4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ
ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.

ທ່ານ ນາງ ອ່ອນ ຈັນທະວົງ ຫົວໜ້າສ່ວຍສາອາກອນປະຈໍາແຂວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວແຂວງໃນວັນທີ 28 ເມສາຜ່ານມາວ່າ: ໃນປີ 2025 ນີ້, ສ່ວຍສາອາກອນປະຈໍາແຂວງວຽງຈັນ ມີແຜນເກັບລາຍຮັບ ທັງໝົດ 970.30 ຕື້ກີບ. ໃນນີ້, ມີແຜນເກັບລາຍຮັບຂອງຊັບສິນແຫ່ງລັດ 207 ຕື້ກີບ; ແຜນເກັບລາຍສ່ວຍສາອາກອນ 763.20 ຕື້ກີບ ໂດຍໄດ້ແບ່ງໃຫ້ສ່ວຍສາອາກອນຂັ້ນແຂວງຮັບຜິດຊອບ 669.89 ຕື້ກີບ. ສ່ວຍສາອາກອນປະຈໍາ 11 ເມືອງ ຮັບຜິດຊອບ 93.30 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 4 ເດືອນຕົ້ນປີປະຕິບັດໄດ້ແລ້ວ 138.54 ຕື້ກີບ.ໃນນີ້, ສ່ວຍສາອາກອນຂັ້ນແຂວງປະຕິບັດໄດ້ 60.29 ຕື້ກີບ, ສ່ວຍອາກອນປະຈໍາເມືອງ 11 ເມືອງ ປະຕິບັດໄດ້ 31.13 ຕື້ີ້ກີບ, ຊັບສິນແຫ່ງລັດປະຕິບັດໄດ້ 47.10 ຕື້ກີບ.

ການຈັດຕັ້ງປະຕິບັດວຽກງານສ່ວຍສາກອນໃນປີນີ້, ມີລັກສະນະພິເສດ ແຕກຕ່າງຈາກປີຜ່ານມາເນື່ອງຈາກວ່າປີຜ່ານມາແຜນເກັບລາຍຮັບທັງໝົດມີພຽງ 272.70 ຕື້ກີບ, ແຕ່ປີ 2025 ແມ່ນ 970.30 ຕື້ກີບ ເພີ່ມຈາກ ປີຜ່ານມາ 700 ກວ່າຕື້ກີບ, ສາເຫດຂອງການເພີ່ມຂຶ້ນຍ້ອນແຂວງພວກເຮົາ ເປັນແຂວງທີ 10 ທີ່ປະຕິບັດຕາມມະຕິ 4/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການເສດຖະກິດ ເອກລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ດັ່ງນັ້ນ, ສູນກາງ ຈຶ່ງໄດ້ມອບ 46 ຫົວໜ່ວຍ ທີ່ຕົນເອງຄຸ້ມຄອງ ມອບໃຫ້ສ່ວຍສາອາກອນປະຈໍາແຂວງວຽງຈັນຄຸ້ມຄອງ ແລະ ເກັບລາຍຮັບ ຊຶ່ງຫົວໜ່ວຍດັ່ງກ່າວນັ້ນແມ່ນມີທີ່ຕັ້ງພາກສະໜາມຢູ່ແຂວງວຽງຈັນ.

ສຳລັບການເກັບລາຍ 8 ເດືອນທ້າຍປີນີ້ ຈະໄດ້ສຸມໃສ່ເກັບລາຍຮັບຈາກໂຄງການທີ່ມາເຄື່ອນໄຫວຢູ່ແຂວງວຽງຈັນ, ສຸມໃສ່ປັກມຸດຕອນດິນ, ສຸມໃສ່ວຽກງານອາກອນມູນຄ່າເພີ່ມຢູ່ ເມືອງວັງວຽງ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ. ທ່ານ ນາງ ອ່ອນ ຈັນທະວົງ ຍັງໄດ້ຮຽກຮ້ອງມາຍັງ ພະແນກການກ່ຽວຂ້ອງ, ຜູ້ປະກອບການ, ທຸກພາກສ່ວນ ຕະຫຼອດຮອດປະຊາຊົນຈົ່ງພ້ອມກັນປະຕິບັດພັນທະຂອງຕົນເພື່ອເຮັດໃຫ້ການເກັບລາຍຮັບໃນ 8 ເດືອນທ້າຍປີນີ້ສຳເລັດຕາມແຜນທີ່ວາງໄວ້.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ມີຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.
ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ພິທີໃສ່ບາດຖວາຍສັງຄະທານເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຶ ໄດ້ຈັດຂຶ້ນໃນວັນທີ 14 ທັນວານີ້ ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໂດຍມີ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫັວນນະເຂດ, ພ້ອມດວຍ ພະນັກງານ-ລັດຖະກອນແລະ ມວນຊົນເຂົ້າຮ່ວມ.
ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ປີ 2025ນັບ​ວ່າ​ເປັນ​ອີກ​ໜຶ່ງ​ເຫດການ​ທີ່​ໜ້າ​ພາກພູມ​ໃຈ ຂອງ​ແມ່ຍິງ​ລາວ ເມື່ອ​ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ (ມົງກຸດ)THE WORLD MADAM 2025, ລາງວັນ The World Madam ASIA 2025 ແລະ ລາງວັນ The World Madam Laos 2025ເຊິ່ງ​ເປັນ​ລາງວັນ​ທີ່​ຊົງ​ກຽດ, ດ້ວຍ​ຄຸນສົມບັດ​ອັນ​ໂດດ​ເດັ່ນ ທາງ​ດ້ານ​ບຸກ​ຄະ​ລິ​ກ​ກະ​ພາບ, ຄວາມ​ຮູ້​-​ຄວາມ​ສາມາດ ແລະ​ບົດບາດ​ການ​ເປັນ​ຜູ້​ນໍາ​ໃນ​ສັງ​ຄົມ.
ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ຕອນບ່າຍວັນທີ 15 ທັນວານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າແຂວງໄຊຍະບູລີ (ຜູ້ເກັ່າ)ແລະ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ
ເພີ່ມເຕີມ