65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ

65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ

65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ
ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຖະແຫຼງຂ່າວໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ ວ່າ: ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກໍາລັງ ປກສ ຊຶ່ງມາຮອດປີ 2026 ນີ້ ພໍດີຄົບຮອບ 65 ປີ ແຫ່ງການສ້າງຕັ້ງກໍາລັງ ປກສ ປະຊາຊົນ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ກໍ່ຕັ້ງ-ນໍາພາຕາມຫຼັກການເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກໍາລັງປະກອບອາວຸດປະຕິວັດທີ່ແຫຼມຄົມຂອງພັກ, ມີຄວາມຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ການກຳເນີດຂອງກຳລັງ ປກສ ປະຊາຊົນ ແມ່ນສຸດທີ່ມີຄວາມໝາຍສຳຄັນ, ເປັນເຫດການທາງການເມືອງ ອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວເຮົາ; ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ກຳລັງ ປກສ ປະຊາຊົນໄດ້ເອົາໃຈໃສ່ປະຕິບັດ 3 ໜ້າທີ່ 4 ການພົວພັນ ທັງເຄື່ອນໄຫວປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງກໍ່ສ້າງກຳລັງ, ເພີ່ມພູນຜະລິດ ຜົນ, ສ້າງພະລາທິການກັບທີ່, ລົງຂົນຂວາຍກໍ່ສ້າງຮາກຖານ ຊຶ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອຈາກປະຊາ ຊົນໄດ້ເປັນຢ່າງດີ ເຮັດໃຫ້ກຳລັງ ປກສ ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ, ບັນດາກຳລັງວິຊາສະເພາະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ, ເພື່ອຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຕ້ານ-ສະກັດກັ້ນອາຊະຍາກຳທຸກປະເພດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຢ່າງແຂງແຮງ ອັນພົ້ນເດັ່ນໄດ້ເປັນເຈົ້າການໃນການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາເຂດຈຸດສຸມ, ຫຼໍ່ແຫຼມ ເຮັດໃຫ້ຮາກຖານມີຄວາມສະຫງົບ, ຕີຕ້ານ ແລະ ແກ້ໄຂບັນຫາໜໍ່ແໜງຄວາມບໍ່ສະຫງົບຢ່າງເປັນເຈົ້າການ, ມີຄວາມຄ່ອງແຄ້ວ ແລະ ຮັບປະກັນ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄດ້ຮັບໝາກຜົນຕົວຈິງ ເຮັດໃຫ້ບັນຫາຢາເສບຕິດໄດ້ຮັບການສະກັດກັ້ນ, ແກ້ໄຂຢ່າງຕໍ່ເນື່ອງ, ແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (ຄໍເຊັນເຕີ, ສະແກມເມີ) ສະກັດກັ້ນ-ແກ້ໄຂບັນຫາການຄ້າມະນຸດ, ການສວຍໃຊ້ສື່ສັງຄົມອອນລາຍໃນທາງບໍ່ຖືກຕ້ອງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ; ເອົາໃຈໃສ່ໃນການປ້ອງກັນ 3 ວັນປະຫວັດສາດ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ມີຄວາມສະຫງົບປອດໄພ 100%; ພ້ອມນັ້ນ, ຍັງໄດ້ເພີ່ມທະວີການພົວພັນຮ່ວມມືກັບກໍາລັງ ປກສ ບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດກຸ່ມອາຊຽນ ແລະ ບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນທົ່ວໂລກ ເຮັດໃຫ້ກຳລັງ ປກສ ປະຊາຊົນລາວ ມີບົດບາດພົ້ນເດັ່ນຂຶ້ນໃນເວທີສາກົນ.

ຜ່ານການປະຕິບັດໜ້າທີ່ຂອງກຳລັງ ປກສ ປະຊາຊົນ ຕະຫຼອດໄລຍະຜ່ານມາ, ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ກຳລັງ ປກສ ຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາ ສະພາບການຂອງໂລກ, ພາກພື້ນໄດ້ມີການຜັນແປຢ່າງສະຫຼັບສັບຊ້ອນ ສົ່ງຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ສະພາບພາຍໃນປະເທດ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານກໍຕາມ, ແຕ່ກຳລັງ ປກສ ພວກເຮົາກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນລາວໃຫ້ໜັກແໜ້ນ.

ກຳລັງ ປກສ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສ້າງເງື່ອນໄຂທີ່ເອື້ອອໍານວຍຄວາມສະດວກໃຫ້ປະເທດຊາດ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.

ຈາກຜົນສຳເລັດທີ່ພວກເຮົາຍາດມາໄດ້ໃນໄລຍະຜ່ານມານັ້ນ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກຢ່າງຖືກຕ້ອງ ທັງສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງ ປກສ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ມີຄວາມສາມັກຄີອັນເປັນປຶກແຜ່ນ ຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນທົ່ວກໍາລັງ ປກສ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສະແດງໃຫ້ເຫັນວ່າ ພາຍໃຕ້ການນຳພາຂອງພັກກຳລັງ ປກສ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ ເພື່ອກ້າວເດີນຕາມອຸດົມການສັງຄົມນິຍົມ ທີ່ພັກເຮົາໄດ້ກຳນົດໄວ້.

