![]() |
ທ່ານ ສົມສະຫວາດ ນາມອິນທາ ຮອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ຜົນສໍາເລັດດັ່ງກ່າວ ກໍເນື່ອງມາຈາກຜົນຂອງການໂຄສະນາ ແລະ ການຈັດກິດຈະກໍາຕ່າງໆໃນປີທ່ອງທ່ຽວລາວ 2024 ລວມທັງງານເທດສະການນິທັດສະການ ທີ່ປະຊາຊົນບັນດາເຜົ່າໄດ້ຈັດຂຶ້ນຢູ່ພາຍໃນແຂວງ ແລະ ບັນດາເມືອງ ໃນປີ 2025 ເຊັ່ນ: ບຸນປີໃໝ່ລາວ, ບຸນກິນຈຽງຂອງຊົນເຜົ່າອາຄາເມືອງລອງ, ຊົນເຜົ່າມົ້ງຫຼວງນໍ້າທາ; ບຸນບັ້ງໄຟຂອງເຜົ່າລື້ເມືອງສິງ, ບຸນຊວ່ງເຮືອຂອງເມືອງນາແລ, ວຽງພູຄາ ແລະ ງານບຸນຕາມຮີດສິບສອງຂອງຊາວພຸດ ຊຶ່ງແຕ່ລະງານແມ່ນມີເອກະລັກສະເພາະ ແລະ ຮັກສາໄດ້ຮີດຄອງວັດທະນະທໍາຂອງຊົນເຜົ່າ ບວກໃສ່ການຂະຫຍາຍຕົວຂອງທີ່ພັກແຮມ, ຮ້ານອາຫານ, ຮ້ານກາເຟ ແລະ ອື່ນໆ ເຮັດໃຫ້ນັກທ່ອງທ່ຽວພາຍໃນ, ນັກທ່ອງທ່ຽວຊາຍແດນຈີນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫຼາຍ. ແລະອີກໜຶ່ງກິດຈະກໍາທີ່ໄດ້ຮັບຄວາມສົນຈາກນັກທ່ອງທ່ຽວໃນປີນີ້
![]() |
ແມ່ນເທດສະການຍ່າງປ່າ-ລ່ອງເຮືອ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເປັນເທດສະການປະຈໍາປີຂອງແຂວງ ຈັດຂຶ້ນໃນຕົ້ນເດືອນຕຸລາ 2025 ຜ່ານມາ ໂດຍມີຜູ້ເຂົ້າຮ່ວມຈາກຂັ້ນສູນກາງ, ທ້ອງຖິ່ນ, ນັກທ່ອງທ່ຽວ, ມວນຊົນຈາກພາຍໃນ ແລະ ຕ່າງປະເທດ ເກືອບ 200 ກວ່າຄົນ ເຂົ້າມາສໍາຜັດກັບທ່າແຮງທາງດ້ານການທ່ອງທ່ຽວແບບອະນຸລັກຜ່ານການຍ່າງປ່າ ແລະ ລ່ອງເຮືອ. ກິດຈະກໍາດັ່ງກ່າວ ບໍ່ພຽງເປັນການປະຊາສໍາພັນ ເສັ້ນທາງທ່ອງທ່ຽວພະຈົນໄພທີ່ມີເອກະລັກຂອງແຂວງຫຼວງນໍ້າທາເທົ່ານັ້ນ ແຕ່ຍັງຊ່ວຍສ້າງຄວາມຮັບຮູ້ ກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຂອງພື້ນທີ່ດັ່ງກ່າວອີກດ້ວຍ.
