70 ປີຊາວໜຸ່ມເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

70 ປີຊາວໜຸ່ມເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

70 ປີຊາວໜຸ່ມເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ
ໂດຍ: ພູວັນ ສະຫາຍມອນໄຊລາວມົວຊົ່ງກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານ ສຊປລ ໄດ້ໃຫ້ກຽດຖະແຫຼງຂ່າວວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ (14/4/1955-14/4/2025) ຂຶ້ນເມື່ອບໍ່ດົນມານີ້ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ)

 

ວ່າ: ໃນປີ 2025 ແມ່ນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງໃນຊີວິດການເມືອງ-ສັງຄົມຂອງປະເທດເຮົາທັງເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ພ້ອມກັນນີ້ໃນວັນທີ 22 ມີນາ2025ເປັນວັນຄົບຮອບ70ປີແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນທີ 14 ເມສາ2025ແມ່ນວັນຄົບຮອບ70 ປີແຫ່ງການສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມກັນນີ້ວັນທີ 2 ທັນວາປີ2025ທີ່ຈະມາເຖິງນີ້ເປັນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ50 ປີ.ເວົ້າສະເພາະສູນກາງຊາວໜຸ່ມແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຂອງພວກເຮົາໄດ້ພ້ອມກັນກະກຽມກອງປະຊຸມໃຫຍ່ຄັ້ງທີ IXຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວທົ່ວປະເທດທີ່ຈະເປີດຂຶ້ນໃນທ້າຍເດືອນຕຸລາ2025ນີ້.

ໃນໂອກາດນີ້,ສະຫາຍມອນໄຊລາວມົວຊົ່ງໄດ້ຍົກໃຫ້ເຫັນມູນເຊື້ອແລະຜົນງານຂອງຄະນະຊາວໜຸ່ມສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃນໄລຍະຜ່ານມາເປັນຕົ້ນການເສີມຂະຫຍາຍບົດບາດປະຈັນບານ, ນຳໜ້າເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວວິລະຊົນ, ຊາວໜຸ່ມໄດ້ພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດ, ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກໂດຍສະເພາະແມ່ນການສ້າງຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ຊາດ-ຕໍ່ພັກ, ຕັ້ງໜ້າພັດທະນາອົງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນແລະເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງແລະແບບແຜນດຳລົງຊີວິດທີ່ສອດຄ່ອງກັບຍຸກສະໄໝໂລກາພິວັດແລະເຊື່ອມໂຍງກັບສາກົນໂດຍຕິດພັນກັບການອະນຸລັກຮັກສາແລະເສີມຂະຫຍາຍສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສະກັດກັ້ນແລະຕ້ານທຸກປະກົດການຫຍໍ້ທໍ້ໃນສັງຄົມ, ພ້ອມກັນນີ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າຍັງໄດ້ສຸມໃສ່ພັດທະນາຄຸນນະພາບຊີວິດຂອງຕົນນັບມື້ນັບດີຂຶ້ນເພື່ອອຸທິດເຫື່ອແຮງສະຕິປັນຍາທັງໝົດຂອງຕົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຊາວໜຸ່ມ-ເຍົາວະຊົນໄດ້ພ້ອມກັນຄົ້ນຄວ້າຮໍ່າຮຽນຫາຄວາມຮູ້, ຄວາມສາມາດແລະປະດິດສ້າງ, ເປັນຕົ້ນແມ່ນທາງດ້ານເຕັກນິກວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝພ້ອມນັ້ນຄະນະຊາວໜຸ່ມແຕ່ລະຂັ້ນຍັງໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIIIຂອງຕົນປະຕິບັດຂໍ້ແຂ່ງຂັນ 4 ບຸກ, 9ໂຄງການຈຸດສຸມໃນການພັດທະນາຊາວໜຸ່ມ-ເຍົາວະຊົນແລະການຫັນລົງຮາກຖານປະຕິບັດຕາມທິດນຳ 3 ສ້າງຂອງພັກໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຕົນໄດ້ມີຜົນສໍາເລັດຢ່າງຈົບງາມຊຶ່ງທັງໝົດນີ້ແມ່ນມູນເຊື້ອອັນດີງາມພ້ອມທັງຜົນງານອັນຍິ່ງໃຫຍ່ຂອງຄະນະຊາວໜຸ່ມ, ຂອງສະມາຊິກຊາວໜຸ່ມ-ເຍົາວະຊົນບັນດາເຜົ່າທີ່ຍາດມາໄດ້ຕະຫຼອດ 5 ປີຜ່ານມາແລະມາຮອດປີນີ້ແມ່ນ 70 ປີທີ່ພັດທະນາການຈັດຕັ້ງຊາວໜຸ່ມໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ.

