![]() |
ແມ່ປ້າ ຈັນດີປະຊາຊົນບ້ານເມືອງນ້ອຍເມືອງໄຊເສດຖານວໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊົນວ່າ: ຕົນເອງໄດ້ມາທ່ຽວງານບຸນຊ່ວງເຮືອທີ່ທ່າວັດຈັນແຫ່ງນີ້ທຸກໆປີ. ພິເສດປີນີ້ມານໍາໝູ່ຫຼາຍຄົນເຫັນວ່າບັນຍາກາດຄຶກຄື້ນມີຄົນເຂົ້າມາທ່ຽວຫຼາຍກວ່າປີຜ່ານມາ.
![]() |
ທ່ານຄໍາເປສີຫາລາດປະຊາຊົນບ້ານຫົວຂົວເມືອງໄຊເສດຖານວໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ຕົນເອງມາທ່ຽວບຸນຊ່ວງເຮືອທຸກໆປີ. ປີນີ້ມາກັບລູກຊາຍທຸກໆປີຕ້ອງໄດ້ມາທ່ຽວງານບຸນເນື່ອງຈາກປີໜຶ່ງມີເທື່ອດຽວຕົນເອງເປັນຄົນມັກຮັກກິລາຊ່ວງເຮືອໃນໜ້ານໍ້າ ຊຶ່ງບຸນຊ່ວງເຮືອເປັນງານບຸນປະເພນີອັນດີງາມຂອງລາວເຮົາທຸກໆປີຕ້ອງຫາໂອກາດມາໃຫ້ໄດ້ມາປີໃດກໍຮູ້ສຶກວ່າມ່ວນທຸກປີ ມີຄວາມປະທັບໃຈແລະມ່ວນຊື່ນຫຼາຍ ຊຶ່ງເປັນງານບຸນປະເພນີອັນດີງາມຂອງລາວເຮົາ, ມີຄວາມພາກພູມໃຈທີ່ເຫັນການນໍາພັກ-ລັດຍັງຮັກສາໄດ້ຮີດຄອງປະເພນີອັນດີງາມໄວ້ໃຫ້ລູກຫຼານໄດ້ເຫັນແລະສືບທອດໄປຊົ່ວກາລະນານ. ປີນີ້ກໍຄືທຸກໆປີຕັ້ງໃຈມາເຊຍທຸກທີມເຖິງອາກາດຈະຮ້ອນເອົ້າແຕ່ກໍບໍ່ເປັນອຸປະສັກ.
![]() |
ຢ່າງໃດກໍຕາມການແຂ່ງຂັນກິລາຊ່ວງເຮືອປະເພນີຍິງຕອນເຊົ້າສໍາເລັດໄປແລ້ວແລະຕອນແລງຂອງວັນດຽວກັນມີການແຂ່ງຂັນຊ່ວງເຮືອປະເພນີຊາຍແລະມີພິທີມອບ-ຮັບຂັນລາງວັນທີ 1, 2,3 ແລະລາງວັນອື່ນໆ. ສະນັ້ນ, ຂໍເຊີນຊວນທ່ານໃດທີ່ຍັງບໍ່ທັນມາທ່ຽວງານບຸນປີນີ້ກໍສາມາດມາທ່ຽວໄດ້ປັດຈຸບັນບັນຍາກາດກຳລັງຄຶກຄື້ນມ່ວນຊື່ນເຊື່ອວ່າທ່ານຈະມີຄວາມປະທັບໃຈຢ່າງແນ່ນອນ.
![]() |
ຄໍາເຫັນ