີແຫຼ່ງນໍ້າທໍາມະຊາດໄຫຼຜ່ານຕະຫຼອດປີ ຈຶ່ງເປັນແຮງບັນດານໃຈເຮັດໃຫ້ຄອບຄົວຂ້າພະເຈົ້າ ຕັດສິນໃຈລິເລີ່ມສ້າງຕອນດິນແຫ່ງນີ້ເປັນສວນສາທິດໃຫ້ກັບລູກໆໃນໄວເດັກ ເພື່ອເປັນການປູກຈິດສໍານຶກໃຫ້ຮັກ ແລະ ຫວງແຫນໃນຄວາມງາມຂອງທໍາມະຊາດ ຈຶ່ງໄດ້ນໍາໃຊ້ແຫຼ່ງທຶນສ່ວນຕົວເຂົ້າໃນການພັດທະນາການປູກ-ການລ້ຽງແບບຄອບຄົວ ໂດຍບໍ່ມີພະນັກງານປະຈໍາ ຈະມາແຕ່ໄລຍະວັນເສົາ-ອາທິດ.

ມາຮອດປີ 2013-2014 ຍ້ອນເຫັນໄດ້ເຖິງເງື່ອນໄຂ ແລະ ໂອກາດໃນການພັດທະນາພື້ນທີ່ດັ່ງກ່າວໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ ຂ້າພະເຈົ້າ ຈຶ່ງໄດ້ຂະຫຍາຍເນື້ອທີ່ຕື່ມອີກ ລວມເປັນ 85 ເຮັກຕາ ໄດ້ແບ່ງອອກເປັນ 4 ໂຊນ ຄື: 1) ປູກເຂົ້າ; 2) ປູກຕົ້ນໄມ້ໃຫ້ໝາກ; 3) ລ້ຽງສັດ ແລະ 4) ສໍາລັບການທ່ອງທ່ຽວທາງທໍາມະຊາດ, ໂດຍມີການພັດທະນາປັບປຸງແຄມຫ້ວຍໂຕະໂໝະ, ເຮັດກັນເຈື່ອນ, ປູກຕົ້ນໄມ້ປະດັບ ຮັກສາພື້ນທີ່ໃຫ້ມີຄວາມສວຍສົດງົດງາມ ແລະ ສີຂຽວ. ຕົກມາຮອດປີ 2015-2018 ສະຖານທີ່ແຫ່ງນີ້ ໄດ້ມີກະແສຕອບຮັບຈາກສັງຄົມເປັນຢ່າງດີ ໃນດ້ານການທ່ອງທ່ຽວສີຂຽວ ຈຶ່ງໄດ້ຂະຫຍາຍໃຫ້ມີສະຖານທີ່ບໍລິການໃຫ້ພຽງພໍ ໄດ້ເປີດໃຫ້ມີຮ້ານອາຫານບໍລິການໄລຍະວັນເສົາ-ອາທິດ ແລະ ເທສະການວັນສໍາຄັນຕ່າງໆ, ຄຽງຄູ່ກັນນີ້ພວກເຮົາໄດ້ເລີ່ມປູກຕົ້ນໄມ້ໃຫ້ໝາກ ແລະ ລ້ຽງສັດຈໍານວນໜຶ່ງ ເຊັ່ນ: ລ້ຽງປາ, ງົວ, ໝູປ່າ.