ຕະຫຼອດໄລຍະ70 ປີຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນມີຄວາມໝາຍສຳຄັນຍິ່ງຕໍ່ຂະບວນການລວມຂອງພັກ, ຂອງຊາດໃນການຈັດຕັ້ງປະຕິບັດມະຕິຄັ້ງທີX ຂອງພັກແລະມະຕິຄັ້ງທີ VIIIຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນລາວໃນຍຸກສະໄໝເປີດກວ້າງແລະເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການທົ່ວປະເທດພ້ອມນັ້ນໄດ້ສືບຕໍ່ສຶກສາອົບຮົມຊາວໜຸ່ມເປັນຕົ້ນທາງດ້ານການເມືອງແນວຄິດ, ການປັບປຸງກໍ່ສ້າງການຈັດຕັ້ງຂອງຊາວໜຸ່ມແລະເຍົາວະຊົນ, ການຈັດຕັ້ງປະຕິບັດການນຳພາຊາວໜຸ່ມເຂົ້າສູ່ຂະບວນການຕ່າງໆ, ການປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ, ຕີລາຄາຄືນວຽກງານສົ່ງເສີມວິຊາຊີບ, ວຽກງານກວດກາຄະນະຊາວໜຸ່ມແລະວຽກງານພົວພັນຮ່ວມມືທັງພາຍໃນແລະຕ່າງປະເທດ. ໃນນີ້, ຍັງຈະໄດ້ຕີລາຄາຄືນຕໍ່ການຈັດຕັ້ງປະຕິບັດວຽກງານຫັນລົງຮາກຖານ, ຕາມທິດນຳ 3 ສ້າງຂອງພັກ, ການຈັດຕັ້ງປະຕິບັດ9 ໂຄງການຈຸດສຸມຄື: (ໂຄງການສ້າງກຸ່ມວິຊາຊີບໃຫ້ແກ່ຊາວໜຸ່ມຕົວແບບ, ໂຄງການຝຶກອົບຮົມວິຊາຊີບໃຫ້ແກ່ຊາວໜຸ່ມຊົນນະບົດ, ໂຄງການສົ່ງເສີມພອນສະຫວັນແລະຫົວຄິດປະດິດສ້າງ, ໂຄງການຝຶກອົບຮົມຄວາມຮູ້ທົ່ວໄປແລະການເມືອງໃຫ້ຊາວໜຸ່ມນອກໂຮງຮຽນ, ໂຄງການສ້າງສະຫະພັນຊາວໜຸ່ມແລະໂຄງການສ້າງກອງທຶນພັດທະນາຊາວໜຸ່ມ. ໂດຍສະເພາະແມ່ນເລັ່ງໃສ່ວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ມີປະສິດທິຜົນສູງກວ່າເກົ່າ, ປັບປຸງກົງຈັກການຈັດຕັ້ງຄະນະຊາວໜຸ່ມໃຫ້ໝັກແໜ້ນເຂັ້ມແຂງ, ດຳເນີນການສຳຫຼວດກວດກາສະພາບຄວາມມຸ້ງມາດປາຖະໜາອັນຊອບທຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ, ຊຸກຍູ້ຂະບວນການແຂ່ງຂັນຂອງຊາວໜຸ່ມ-ເຍົາວະຊົນໃຫ້ຟົດຟື້ນກວ່າເກົ່າ, ປັບປຸງວຽກງານກວດກາຂອງຄະນະຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ພົວພັນຮ່ວມມືທັງພາຍໃນແລະຕ່າງປະເທດໃຫ້ກວ້າງຂວາງແລະມີປະສິດທິຜົນກວ່າເກົ່າ.

ໂອກາດນີ້, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງຊາວໜຸ່ມ, ສະມາຊິກຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າສະແດງຄວາມເຄົາລົບແລະຮູ້ບຸນຄຸນອັນສູງສົ່ງມາຍັງຜູ້ນຳພັກ-ລັດຊຶ່ງຍາມໃດກໍໄດ້ສ້າງກາລະໂອກາດ, ສ້າງເງື່ອນໄຂໃນການສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນຜູ້ສືບທອດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານທັງສ້າງຄວາມເຊື່ອໝັ້ນແລະຖືສຳຄັນຕໍ່ອົງການຈັດຕັ້ງຊາວໜຸ່ມ, ຕໍ່ສະມາຊິກຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າໃນການເປັນຜູ້ສືບທອດທີ່ດີຂອງພັກ, ຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າໃນການຄົ້ນຄວ້າຮໍ່າຮຽນປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດເພື່ອເຮັດໃຫ້ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງປະຊາຊົນມີຄວາມຜາສຸກສັງຄົມມີຄວາມປອງດອງຍຸຕິທຳແລະສີວິໄລ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