ເມື່ອບໍ່ດົນມາ​ນີ້, ລັດຖະບານ​ ຍີ່ປຸ່ນ ​ໄດ້​ປະກາດ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດວົງເງິນເກີນດຸນການຄ້າຂອງ​ປະ​ເທດ

6 ​ເດືອນ​ຕົ້ນ​ປີ ຍອດວົງເງິນເກີນດຸນການຄ້າ ຍີ່​ປຸ່ນ​ ບັນລຸ 87 ຕື້ໂດລາ

6 ​ເດືອນ​ຕົ້ນ​ປີ ຍອດວົງເງິນເກີນດຸນການຄ້າ ຍີ່​ປຸ່ນ​ ບັນລຸ 87 ຕື້ໂດລາ
ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມາ​ນີ້, ລັດຖະບານ​ ຍີ່ປຸ່ນ ​ໄດ້​ປະກາດ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດວົງເງິນເກີນດຸນການຄ້າຂອງ​ປະ​ເທດ​ໃນ​ເຄິ່ງປີ​ທຳ​ອິດ​ບັນລຸ​ເຖິງ 12.680 ຕື້​ເຢນ (87 ຕື້ໂດລາ), ​

 

ເພີ່ມຂຶ້ນສູງດ້ວຍຜົນກຳໄລທີ່ໄດ້ບັນທຶກຈາກການລົງທຶນຕ່າງປະເທດ ແລະ ການຂາດດຸນການຄ້າທີ່ຫຼຸດລົງຢ່າງຫຼວງຫຼາຍ ພ້ອມກັບເງິນເຢນທີ່ອ່ອນຄ່າ.

ຂ່າວລະບຸວ່າ: ໃນບົດລາຍງານ, ກະຊວງການເງິນ ຍີ່ປຸ່ນ ກ່າວວ່າ: ໃນ 6 ເດືອນຕົ້ນປີ, ການຂາດດຸນການຄ້າຂອງຍີ່ປຸ່ນໄດ້ຫຼຸດລົງເກືອບເຄິ່ງໜຶ່ງເຫຼືອ 2,610 ຕື້ເຢນ, ໃນນັ້ນການນຳເຂົ້າເພີ່ມຂຶ້ນ 1,1% ເປັນ 53,220 ຕື້ເຢນ ແລະ ການສົ່ງອອກເພີ່ມຂຶ້ນ 6,7% ເປັນ 50,610 ຕື້ເຢນ.

ເຖິງວ່າຄວາມວິຕົກກັງວົນກ່ຽວກັບການຖົດຖອຍຂອງ ເສດຖະກິດ ອາເມຣິກາ ໄດ້ສ້າງຜົນກະທົບຕໍ່ນັກລົງທຶນໃນອາທິດທີ່ຜ່ານມາ, ແຕ່ການສົ່ງອອກລົດຍົນໄປ ອາເມຣິກາ ຍັງຄົງແຂງແຮງໃນເດືອນມິຖຸນາຊຶ່ງນີ້ແມ່ນສິ່ງໜຶ່ງທີ່ໄດ້ຊ່ວຍກະຕຸ້ນໃຫ້ກັບເສດຖະກິດ ຂອງຍີ່ປຸ່ນ.

ນອກຈາກນີ້, ກ່ຽວກັບຄ່າເງິນເຢນທີ່ອ່ອນຄ່າລົງ ແລະ ການເພີ່ມຂຶ້ນຂອງລາຄາການນໍາເຂົ້າ ນັບຕັ້ງແຕ່ພະລັງງານໄປຈົນເຖິງອາຫານ ຊ່ວຍເພີ່ມມູນຄ່າຍອດເງິນລົງທຶນຈາກນັກລົງທຶນ, ທັງເຮັດໃຫ້ການທ່ອງທ່ຽວພາຍໃນປະເທດ ແລະ ການຈັບຈ່າຍຊື້ເຄື່ອງ ຢູ່ ຍີ່ປຸ່ນມີລາຄາຖືກສຳລັບນັກທ່ອງທ່ຽວຕ່າງປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.
ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພະຈິກ ຜ່ານມາ, ທ່ານ ໂຮ່ກວກຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້ກ່າວຄຳເຫັນ​ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂອບ​ສົນ​ທິ​ສັນ​ຍາສະຫະປະຊາຊາດ ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ,
ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກ ນີ້ວ່າ: ໃນວັນທີ 15 ພະຈິກ ຜ່ານມາ, ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ກ່າວຂໍໂທດຕໍ່ປະເທດສິງກະໂປ ແລະ ມາເລເຊຍ ເນື່ອງຈາກບັນຫາໝອກຄວັນຂ້າມຊາຍແດນສ້າງຜົນກະທົບຕໍ່ປະເທດເພື່ອນບ້ານ.
ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ຂ່າວຕ່າງປະເທດລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທະນາຄານຣາໂບ (Rabobank) ໄດ້ເປີດເຜີຍໃນບົດລາຍງານທ່າອ່ຽງຕະຫຼາດຊີ້ນງົວໂລກປະຈຳໄຕມາດທີ 4 ປີ 2026 ໃນວັນທີ 16 ພະຈິກ ຜ່ານມາວ່າ, ການຜະລິດ ແລະ ການສົ່ງອອກຊີ້ນງົວຂອງອົສຕຣາລີຄາດວ່າຈະເພີ່ມຂຶ້ນໃນປີ 2027 ຊຶ່ງກົງກັນຂ້າມກັບການສະໜອງທົ່ວໂລກທີ່ຫຼຸດລົງເປັນປີທີ 2 ຕິດຕໍ່ກັນ.
ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​​ບໍ​ລິ​ຫານ​ທຸ​ລະ​ກິດ​ອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈິ້ນ​ຂອງ​ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ຢຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ ​ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສະ​ຫວ່າງສ​ະ​ໄຫວໃຫ້​ແກ່​ອາ​ຊີ-ປາ​ຊີ​ຟິກ”.
ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ເພີ່ມເຕີມ