5 ປີຕໍ່ໜ້າ ບໍລິຄຳໄຊສູ້ຊົນເຮັດໃຫ້ຂະແໜງກະສິກຳເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

5 ປີຕໍ່ໜ້າ ບໍລິຄຳໄຊສູ້ຊົນເຮັດໃຫ້ຂະແໜງກະສິກຳເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ
ໃນ 5 ປີຕໍ່ໜ້າ 2021-2025ແຂວງບໍລິຄຳໄຊສູ້ຊົນເຮັດໃຫ້ຂະແໜງກະສິກຳຂະຫຍາຍຕົວ 2,5%, ອຸດສະຫະກຳຂະຫຍາຍຕົວ 4,4% ແລະ ບໍລິການຂະຫຍາຍຕົວ 6,5%ເພື່ອຮັບປະກັນດ້ານໂພຊະນາການຂອງປະຊາຊົນໃຫ້ໄດ້ຮັບພະລັງງານ 2.600-2.700 ກິໂລກາລໍຣີຕໍ່ຄົນຕໍ່ວັນ.ໃນນີ້, ເຂົ້າ ແລະ ທາດແປ້ງ ກວມປະມານ 64%, ຊີ້ນ, ໄຂ່ ແລະ ປາ ປະມານ 9%, ປະເພດ ພືດຜັກໝາກໄມ້ ແລະ ປະເພດຖົ່ວ ກວມປະມານ 3,5% ແລະ ປະເພດໄຂມັນ, ນໍ້າຕານ ແລະ ນໍ້ານົມ ກວມປະມານ23,5% ຕ້ອງຮັບປະກັນດ້ານສະບຽງອາຫານແຕ່ລະປະເພດເພື່ອບໍລິໂພກໃນແຕ່ລະປີ.
    ສະເພາະຄາດໝາຍສູ້ຊົນຜະລິດເຂົ້າໃນປີ 2025 ໃຫ້ໄດ້ 160.212 ໂຕນ ສະເລ່ຍ 452 ກິໂລ/ຄົນ/ປີ
ຊຶ່ງປະກອບມີລາຍລະອຽດໃນການຊົມໃຊ້ຄື:ຫັກຜົນເສຍຫາຍຫຼັງເກັບກ່ຽວ 10% ປະມານ 16.021 ໂຕນ, ເຂົ້າບໍລິໂພກ 99.265 ໂຕນ (ເຂົ້າເປືອກ) (ພົນລະເມືອງ 354.520 ຄົນ x 280 ກິໂລເຂົ້າເປືອກ/ຄົນ/ປີ), ແນວພັນເຂົ້າປະມານ 2.399 ໂຕນ, ຜົນຜະລິດພືດ, ຖົ່ວ ແລະ ໝາກໄມ້ໃຫ້ໄດ້ປະມານ 52.288 ໂຕນ, ໃນນັ້ນ ສາລີຫວານ
4.102 ໂຕນ, ເຜືອກ-ມັນໃຫ້ໄດ້ປະມານ 10.474 ໂຕນ, ປະເພດໄມ້ໃຫ້ໝາກ ໃຫ້ໄດ້ປະມານ 1.535 ໂຕນ
ແລະ ພືດຜັກອື່ນໆ ໃຫ້ໄດ້ປະມານ 36.177 ໂຕນ, ສັດລ້ຽງ: ຄວາຍ 37.836 ໂຕ, ງົວ 99.851 ໂຕ, ໝູ 106.372 ໂຕ, ແບ້ 34.235 ໂຕ, ສັດປີກ1.129.838 ໂຕ, ໄຂ່ (16 ໜ່ວຍຕໍ່ກິໂລ) 1.774 ໂຕນ, ຜະລິດເຂົ້າເປັນສິນຄ້າ: ສຸມໃສ່ເນື້ອທີ່ປູກເຂົ້າໃຫ້ໄດ້ປະມານ 13.105 ເຮັກຕາ; ຜົນຜະລິດ57.027 ໂຕນ; ຂະຫຍາຍເນື້ອທີ່ ຢາງພາລາໃຫ້ໄດ້ຕື່ມ1.000 ເຮັກຕາ ຊຸກຍູ້ຜົນຜະລິດທີ່ມີໃນປັດຈຸບັນໃຫ້ດີຂຶ້ນ,ປູກສາລີແຂງ 883 ເຮັກຕາ, ຜົນຜະລິດ 5.298 ໂຕນ; ຜັກທຸກຊະນິດ 5.197ເຮັກຕາ, ຜົນຜະລິດ 28.577ໂຕນ;ອ້ອຍ 726 ເຮັກຕາ, ຜົນຜະລິດ 21.314ໂຕນ; ຢາສູບ 695 ເຮັກຕາ, ຜົນຜະລິດ 1.050 ໂຕນ; ກ້ວຍ 2.310ເຮັກຕາ, ຜົນຜະລິດ 27.722 ໂຕນ; ມັນຕົ້ນ 11.604 ເຮັກຕາ, ຜົນຜະລິດ 197.752 ໂຕນ, ໝາກຫຸ່ງ 368ເຮັກຕາ, ຜົນຜະລິດ 4.049 ໂຕນ; ໝາກນັດ 1.494 ເຮັກຕາ, ຜົນຜະລິດ 17.455 ໂຕນ, ການລ້ຽງສັດ ແລະ ການປະມົງເປັນສິນຄ້າໃຫ້ໄດ້ປະມານ ຄວາຍ 8.528 ໂຕ ມູນຄ່າ51.150 ລ້ານກີບ; ງົວ 31.606 ໂຕ ມູນຄ່າ158.030 ລ້ານກີບ; ໝູ 41.527 ໂຕ ມູນຄ່າ 74.708 ລ້ານກີບ, ແບ້ 13.123 ໂຕ ມູນຄ່າ 9.842 ລ້ານກີບ, ສັດປີກ 1.090.280 ໂຕ ມູນຄ່າ 32.708 ລ້ານກີບ, ໄຂ່ 1.718ໂຕນ ມູນຄ່າ 27.498 ລ້ານກີບ; ປານິນກະຊັງ 2.602 ໂຕນ ມູນຄ່າ 52.040 ລ້ານກີບ; ປາລ້ຽງໃສ່ໜອງ 6.608ໂຕນ ມູນຄ່າ 99.125 ລ້ານກີບ.
