![]() |
ແຜນການພັດທະນາຄັ້ງນີ້, ກວມເອົາໄລຍະທາງປະມານ 25 ກິໂລແມັດ ເລີ່ມຕົ້ນຈາກຈຸດຕົວເມືອງອຸທຸມພອນ 3 ຫຼ່ຽມປີ້ງໄກ່ເຊໂນ ຈົນເຖິງຈຸດລົງສໍາຫຼວດທີ່ໄກສຸດ. ເສັ້ນທາງທ່ອງທ່ຽວແບບວົງແຫວນນີ້ ມີຈຸດປະສົງເພື່ອເຊື່ອມໂຍງຈຸດທ່ອງທ່ຽວຕ່າງໆ ເຂົ້າໃນລະບົບດຽວກັນ ເຮັດໃຫ້ນັກທ່ອງທ່ຽວສາມາດໄດ້ປະສົບການທີ່ສົມບູນ ແລະ ຄົບຖ້ວນ.
ການສໍາຫຼວດຄັ້ງນີ້, ໄດ້ຮັບການນໍາພາໂດຍທ່ານ ທອງໃສ ໄຊຍະວົງຄໍາດີ ກໍາມະການປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງອຸທຸມພອນ, ມີທ່ານ ພັອ ລໍາຄູນ ວໍລະວົງ ກໍາມະການພັກແຂວງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງສະຫວັນນະເຂດ, ພ້ອມທີມງານ ວິຊາການຈາກຂະແໜງທ່ອງທ່ຽວແຂວງ ແລະ ຫ້ອງການອ້ອມຂ້າງເມືອງອຸທຸມພອນ ເຂົ້າຮ່ວມສໍາຫຼວດດ້ວຍ.
ຈຸດທີ່ໄດ້ລົງສໍາຫຼວດໄດ້ຖືກຈັດໃຫ້ຢູ່ຕາມຂອບເຂດເສັ້ນທາງເລກທີ 10 ຊຶ່ງເປັນຈຸດທ່ອງທ່ຽວທີ່ມີຄຸນຄ່າທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ມີຄວາມຕິດພັນກັບປະຫວັດສາດທ້ອງຖິ່ນຢ່າງເລິກເຊິ່ງ, ພື້ນທີ່ເລົ່ານີ້ ມີທັດສະນີຍະພາບທີ່ສວຍງາມ ແລະ ມີຄວາມສໍາຄັນທາງປະຫວັດສາດທີ່ສາມາດດຶງດູດນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.
ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ແລະ ຄົບວົງຈອນນີ້ ແມ່ນສ່ວນໜຶ່ງຂອງນະໂຍບາຍການສົ່ງເສີມການທ່ອງທ່ຽວຂອງແຂວງສະຫວັນນະເຂດ ເພື່ອເຮັດໃຫ້ການທ່ອງທ່ຽວກາຍເປັນຂະແໜງການສໍາຄັນທີ່ຈະສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
![]() |
ຈຸດລົງສໍາຫຼວດ ແມ່ນເລີ່ມຈາກ ພະພົ້ນບູຮານສັກສິດ ຊຶ່ງເປັນພະພຸດທະຮູບ ເຮັດດ້ວຍທອງສໍາລິດ ທີ່ປະຊາຊົນ ບ້ານໂນນອຸດົມ ພົບເຫັນໃນເວລາທໍາການຜະລິດ ແລ້ວນໍາມາຮັກສາໄວ້ ທີ່ວັດບ້ານດັ່ງກ່າວ ໃນປີ 2022, ສັນນິຖານວ່າ ເປັນພະພຸດທະຮູບສະໄໝອານາຈັກລ້ານຊ້າງ ສະໄໝພະເຈົ້າໄຊຍະເສດຖາ; ຈາກນີ້ ກໍມີອ່າງນໍ້າຊົນລະປະທານ ບ້ານນາຄໍາ, ຊຶ່ງສິ່ງທີ່ມະຫັດສະຈັນ ແລະ ຄົງໄວ້ຄວາມໂດດເດັ່ນທາງທໍາມະຊາດ ແມ່ນນໍ້າບຸ້ຍ ຫຼື ນໍ້າອອກບໍ່ ທີ່ສໍານັກປະຕິບັດທໍານໍ້າບຸ້ຍ ຂຶ້ນກັບບ້ານໜອງແປນ. ຈາກນັ້ນ, ກໍສືບຕໍ່ສໍາຫຼວດ ແຫຼ່ງທ່ອງທ່ຽວທີ່ບ້ານດົງໃນ ໂດຍມີ 2 ຈຸດຄື້: ຈຸດທໍາອິດ ແມ່ນດ່ານປ່າກ້ວຍ ທີ່ມີນໍ້າໄຫຼຜ່ານດ່ານໃສເຢັນຕະຫຼອດປີ ງົດງາມໄປດ້ວຍກ້ອນຫີນ ແລະ ປ່າໄມ້ອ້ອມຮອບ; ຈຸດທີສອງແມ່ນ ຖໍ້າພະລາດມັ່ງ ຈຸດນີ້ ເປັນແຜ່ນຫີນສູງ ແລະ ມີຖໍ້າທີ່ສະໄໝກ່ອນ ເພີ່ນນໍາເອົາພະພຸດທະຮູບ ມາຮັກສາໄວ້ ທີ່ຖໍ້າດັ່ງກ່າວ ເປັນຈໍານວນຫຼາຍ. ໃນເຂດນີ້ ຈະບໍ່ມີໃຜຈະສາມາດເກັບວັດຖຸ ຫຼື ພະພຸດທະຮູບ ອອກໄປ ເພາະຊື່ອວ່າ ຖ້າເອົາອອກໄປຈະເກີດສິ່ງບໍ່ດີແກ່ຜູ້ນັ້ນ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ຄໍາເຫັນ