ນັບມາຮອດທ້າຍເດືອນມິຖຸນາປີ 2025, ຈຳນວນສະຖານີສົ່ງສັນຍານ 5G ໄດ້ເພີ່ມຂຶ້ນ 5 ເທົ່າເມື່ອທຽບກັບປີ 2020, ມີເຖິງ 4.55 ລ້ານແຫ່ງ. ຂະຫນາດພະລັງການປະມວນຜົນເປັນທີສອງຂອງໂລກ, ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ.
ຄວາມສາມາດສັງລວມດ້ານປັນຍາປະດິດໄດ້ບັນລຸການກ້າວກະໂດດທີ່ມີລັກສະນະກວມລວມ ແລະ ເປັນລະ ບົບ, ຈຳນວນສິດທິບັດດ້ານປັນຍາປະດິດໄດ້ກວມເອົາ 60% ຂອງຍອດຈຳນວນທັງໝົດຂອງໂລກ, ຫຸ່ນຍົນຮູບຮ່າງມະນຸດ, ອຸຸປະກອນປາຍທາງອັດສະລິຍະ ແລະ ຂົງເຂດອື່ນໆໄດ້ຮັບການບຸກທະລຸຢ່າງບໍ່ຢຸດຢັ້ງ.
ນັບມາຮອດທ້າຍປີ 2024, ຂະໜາດລາຍຮັບດ້ານຊັອຟແວຂອງຈີນໄດ້ເພີ່ມຂຶ້ນ 80% ເມື່ອທຽບກັບປີ 2020, ການດັດສ້າງໃຫ້ຫັນເປັນອັດສະລິຍະ ແລະ ຫັນເປັນດີຈີຕອນ ໄດ້ເລັ່ງລັດຊຸກຍູ້ປະຕິບັດ, ໄດ້ສ້າງສຳເລັດໂຮງງານອັດສະລິຍະ 10,000 ກວ່າແຫ່ງ ຊຶ່ງປົກຄຸມປະເພດອຸດສາຫະກຳການຜະລິດຫຼາຍກວ່າ 80%.
ຄໍາເຫັນ