![]() |
ນອກຈາກກິດຈະກໍາພາຍໃນປະເທດແລ້ວ ແຂວງຫຼວງນໍ້າທາຍັງໄດ້ຮັບຄວາມສົນໃຈ ໃນລະດັບຕ່າງປະເທດ ຈາກການເຂົ້າຮ່ວມງານມະຫາກໍາວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 (CAEXPO 2025) ທີ່ນະຄອນໜານໜິ່ງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຊຶ່ງງານດັ່ງກ່າວ ຮ່ວມໃນນາມເມືອງແຫ່ງສະເໜ່ຂອງ ສປປ ລາວ ແຂວງຫຼວງນໍ້າທາ ໄດ້ນໍາສະເໜີ ແລະ ຈໍາລອງເອກະລັກວັດທະນະທໍາຂອງຊົນເຜົ່າ ແລະ ນົກຂວາ ສັດປະຈໍາແຂວງ, ໂດຍການນໍາສະເໜີຄັ້ງນີ້ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກອາຊຽນ ແລະ ສປ ຈີນ ເພື່ອສ້າງໂອກາດ ໃນການພັດທະນາການຮ່ວມມືດ້ານການ ທ່ອງທ່ຽວ, ການຄ້າ ແລະ ວັດທະນະທໍາ. ການເຕີບໂຕ ແລະ ຜົນສໍາເລັດຂອງການທ່ອງທ່ຽວ ໃນປີນີ້ ເກີດຈາກການຮ່ວມມືຢ່າງໃກ້ສິດລະ ຫວ່າງພາກລັດ, ເອກະຊົນ ແລະ ຊຸມຊົນທ້ອງຖິ່ນ ພາຍໃຕ້ຍຸດທະສາດການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ ທີ່ເນັ້ນການສົ່ງເສີມການທ່ອງທ່ຽວແບບອະນຸລັກຍືນຍົງ ມີສ່ວນຮ່ວມ ແລະ ເປັນມິດກັບສິ່ງແວດລ້ອມ ຊຶ່ງເປັນການສ້າງລາຍໄດ້ ແລະ ໂອກາດໃຫ້ກັບປະຊາຊົນໃນພື້ນທີ່ ຄຽງຄູ່ກັບການອະນຸລັກຊັບພະຍາກອນທໍາມະຊາດ ດ້ວຍການພັດທະນາໂຄງລ່າງພື້ນຖານ, ການຂະຫຍາຍຜະລິດຕະພັນການທ່ອງທ່ຽວ ແລະ ການຮ່ວມມືກັບພາກພື້ນທີ່ແຂງແຮງ ແຂວງຫຼວງນໍ້າທາກໍາລັງກ້າວສູ່ການເປັນ “ຈຸດໝາຍປາຍທາງການທ່ອງທ່ຽວແບບອະນຸລັກຂອງພາກພື້ນ”.
![]() |
ແຂວງມີເປົ້າໝາຍທີ່ຈະດຶງດູດນັກທ່ອງທ່ຽວເພີ່ມຂຶ້ນໃນທ້າຍປີ 2025 ແລະ ໃຫ້ບັນລຸຕາມລະດັບຄາດໝາຍ ຄື: 1,280,000 ເທື່ອຄົນ. ໂດຍການຊຸກຍູ້ໃຫ້ພາກເອກະຊົນປັບປຸງຄືນ ແລະ ເປີດຄືນໃໝ່ ບັນດາແຫຼ່ງທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນປີ 2024 ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າດີ ແມ່ນຈະເປີດໃຫ້ບໍລິການຄືນໃນເດືອນພະຈິກ 2025, ງານເທດສະການບຸນນະມັດສະການພະທາດຈຽງຕຶງເມືອງສິງ ມໍມະດົກແຫ່ງຊາດປະຈໍາທ້ອງຖິ່ນ ຄົບຮອບ 1 ປີ ຈະຈັດຂຶ້ນໃນວັນທີ 5 ພະຈິກ 2025. ນອກນັ້ນ, ແຂວງຍັງໄດ້ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ ປັບປຸງທີ່ພັກແຮມ, ຮ້ານກິນດື່ມ ເຊັ່ນ: ອາຄານສະຖານທີ່ ແລະ ການບໍລິການ ເພື່ອຮອງຮັບນັກທ່ອງທ່ຽວທີ່ອາດຈະເພິ່ມຂຶ້ນໃນທ້າຍປີ ພ້ອມດຽວກັນນັ້ນ ກໍໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງ ກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ທີ່ຈະມາທ່ອງທ່ຽວໃນປ່າສະຫງວນແຫ່ງຊາດນໍ້າຫ້າໃນລະດູໜາວນີ້.
![]() |
ຄໍາເຫັນ