ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

11 ເດືອນ ໃນທົ່ວປະເທດສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ 3,395 ເລື່ອງ

11 ເດືອນ ໃນທົ່ວປະເທດສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ 3,395 ເລື່ອງ
ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິສະພາແຫ່ງຊາດສະບັບເລກທີ 110/ສພຊ,

ລົງວັນທີ 21/11/2023 ວ່າດ້ວຍການຮັບຮອງໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຮອດປີ 2025 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ພະຈິກນີ້ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ຕະຫຼອດໄລຍະ 11 ເດືອນຜ່ານມາ, ເຖິງວ່າລັດຖະບານ ຈະປະສົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ກໍມີຜົນສໍາເລັດໃນຫຼາຍລະດັບທີ່ແຕກຕ່າງກັນ ໂດຍສະເພາະນັບແຕ່ເດືອນ 1 - 11 ປີ 2024 ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງທຳລາຍຄະດີຢາເສບຕິດ ໄດ້ທັງໝົດ 3,395 ເລື່ອງ, ຈັບຜູ້ຖືກຫາໄດ້ 5,168 ຄົນ/ຍິງ 505 ຄົນ, ຕ່າງປະເທດ 199 ຄົນ/ຍິງ 19 ຄົນ (ຫວຽດນາມ 61 ຄົນ/ ຍິງ 6 ຄົນ, ຈີນ 59 ຄົນ/ຍິງ 3 ຄົນ, ມຽນມາ 16 ຄົນ, ໄທ 39 ຄົນ/ຍິງ 4 ຄົນ, ມາເລເຊຍ 3 ຄົນ, ໄນຈີເລຍ 1 ຄົນ/ຍິງ 1 ຄົນ, ອີຕາລີ 1 ຄົນ, ອົສຕຣາລີ 1 ຄົນ, ອິນເດຍ 2 ຄົນ/ຍິງ 1 ຄົນ, ອິນໂດເນເຊຍ 1 ຄົນ, ເຢເມນ 1 ຄົນ, ຝຣັ່ງ 1 ຄົນ, ສ ເກົາຫຼີ 3 ຄົນ, ເລບານອນ 1 ຄົນ, ອັງກິດ 1 ຄົນ, ອາເມຣິກາ 1 ຄົນ, ເຢຍລະມັນ 2 ຄົນ/ຍິງ 1 ຄົນ, ຍີ່ປຸ່ນ 2 ຄົນ/ຍິງ 1 ຄົນ, ກຳປູເຈຍ 2 ຄົນ, ຟີລີບປິນ 1 ຄົນ); ຢຶດເຮໂຣອິນ 380.96 ກິໂລ (ກລ), ຢາບ້າ 81,030,733 ເມັດ ນໍ້າໜັກ 8,103.07 ກລ, ຢາໄອສ 4,816.17 ກລ, ຢາຝິ່ນ 84,86 ກລ, ຄັນຊາ 3,583.24 ກລ, ເຄຕາມິນ 33,14 ກລ, ຢາອີ 2,584 ເມັດ ກັບ 61,44 ກລ, ໂຄເຄນ 0,99 ກລ, ແປ້ງຝຸ່ນ 10,092.84 ກລ, ສານເຄມີ 101 ຖັງ, ລົດໃຫຍ່ 77 ຄັນ, ລົດ ຈັກ 480 ຄັນ, ປືນ 10 ກະບອກ, ລູກປືນ 1,677 ລູກ; ໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ປີ 2024 ຢູ່ 9 ແຂວງພາກເໜືອ ແລະ ພາກກາງ; ກວດພົບເນື້ອທີ່ລັກລອບປູກຝິ່ນ 5,831 ເຮັກຕາ (ຮຕ), ທໍາລາຍໄດ້ 126 ຮຕ ແລະ ລົງກວດກາ ແລະ ທໍາລາຍການລັກ ລອບປູກຕົ້ນກະທ່ອມ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ 123 ຕົ້ນ ແລະ ໄດ້ທໍາລາຍສານເຄມີຕົ້ນທີ່ເຈົ້າໜ້າທີ່ຢຶດໄດ້ຢູ່ 3 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫຼວງພະບາງ, ຫຼວງນ້ຳທາ ຈຳນວນ 126 ໂຕນ; ຕໍ່ເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ພວກເຮົາໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ; ມີທັງໝົດ 5,132 ຄົນ/ຍິງ 209 ຄົນ (ໃນນັ້ນ, ປິ່ນປົວດີແລ້ວກັບຄືນບ້ານມີ 2,513 ຄົນ/ຍິງ 112 ຄົນ, ສືບຕໍ່ປິ່ນປົວ 2,619 ຄົນ/ຍິງ 97 ຄົນ); ປັດຈຸບັນລັດຖະບານ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ 1 ແຫ່ງ (ຫຼັກ 62) ຊຶ່ງສາມາດບັນຈຸໄດ້ 500 ກວ່າຄົນ; ໄດ້ສຳເລັດພິທີວາງສີລາລືກໃນວັນທີ 12 ກໍລະກົດ 2024 ຄາດວ່າທ້າຍປີ 2025 ຈະສໍາເລັດການກໍ່ສ້າງ ແລະ ມີຈຸດໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນຢູ່ໂຮງໝໍເມືອງ ຈຳນວນ 28 ຈຸດ; ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນຢູ່ 7 ແຂວງພາກເໜືອ ແລະ ພາກກາງ, ມີທັງໝົດ 57 ບໍລິສັດ, ບໍລິສັດດັ່ງກ່າວໄດ້ປູກ ແລະ ເກັບຊື້ຜົນຜະລິດນຳປະຊາຊົນເຊັ່ນ: ຢາງພາລາ, ກາເຟ, ຊາ, ອ້ອຍ, ສາລີ, ມັນຕົ້ນ, ເຂົ້າ, ໝາກແໜ່ງ, ລ້ຽງງົວ-ຄວາຍ ແລະ ລ້ຽງປາ (ລວມມີ 18 ລາຍການພືດ ແລະ 2 ລາຍການລ້ຽງສັດ), ປະຊາຊົນໄດ້ຮັບຜົນປະໂຫຍດ 1,440 ບ້ານ, 58,185 ຄອບຄົວ.

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ລັດຖະບານໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນໃຫ້ສູງຂຶ້ນກວ່າເກົ່າ; ຖືເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນສະໜາມຮົບທົ່ວປວງຊົນ ແລະ ເປັນມາດຕະ ຖານເງື່ອນໄຂໜຶ່ງເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການສ້າງບ້ານ, ສຳນັກງານ, ອົງການກົມກອງ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ, ໂຮງງານ ແລະ ບັນດາຫົວໜ່ວຍການຜະລິດ-ທຸລະກິດປອດຢາເສບຕິດ; ປັດຈຸບັນ ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3,222 ບ້ານ, ສ້າງບ້ານຄູ່ຂະໜານສີຂາວປອດຢາເສບຕິດ ໄດ້ 20 ບ້ານ (ກັບປະເທດໄທໄດ້ 17 ບ້ານ, ກັບປະເທດກຳປູເຈຍ ໄດ້ 3 ບ້ານ); ສ້າງບ້ານປອດຄະດີ ໄດ້ 2,899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 9,163 ໂຮງຮຽນ; ສ້າງສະຖານທີ່ປອດຢາເສບຕິດ ໄດ້ 38 ກົມກອງ/ຂະແໜງການ.

(ຂ່າວ: ວັນເພັງ+ຍຸພິນທອງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ເພີ່ມເຕີມ