4 ເດືອນຕົ້ນປີ ເຊກອງມ້າງຄະດີຢາເສບຕິດໄດ້ 31 ເລື່ອງ

4 ເດືອນຕົ້ນປີ ເຊກອງມ້າງຄະດີຢາເສບຕິດໄດ້ 31 ເລື່ອງ
ກອງບັນຊາການປ້ອງກັນຄວາມສະຫງົບ( ປກສ )ແຂວງເຊກອງ ໄດ້ຍົກສູງປະສິດທິພາບທາງດ້ານການນໍາພາ-ບັນຊາໃນການແກ້ໄຂບັນຫາຢາເສບຕິດຕາມ 6 ວຽກຈຸດສຸມ ໂດຍຢຶດໝັ້ນ 3 ຫຼັກການຄື: ຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ໃນໄລຍະ 4 ເດືອນຕົ້ນປີ 2024 ສາມາດມ້າງຄະດີຢາເສບຕິດໄດ້ 31 ເລື່ອງ, ຢຶດຂອງກາງປະເພດຢາບ້າໄດ້ 20.992 ເມັດ ແລະ ກັກຕົວຜູ້ຖືກຫາໄດ້ 31 ຄົນ, ຍິງ 4 ຄົນ.
    ອີງຕາມຂໍ້ມູນຈາກກອງບັນຊາການ ປກສ ແຂວງໃຫ້ຮູ້ວ່າ: ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດນັບແຕ່ປີ 2021 ເຖິງປັດຈຸບັນ ສາມາດແກ້ໄຂຄະດີໄດ້ຫຼາຍເລື່ອງ ຊຶ່ງເປັນການປະກອບສ່ວນສໍາຄັນໃນການແກ້ໄຂຄວາມບໍ່ສະຫງົບ ກໍຄືບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດລົງ, ຍູ້ແຮງການຈັດຕັ້ງແຜນແມ່ບົດກ່ຽວກັບການສ້າງຄອບຄົວ, ບ້ານ ແລະ ກົມກອງປອດຢາເສບຕິດ ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນ.
    ເພື່ອສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້; ໃນຕໍ່ໜ້າເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆພາຍໃນແຂວງ ຕ້ອງເປັນເຈົ້າການໃນການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ ແລະ ທົ່ວເຖິງ ເພື່ອສ້າງໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມແກ້ໄຂບັນຫາດັ່ງກ່າວຢ່າງເປັນຂະບວນຟົດຟື້ນ; ສຸມກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງກໍາລັງ ປກສ ຮາກຖານໃຫ້ເຂັ້ມແຂງ, ຊຸກຍູ້ຂະບວນການສ້າງຄອບຄົວ, ບ້ານ ແລະ ກົມກອງປອດຢາເສບຕິດໃຫ້ເປັນປະທໍາຫຼາຍຂຶ້ນ.
ຂ່າວ: ສັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ແຂວງໄຊຍະບູລີ ຈັດຝືກອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ກັບຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຂັ້ນເມືອງ ແລະ ຕາໜ່າງປ້ອງກັນສິດ ແລະ ຜົນປະໂຫຍດຂອງເດັກຂັ້ນບ້ານ ໃນຄັ້ງວັນທີ 10-12 ທັນວາ 2025 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ມີທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຄຳລາວ ຄົບ​ຮອບ 1 ປີຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະ​ຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.
ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືເອົາວຽກງານ 3 ສ້າງເປັນວຽກປົກກະຕິ ແລະ ບຸລິມະສິດໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ໂດຍສະເພາະໃນໄລຍະ 5 ປີ (2019-2024) ຜ່ານມາ, ການຈັດຕັ້ງຜັນຂະຫຍາຍວຽກຂົວທາງ (ຂັ້ນສູນກາງ) ມີຜົນສໍາເລັດເປັນຢ່າງດີ.
ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ວັນທີ 9 ທັນວານີ້, ຄະນະນໍາສະຫະພັນກຳມະບານແຂວງຈຳປາສັກ ນໍາໂດຍສະຫາຍ ນາງ ສາຍສະໝອນ ຄຳພາປັດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງ ເພື່ອຊຸກຍູ້ວຽກງານຮອບດ້ານຂອງວຽກງານກຳມະບານ; ເຂົ້າຮ່ວມມີ ສະຫາຍ ບຸນສີ ໃບພະຈັນ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງ, ມີຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງເມືອງ.
ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ  ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ສຳພາດຜ່ານສື່ມວນຊົນ ວ່າ:ຂ້າພະເຈົ້າຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໃດ້ປະກອບສ່ວນກະກຽມວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານໃນຄັ້ງນີ້. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ສາມວັນປະຫວັດສາດຂອງພັກ ຂອງຊາດໃນປີ 2025ນີ້ຖືວ່າສອງວັນປະຫວັດສາດນັ້ນ ພວກເຮົາສະເຫຼີມສະຫຼອງເປັນທີ່ຮຽບຮ້ອຍແລ້ວກໍ່ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ທັນວານີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍມີຜູ້ປະ ກອບການຜະລິດຕະພັນຢາພື້ນເມືອງລາວເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍທຸລະກິດ.
ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມນະຄອນຫຼວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ວິທະຍາໄລ ສິນລະປະແຫ່ງຊາດ,​ໂດຍມີຂອງ ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ອໍານວຍການບໍລິສັດ ເຂົ້າໜຽວການສະແດງ ມີບັນດາແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.
Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

ສາຍການບິນ Vietjetໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ຊຶ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjetໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.
ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 8 ທັນວານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ.
5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.
ເພີ່ມເຕີມ