ມາຮອດ 2019-2023 ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດນໍ້າຖ້ວມ, ຈາກພະຍາດໂຄວິດ-19 ແລະ ໄພເງິນເຟີ້ ແຕ່ເຖິງຢ່າງໃດກໍຕາມ ຄອບຄົວຂອງພວກຂ້າພະເຈົ້າ ກໍບໍ່ໄດ້ລົດລະໃນຄວາມພະຍາຍາມ ໄດ້ຫັນວິກິດການໃຫ້ກາຍເປັນໂອກາດ ໂດຍໄດ້ມີການປັບປຸງພື້ນທີ່ທໍາການຜະລິດ ໃນຂອບເຂດເນື້ອທີ່ 60 ເຮັກຕາ, ເປັນໂຊນທ່ອງທ່ຽວ 4 ເຮັກຕາ ຂອງຈໍານວນເນື້ອທີ່ທັງໝົດ ເພື່ອໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ຈຶ່ງໄດ້ຂໍອະນຸຍາດຈົດທະບຽນ ດຳເນີນທຸລະກິດ ເປັນທິດາເພັດຟາມຂຶ້ນ ຊຶ່ງໄດ້ຮັບເງິນສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍານວນໜຶ່ງ ເປົ້າ ໝາຍແມ່ນເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ ໃນຮູບແບບກະສິກຳ. ເລີ່ມແຕ່ກາງປີ 2024 ຈົນຮອດປັດຈຸບັນ ໄດ້ມີການປັບປຸງຮ້ານອາຫານ ສະຖານບໍລິການ ພັກຜ່ອນ, ມີການບໍລິການແບບ ແຄັມປິງ, ມີສັດລ້ຽງໄວ້ໃຫ້ນັກທ່ອງທ່ຽວຊົມ ເປັນຕົ້ນແມ່ນ: ນົກກະຈອກເທບ, ແກະ, ນົກຍຸງ ແລະ ອື່ນໆ. ສັງລວມແລ້ວ ຕະຫຼອດໄລຍະ 5 ປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ໃນໄລຍະເປີດບໍລິການທຸກວັນເສົາ-ອາທິດ ແລະ ວັນເທສະການຕ່າງໆ ມີປະມານ 3,500-4,000 ເທື່ອຄົນຕໍ່ປີ, ສ້າງລາຍຮັບໄດ້ປະມານ 400 ລ້ານກີບຕໍ່ປີ.

ເຖິງວ່າທຸລະກິດ ແຫຼ່ງທ່ອງທ່ຽວຂອງຂ້າພະເຈົ້າ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແຕ່ຖ້າທຽບໃສ່ ຄວາມຮຽກຮ້ອງຕ້ອງການທາງດ້ານການທ່ອງທ່ຽວ ກໍຄືການໃຊ້ບໍລິການຂອງນັກທ່ອງທ່ຽວ ເຫັນວ່າ ຍັງມີບາງດ້ານຕ້ອງໄດ້ປັບປຸງໃຫ້ດີຂຶ້ນຕື່ມອີກ, ດັ່ງນັ້ນ ໃນຊຸມປີຕໍ່ໜ້າ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມລະດັບຄາດໝາຍ, ຈະສືບຕໍ່ສຸມໃສ່ປັບປຸງຍົກລະດັບທຸລະກິດການທ່ອງທ່ຽວໃນຮູບແບບກະສິກຳ ແບບຍືນຍົງ ຕາມວຽກຈຸດສຸມດັ່ງນີ້:

ສວນນາທດາເພດ ຕວແບບການພດທະນາການທອງທຽວ ຕດພນກບການຜະລດກະສກາແບບຍນຍງ - image 2
 

1) ຍົກສູງຄຸນນະພາບການບໍລິການ-ອາຫານ ໃຫ້ເຂົ້າສູ່ມາດຕະຖານ ເພື່ອຮອງຮັບແຂກ ພາຍໃນ ແລະ ຕ່າງປະເທດ; 2) ຈະສືບຕໍ່ສົມທົບກັບພາກລັດ ແລະ ຂະແໜງການທີ່ກ່ຽວຂ້ອງ ໂຄສະນາສົ່ງເສີມການທ່ອງທ່ຽວ ເວົ້າລວມ, ເວົ້າສະເພາະ ແມ່ນໂຄສະນາແຫຼ່ງທ່ອງທ່ຽວ ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກກ່ຽວກັບແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ຂອງເມືອງປະທຸມພອນ ໃຫ້ຫຼາຍຂຶ້ນເຊັ່ນ: ຈາກສວນນໍ້າທິດາເພັດ ສູ່ສະຖານທີ່ທ່ອງທ່ຽວປະຫວັດສາດ ອູບໂມງ (ບ້ານໂຕະໂໜະທ່າ), ຈາກສວນນໍ້າທິດາເພັດ ສູ່ສະຖານທີ່ທ່ອງທ່ຽວວັດທະນະທໍາ ພູອາສາ (ບ້ານກຽດໂງ້ງ) ແລະ ຈາກ ສວນນໍ້າທີດາເພັດ ສູ່ແຫຼ່ງທ່ອງທ່ຽວທໍາມະຊາດຕາດກອຍ (ບ້ານນໍ້າພາກ), ຕາດໂລ້ (ບ້ານເຫຼົ່າຫຍ້າ), ຕາດໄມ້ເຮ້ຍ (ບ້ານໜອງເອກ) ແລະ ອື່ນໆ; 3) ສ້າງໃຫ້ເປັນສວນຕົວແບບໃຫ້ນັກຮຽນໄດ້ເຂົ້າມາທັດສະນະສຶກສາ ກ່ຽວກັບປະເພດຕົ້ນໄມ້ຕ່າງໆ ເພື່ອປູກຈິດສໍານຶກໃຫ້ລູກຫຼານ ໄດ້ຮັກໃນທໍາມະຊາດ, ສິ່ງແວດລ້ອມ ແລະ ເປີດກວ້າງໃຫ້ອົງກອນຕ່າງໆໄດ້ເຂົ້າມາຈັດກິດຈະກຳ ຕາມແຕ່ລະໂອກາດວັນສໍາຄັນຕ່າງໆ; 4) ຈະປະຕິບັດພັນທະອາກອນຕ່າງໆ, ປະກອບສ່ວນຊ່ວຍສັງຄົມຕາມເງື່ອນໄຂ ເພື່ອໃຫ້ເປັນຕົວແບບໃນການປະຕິບັດລະບຽບກົດໝາຍ.

