48 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງແຜນການ-ການລົງທຶນ

48 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງແຜນການ-ການລົງທຶນ
ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ໃນໄລຍະປີ 1996-2001, ຫຼັງຈາກກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ, ຄະນະກໍາມະການແຜນການ ແລະການຮ່ວມມື ໄດ້ປ່ຽນຊື່ເປັນ ຄະນະກຳມະການແຜນການແຫ່ງລັດອີກຄັ້ງໜຶ່ງ ໂດຍແມ່ນ ທ່ານ ບົວທອງ ວົງລໍຄຳ ກໍາມະການສູນກາງພັກເປັນປະທານຄະນະກຳມະການແຜນການແຫ່ງລັດ.ກົງຈັກຂອງຄະນະກໍາມະການແຜນການແຫ່ງລັດ ມີ 7 ພາກສ່ວນ ໃນໄລຍະນີ້ໄດ້ສ້າງຕັ້ງກົມຈັດຕັ້ງຂຶ້ນ, ໄດ້ຍົກຍ້າຍ ວຽກລົງທຶນໄປຂຶ້ນກັບສຳນັກງານນາຍົກລັດຖະມົນຕີ ໂດຍໄດ້ສ້າງຕັ້ງເປັນຄະນະກຳມະການຄຸ້ມຄອງການລົງທຶນພາຍໃນ ແລະຕ່າງປະເທດ; ພ້ອມນັ້ນ ຄະນະກຳມະການແຜນການແຫ່ງລັດ ໄດ້ຊີ້ນໍາການຟື້ນຟູບົດບາດຂອງວຽກງານແຜນການໃຫ້ເປັນລະບົບຄົບຊຸດນັບທັງສູນກາງ ແລະ ທ້ອງຖິ່ນ, ໂດຍຖືເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IV (1996-2000) ຊຶ່ງໄດ້ເນັ້ນໜັກການສ້າງ ແລະ ຈັດຕັ້ງປະຕິບັດ 9 ແຜນງານບຸລິມະສິດຂອງລັດຖະບານ,ໄດ້ສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ V (2001-2005). ຄຽງຄູ່ກັນນັ້ນ, ກໍໄດ້ວາງຍຸດທະສາດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ,ຍຸດທະສາດການເຕີບໂຕ ແລະ ຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ ແລະ ສູ້ຊົນບັນລຸວິໄສທັດ ຮອດປີ 2020. ນອກຈາກນັ້ນ, ກໍໄດ້ຄົ້ນຄວ້າວາງມາດຕະການແກ້ໄຂວິກິດການການເງິນອາຊີ.
ປີ 2001-2004, ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກປະຊາຊົນປະຕິວັດລາວ ໃນເດືອນ 6 ປີ 2001 ໄດ້ມີການປ່ຽນຊື່ຈາກ ຄະນະກຳມະການແຜນການແຫ່ງລັດ ເປັນ ຄະນະກຳມະການແຜນການ ແລະ ການຮ່ວມມື ຕາມດໍາລັດ 150/ນຍ, ໂດຍ ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີເປັນປະທານ (ຄຜຮ); ມາຮອດວັນທີ 24/08/2004 ລັດຖະບານໄດ້ມີດໍາລັດປ່ຽນຊື່ມາເປັນ ຄະນະກຳມະການແຜນການ ແລະ ການລົງທຶນ ຕາມດໍາລັດ 118/ນຍ ໂດຍ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີເປັນປະທານ (ຄຜທ). ໃນໄລຍະປີ 2004-2006, ກົງຈັກການຈັດຕັ້ງ ຂອງ ຄະນະກຳມະການແຜນການ ແລະ ການລົງທຶນ ປະກອບມີ 11 ພາກສ່ວນສໍາລັບຂັ້ນທ້ອງຖິ່ນມີ 18 ພະແນກແຜນການ ແລະ ການລົງທຶນບັນດາແຂວງ, ນະຄອນຫຼວງ ແລະ ເຂດພິເສດ, ມີ 141 ຫ້ອງການແຜນການປະຈໍາຢູ່ບັນດາເມືອງໃນຂອບເຂດທົ່ວປະເທດ. ໃນໄລຍະນີ້, ໄດ້ສືບຕໍ່ນໍາພາບັນດາວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນຄື: ແຜນການ, ການຄຸ້ມຄອງສົ່ງເສີມການລົງທຶນພາຍໃນ ແລະຕ່າງປະເທດ, ການຕິດຕາມປະເມີນຜົນໂຄງການລົງທຶນ, ວຽກງານສະຖິຕິ, ການຮ່ວມມືລາວ-ຫວຽດນາມ, ຮ່ວມມືລາວ-ຈີນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ໄດ້ສ້າງຕັ້ງສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ຂຶ້ນໃນປີ 2004 ໂດຍການຊ່ວຍເຫຼືອປຸກສ້າງສະຖານທີ່ສຳນັກງານຈາກ ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ. ພ້ອມນັ້ນ, ໄດ້ເອົາໃຈໃສ່ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ V (2001-2005) ໃນເງື່ອນໄຂໂລກາພິວັດ ແລະ ການເຊື່ອມໂຍງສາກົນໃນການປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາ (Millenium Development Goals ຫຼືMDGs), ການພັດທະນາເສດຖະກິດ ແລະ ການລຶບລ້າງຄວາມທຸກຍາກໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ.