    ດ້ານອຸດສະຫະກຳການຜະລິດ (ໄຟຟ້າ, ແຮ່ທາດ, ສິນຄ້າກະສິກຳສົ່ງອອກ) ແລະ ຫັດຖະກຳ: ສຸມໃສ່ອຸດສາຫະກຳທີ່ສາມາດຂັບເຄື່ອນການເຕີບໂຕເສດຖະກິດ, ການຜະລິດເພື່ອຫຼຸດຜ່ອນການນໍາເຂົ້າ, ການຜະລິດເພື່ອສົ່ງອອກ, ການຜະລິດທີ່ເປັນຕ່ອງໂສ້ມູນຄ່າຂອງພາກພື້ນແລະການສ້າງວຽກງານທຳໃຫ້ປະຊາຊົນຫຼາຍຂຶ້ນເປັນຕົ້ນ ອຸດສາຫະກຳປຸງແຕ່ງທີ່ຕິດພັນກັບການນໍາໃຊ້ຜົນຜະລິດກະສິກຳ-ປ່າໄມ້, ການປຸງແຕ່ງແຮ່ທາດ ແລະ ການຜະລິດຫັດຖະກຳທີ່ເປັນມູນເຊື້ອ ແລະ ເອກະລັກດ້ານພູມປັນຍາທີ່ຕິດພັນການທ່ອງທ່ຽວ. ສູ້ຊົນໃຫ້ການນຳເຂົ້າ-ສົ່ງອອກ ແລະ ສິນຄ້າຜ່ານແດນຄື: ຮອດປີ 2025 ສູ້ຊົນການສົ່ງອອກສິນຄ້າໃຫ້ໄດ້ 367,48 ລ້ານໂດລາ, ສິນຄ້ານຳເຂົ້າ 2.169,81 ລ້ານໂດລາ ແລະ ສິນຄ້າຜ່ານແດນໃຫ້ໄດ້ 149,86 ລ້ານໂດລາ ເປັນຕົ້ນ: ກະທິງແດງ, ໝາກໄມ້ ແລະ ປະເພດສັດລ້ຽງຈໍານວນໜຶ່ງ, ໃນນີ້ສິນຄ້າແຂວງສົ່ງອອກໃຫ້ໄດ້ 115,99 ລ້ານໂດລາເຊັ່ນ: ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ໝາກມ່ວງ;ສິນຄ້າແຂວງນຳເຂົ້າ 59,43 ລ້ານໂດລາເຊັ່ນ: ເຄື່ອງມືຮັບໃຊ້ການຜະລິດ, ວັດຖຸອຸປະກອນ
ທີ່ບໍ່ສາມາດຜະລິດໄດ້, ສົ່ງເສີມການລົງທຶນໃນເຂດເສດຖະກິດສົ້ນຂົວແມ່ນໍ້າຂອງແຫ່ງທີ 5, ເຂດນໍ້າຫງາງເມືອງຄຳເກີດ ເພື່ອສ້າງໃຫ້ເປັນຖານການຜະລິດສິນຄ້າເພື່ອສົ່ງອອກ ໂດຍສຸມໃສ່ຂະແໜງການຜະລິດທີ່ຕິດພັນກັບວິສາຫະກິດຂະໜາດນ້ອຍ, ກາງ ແລະ ເຄື່ອຂ່າຍການຜະລິດຂອງສາກົນ.ສົ່ງເສີມດ້ານພະລັງງານ ແລະ ບໍ່ແຮ່ໃຫ້ມີປະສິດທິຜົນກວ່າເກົ່າໂດຍສະເພາະການປຸງແຕ່ງກ່ອນການສົ່ງອອກ ແລະ ຮັບປະກັນຕະຫຼາດຈຳໜ່າຍ, ຍົກສູງພື້ນຖານໂຄງລ່າງດ້ານຄົມມະນາຄົມເພື່ອເຊື່ອມຈອດກັບພາກພື້ນແລະ ສາກົນເປັນຕົ້ນ ທາງເລກ 8, ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ປາກຊັນ-ທ່າແຂກ, ເສີມຂະຫຍາຍ, ອະນຸລັກ ແລະ ປະຢັດພະລັງງານ.
ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