ຂ່າວລະບຸວ່າ: 6 ເດືອນຕົ້ນປີນີ້, ຈັງຫວະການເຕີບໂຕຂອງລາຍຮັບຈາກການຈໍາໜ່າຍຂອງອຸດສາຫະກໍາການຜະລິດເພີ່ມຂຶ້ນ 1.5% ເມື່ອທຽບໃສ່ຈັງຫວະການເຕີບໂຕລວມຂອງວິສາຫະກິດໃນທົ່ວປະເທດ, ກາຍເປັນສິ່ງຄໍ້າປະກັນທີ່ສໍາຄັນໃນການຮັກສາການເຕີບໂຕຂອງເສດຖະກິດຢ່າງໝັ້ນທ່ຽງ. ພ້ອມດຽວກັນນີ້, ລາຍຮັບຈາກການຈໍາໜ່າຍຂອງອຸດສາຫະກໍາເຕັກໂນໂລຊີສູງເພີ່ມຂຶ້ນ 14.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວ. ຍອດມູນຄ່າການຈັດຊື້ອຸປະກອນກົນຈັກຂອງວິສາຫະກິດໃນທົ່ວປະເທດເພີ່ມຂຶ້ນ 11.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ໂດຍໄດ້ຮັກສາທ່າອ່ຽງການເຕີບໂຕຢ່າງວ່ອງໄວນັບແຕ່ປີ 2024 ເປັນຕົ້ນມາ. ນອກນີ້, ຍອດມູນຄ່າການຈໍາໜ່າຍລະຫວ່າງແຂວງຕ່າງໆຂອງຈີນກວມເອົາ 40.7% ຂອງຍອດມູນຄ່າການຈໍາໜ່າຍຂອງວິສາຫະກິດໃນທົ່ວປະເທດ ເພີ່ມຂຶ້ນ 0.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