ມາຮອດປີ 2006 ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີປະທານຄະນະກຳມະການແຜນການ ແລະ ການລົງທຶນ ໄດ້ຖືກມອບໝາຍໃຫ້ໄປຮັບໜ້າທີ່ໃໝ່. ທ່ານ ສຸລິວົງ ດາລາວົງ ກຳມະການສູນກາງພັກ ໄດ້ເຂົ້າມາຮັບໜ້າທີ່ເປັນ ປະທານຄະນະກຳມະການແຜນການ ແລະ ການລົງທຶນເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານ ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 118/ນຍ ແລະ ເປັນລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 374/ນຍ, ລົງວັນທີ 22/10/2007 ຊຶ່ງໄດ້ປ່ຽນຊື່ຄະນະກຳມະການແຜນການ ແລະ ການລົງທຶນ ມາເປັນ ກະຊວງແຜນການ ແລະ ການລົງທຶນ ຈົນເຖິງປັດຈຸບັນ (ປີ2024). ໃນໄລຍະດັ່ງກ່າວໄດ້ມີການປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ ໂດຍປະກອບມີ 10 ກົມ, ໃນນັ້ນໄດ້ຮັບເອົາ ກົມຮ່ວມມືສາກົນ ມາຈາກ ກະຊວງການຕ່າງປະເທດໃນປີ 2007.
ປີ 2008-2011 ທ່ານ ສິນລະວົງ ຄຸດໄພທູນ ກໍາມະການສູນກາງພັກ ໄດ້ຮັບການມອບໝາຍເປັນ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ຊຶ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານທາງດ້ານວຽກງານແຜນການ ແລະ ການລົງທຶນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VI (2006-2010). ໄດ້ສ້າງຕັ້ງ ກົມກວດກາ ແລະ ໄດ້ສ້າງຕັ້ງຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຢູ່ກະຊວງຂຶ້ນ ໃນປີ 2008, ໄດ້ສ້າງຕັ້ງກອງເລຂາຄະນະຊີ້ນຳສ້າງເຂດເສດຖະກິດພິເສດ ໃນທ້າຍປີ 2009. ກົງຈັກການຈັດຕັ້ງຂອງກະຊວງປະກອບມີ 13 ກົມ ແລະທຽບເທົ່າກົມ ອັນພົ້ນເດັ່ນແມ່ນສະພາແຫ່ງຊາດ ແລະ ລັດຖະບານໄດ້ຍົກຖານະກົມສະຖິຕິ ເປັນສູນສະຖິຕິແຫ່ງຊາດໃຫ້ມີຖານະທຽບເທົ່າທະບວງໃນປີ 2010, ໄດ້ສ້າງສູນສະຖິຕິປະຈຳ 16 ແຂວງ ແລະ ສູນສະຖິຕິປະຈໍາ 63 ເມືອງ. ກົງຈັກຂະແໜງແຜນການ ແລະ ການລົງທຶນຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ກະຊວງ-ອົງການທຽບເທົ່າມີຄວາມກົມກຽວລະຫວ່າງສາຍຕັ້ງ ແລະ ສາຍຂວາງ, ໃນນີ້,ໄດ້ເອົາໃຈໃສ່ເປັນພິເສດຕໍ່ເມືອງທີ່ໂຮມສອງຫ້ອງການແຜນການ ແລະ ການເງິນເຂົ້າກັນ.
ໃນໄລຍະປີ 2011 ເຖິງກາງປີ 2016 ທ່ານ ສົມດີ ດວງດີ ກໍາມະການສູນກາງພັັກໄດ້ຮັບການມອບໝາຍມາປະຈຳການເປັນ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານກະຊວງແຜນການ ແລະ ການລົງທຶນ ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 374/ນຍ. ໃນໄລຍະນີ້, ແມ່ນໄດ້ສຸມໃສ່ຜັນຂະຫຍາຍ ມະຕິ IX ຂອງພັກ ໂດຍສະເພາະການຈັດຕັ້ງປະຕິບັດ 4 ບຸກທະລຸ ແລະສືບຕໍ່ຫັນສູ່ການປະຕິບັດວຽກງານ 3 ສ້າງຢູ່ທ້ອງຖິ່ນຢ່າງແຂງແຮງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII(2011-2015), ການສໍາຫຼວດພົນລະເມືອງທົ່ວປະເທດ ຄັ້ງທີ 4 ໃນປີ 2015, ໄປພ້ອມກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຊຶ່ງເປັນການສ້າງແຜນທີ່ເນັ້ນໃສ່ຜົນໄດ້ຮັບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ວັນທີ 6 ມັງກອນ ນີ້ ຢູ່ບ້ານປຸ່ງຝາດເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນເກີຣ (ບຸນປົດປີ) ຂອງເຜົ່າກຶມມຸ (ປົດນືມມັງຕັ້ງນືມເມະ) ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງເງິນ, ມີແຂກຖືກເຊີນ ແລະ ມວນຊົນ ເຂົ້າຮ່ວມ.
ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ . ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ໃນປີ 2026 ນີ້, ແຂວງເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະ ສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ລບ) ໃຫ້ໄດ້ 50%. ໃນນີ້, ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 1,085 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 1,290 ຄອບຄົວ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 1 ຈຸດ ແລະ ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງ.
ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ

ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ

ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ ດ້ວຍລາຄາປີ້ເລີ່ມຕົ້ນພຽງແຕ່ 147 ໂດລາ (ລວມພາສີ ແລະ ຄ່າທໍານຽມ), ເພື່ອຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການມອບປະສົບການການເດີນທາງທີ່ດີເລີດ ແລະ ພິຖີພິຖັນ ພາຍໃຕ້ແນວຄິດ "Wings for Leaders" (ປີກແຫ່ງຜູ້ນຳ).
ເມືອງໄຊຍະບູລີ ຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026

ເມືອງໄຊຍະບູລີ ຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026

ໃນວັນທີ 6 ມັງກອນ ນີ້, ເມືອງໄຊຍະບູລີ ໄດ້ຈັດກອງປະ​ຊຸມຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຂອງແຂວງໄຊຍະບູລີ, ເຊື່ອມຊຶມເອກະສານແບ່ງຄວາມຮັບຜິດຊອບລະດົມກໍາລັງພົນທະຫານພັນທະ ແລະ ປຶກສາຫາລືກ່ຽວກັບການກໍານົດເຂດເລືອກຕັ້ງຢູ່ເມືອງໄຊຍະບູລີ; ໂດຍການເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະກຳມະການປົກຄອງເມືອງໄຊຍະບູລີ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເມືອງເຂົ້າຮ່ວມ.
ປີຜ່ານມາ ແຂວງເຊກອງ ສົ່ງອອກສິນຄ້າບັນລຸ 280 ລ້ານກວ່າໂດລາ

ປີຜ່ານມາ ແຂວງເຊກອງ ສົ່ງອອກສິນຄ້າບັນລຸ 280 ລ້ານກວ່າໂດລາ

ໃນປີ 2025 ແຂວງເຊກອງ ນໍາເຂົ້າສິນຄ້າມູນຄ່າທັງໝົດ 11.79 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 150% (ແຜນ 7.85 ລ້ານໂດລາ) ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ ວັດສະດຸກໍ່ສ້າງ, ອຸປະກອນ, ຢາງໝາກຕ໋ອຍ, ພາຫະນະຮັບໃຊ້ການຜະລິດ, ປຸ໋ຍ ແລະ ແນວພັນພືດ. ການສົ່ງອອກ ມີມູນຄ່າທັງໝົດ 281.30 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 146.69% (ແຜນ 191.76 ລ້ານໂດລາ) ປະເພດສິນຄ້າສົ່ງອອກແມ່ນ ຖ່ານຫີນ, ກະແສໄຟຟ້າ, ຖ່ານຂ່າວ, ຜົນຜະລິດກະສິກໍາ, ເຄື່ອງປ່າຂອງດົງ ແລະ ອື່ນໆ ເຮັດໃຫ້ເກີນດູນການຄ້າຢູ່ 269.51 ລ້ານໂດລາ.
ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຢຶດໝັ້ນຢ່າງເຂັ້ມງວດ ຕໍ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫຼັກການເຄົາລົບອໍານາດອະທິປະໄຕແຫ່ງຊາດ ແລະ ຫຼີກລ່ຽງການນໍາໃຊ້ກໍາລັງ ຫຼື ໃຊ້ກໍາລັງຂົ່ມຂູ່ໃນການພົວພັນສາກົນ.
2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

ໃນປີ 2025 ຜ່ານມາ, ແຂວງເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ທັງໝົດ 876.14 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 66.98% (ມະຕິສະພາ 1,308 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ລື່ນແຜນ 13.71% (ມະຕິສະພາ 91 ຕື້ກີບ); ທຶນຊ່ວຍເຫຼືອ-ກູ້ຢືມ 14.79 ຕື້ກີບ ເທົ່າກັບ 8.70% (ມະຕິສະພາ 170 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 771.96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 73.73% (ມະຕິສະພາ 1,047 ຕື້ກີບ).
ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ນະຄອນຫຼວງວຽງຈັນ, ວັນທີ 5 ມັງກອນ 2026 ​ອີງ​ຕາມ​ຂໍ້​ມູນ​ຈາກທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao)ໃຫ້​ຮູ້​ວ່າ: ທ່ານ ອາມານາດ ຈານາດານ (Mr. Amarnath Janardhan) ໄດ້ເຂົ້າດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ (CEO), ເລີ່ມມີຜົນຕັ້ງແຕ່ວັນທີ 5 ມັງກອນ 2026 ເປັນ​ຕົ້ນ​ໄປ.
ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດໃນວັນທີ 5 ມັງກອນນີ້, ໃຫ້ກຽດປະດັບຊັ້ນຂອງທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