ສັງລວມແລ້ວ ເຫັນວ່າຕະຫຼອດໄລຍະ 65 ປີຜ່ານມາ, ພວກເຮົາໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງ ທີ່ພັກ- ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ, ມີກຽດສະຫງ່າຊຶ່ງເປັນພື້ນ ຖານອັນໜັກແໜ້ນ ໃນການປັບປຸງກໍ່ສ້າງກຳລັງ ປກສ ປະຊາຊົນໃຫ້ມີລະບຽບແບບແຜນ ແລະ ກ້າວສູ່ຄວາມທັນສະໄໝ.

ເພື່ອອະນາຄົດອັນສົດໃສຂອງປະເທດຊາດ ແລະ ຄວາມເຂັ້ມແຂງຂອງກຳລັງ ປກສ ພວກເຮົາ ຈົ່ງພ້ອມກັນເສີມຂະຫຍາຍທາດແທ້, ມູນເຊື້ອອົງອາດກ້າຫານ, ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນຫຍິ່ງໃຫຍ່ ທີ່ກຳລັງ ປກສ ປະຊາຊົນຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ,ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນຳພາກຳລັງກ້າວຂຶ້ນດ້ວຍທ່ວງທ່າໃໝ່ຢ່່າງໜັກແໜ້ນ ແລະ ເຂັ້ມ ແຂງຢ່າງບໍ່ຢຸດຢັ້ງ. ເພື່ອເປັນການສະເຫຼີມສະຫຼອງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ ປະ ຊາຊົນລາວ ຄົບຮອບ 65 ປີ; ພວກເຮົາໄດ້ຈັດຕັ້ງປະຕິບັດກິດຈະກຳທີ່ຕິດພັນກັບຂະບວນການຕ່າງໆ ແລະ ເນື້ອໃນສະເຫຼີມສະຫຼອງ ເປັນຕົ້ນ ການດຳເນີນຊີວິດການເມືອງທົ່ວກຳລັງ, ຂະບວນການເຄື່ອນໄຫວວິຊາສະເພາະ, ຂະ ບວນການສືບຕໍ່ແກ້ໄຂບັນຫາຢາເສບຕິດ, ເກັບກູ້ອາວຸດເສິກ, ຂະບວນການກິລາ, ສິລະປະວັນນະຄະດີ, ປະດັບປະດາກົມກອງ, ເຄື່ອນໄຫວປາຖະກະຖາຢູ່ບັນດາກະຊວງ-ອົງການ; ລົງພົບປະ ພະນັກງານປະຕິວັດອາວຸໂສບໍານານ, ອະ ດີດຄອບຄົວການນຳກະຊວງ, ລົງຢ້ຽມຢາມພະນັກງານທີ່ເຈັບປ່ວຍຢູ່ໂຮງໝໍ 5 ເມສາ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວນາຍ ແລະ ພົນຕຳຫຼວດທີ່ເສຍສະຫຼະຊີວິດ ແລະ ໄດ້ຮັບບາດເຈັບ ຈາກການປະຕິບັດໜ້າທີ່ໃນການແກ້ໄຂບັນຫາຢາເສບຕິດ; ໃນແຕ່ລະປີກໍໄດ້ຈັດຕັ້ງໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຢ່າງເປັນຂະບວນ ຟົດຟື້ນ ແລະ ມີເນື້ອໃນທີ່ມີຄວາມໝາຍສຳຄັນອັນເລິກເຊິ່ງ ສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນຳກະຊວງ, ບັນດານາຍ ແລະ ພົນຕຳຫຼວດ ທົ່ວກຳລັງ ປກສ ເພື່ອລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງການນໍາພັກ-ລັດ, ອະດີດນັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ເພື່ອປະຊາຊົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເປັນການຈາລຶກເຖິງບຸນຄຸນ-ຄຸນງາມຄວາມດີຂອງບັນດາທ່ານເຫຼົ່ານັ້ນ ຈາ ລຶກໄວ້ໃນປະຫວັດສາດ ແລະ ຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.

ຂໍອວຍພອນໄຊອັນປະເສີດແດ່ບັນດາທ່ານການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງສືບຕໍ່ນຳພາປະເທດຊາດ ກໍຄືກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ອວຍພອນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງ ປກສ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນອອກແຮງສູ້ຊົນ, ບຸກບືນເຮັດສໍາເລັດໜ້າທີ່ ແລະ ຍາດໄດ້ຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ອວຍພອນໃຫ້ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ອູ້ມຊູຊ່ວຍເຫຼືອກຳລັງ ປກສ ພວກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ນໍ້າໃຈວັນທີ 5 ເມສາ ໝັ້ນຢືນ !!

ຂ່າວ: ປກສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ເພີ່ມເຕີມ