ທັງໝົດນັ້ນໄດ້ມາຈາກເຫື່ອແຮງ ຄວາມດຸໝັ່ນອົດທົນຂອງສະມາຊິກໃນຄອບຄົວ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວທ່ານ ທອງສະຫວັນ ແສນພິລາວົງສາ ດີຂຶ້ນເທື່ອລະກ້າວ. ຜົນສໍາເລັດທັງໝົດນັ້ນ ກໍຍ້ອນແນວທາງນະໂຍບາຍຂອງພັກ-ລັດ ກໍຄືຄວາມເອົາໃຈໃສ່ຂອງຄະນະພັກ-ອົງການປົກຄອງເມືອງປະທຸມພອນ, ບັນດາຂະແໜງການທີ່ກ່ຽວຂ້ອງ ຊຶ່ງຍາມໃດກໍໄດ້ເອົາໃຈໃສ່ຊີ້ທິດເຍືອງທາງ ແລະຊີ້ນໍາ-ນໍາພາ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ໄດ້ຮັບການພັດທະນາ, ແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວໃຫ້ພົ້ນທຸກເທື່ອລະກ້າວ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ພິທີເຊັນສັນຍາການບໍລິການແລະບໍລິຫານຄຸ້ມຄອງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ່ “ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ” ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້, ທີ່ເມືອງວັງວຽງແຂວງວຽງຈັນໃຫ້ກຽດເປັນປະທານຮ່ວມຂອງທ່ານນາງດາລານີພົມມະວົງສາຮອງລັດຖະມົນຕີກະຊວງວັດທະນະທໍາແລະການທ່ອງທ່ຽວ (ວທ), ມີທ່ານນາງJingmin Huang ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳສປປລາວ (ຜູ້ໃໝ່) ແລະທ່ານສຸວຽງທອງວົງຈຳປາປະທານຄະນະກຳມະການປົກຄອງເມືອງວັງວຽງ. ຮ່ວມລົງນາມຂອງທ່ານອັດສະຍາໃສມະນີວັນຫົວໜ້າຫ້ອງການວທ ເມືອງວັງວຽງແລະທ່ານບຸນພັນວົງສຳພັນຜູ້ອຳນວຍການບໍລິສັດທ່ອງທ່ຽວວັນເດີຟູນລາວຈຳກັດ.
ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ (ADB) ເຮັດໃຫ້ເຂດທ່ອງທ່ຽວປະຫວັດສາດມະຫານາທີສີທັນດອນ ບ້ານດອນເດດ-ດອນຄອນ ຈາກຖະໜົນດິນແດງ ລໍາບາກໃນການໄປມາຂອງປະຊາຊົນ ແລະ ແຂກທີ່ມາທ່ອງທ່ຽວ, ປັດຈຸບັນ ມີຖະໜົນຄອນກຣີດທີ່ສະດວກສະບາຍຫຼາຍຂຶ້ນກ່ວາເກົ່າ.
ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ຳນ້ຳລອດ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ມີຄວາມສຳຄັນທາງປະຫວັດສາດ ໃນການເປັນຖານທີ່ໝັ້ນປົກປ້ອງຊາດໃນອາດີດ ຕັ້ງຢູ່ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄໍາມ່ວນ, ປັດຈຸບັນກໍາລັງຢູ່ໃນໄລຍະເລີ່ມຕົ້ນການພັດທະນາ ແລະ ປັບປຸງສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດກັບຄວາມງົດງາມທາງທຳມະຊາດແບບດັ້ງເດີມ.
ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ  ສົ່ງເສີມການທ່ອງທ່ຽວ

ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ

ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
ເພີ່ມເຕີມ