76 ປີມີໄຊ ກົມໃຫຍ່ເສນາທິການກອງທັບ

76 ປີມີໄຊ ກົມໃຫຍ່ເສນາທິການກອງທັບມີຜົນງານພົ້ນເດັ່ນຫຼາຍດ້ານ

76 ປີມີໄຊ ກົມໃຫຍ່ເສນາທິການກອງທັບມີຜົນງານພົ້ນເດັ່ນຫຼາຍດ້ານ
ໂດຍ:ບຸນອູ້ມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2025) ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ ວັນທີ 20 ມັງກອນ 1949 ກອງລາດສະວົງ

 

 (ຊຶ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນໂດຍແມ່ນປະທານໄກສອນ ພົມວິຫານເປັນຜູ້ກໍ່ຕັ້ງທັງເປັນຜູ້ນຳພາ ແລະ ບັນຊາໂດຍກົງ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບສັດຕູຜູ້ຮຸກຮານທີ່ມີກໍາລັງແຮງເໜືອກ່ວາຕັ້ງຫຼາຍເທົ່າ ບໍ່ວ່າທາງດ້ານເສດຖະກິດ-ການເງິນ, ກໍາລັງພົນ, ພາຫະນະ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ, ກອງທັບເຮົາໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນບັນດາເຜົ່າຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ແລະ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.

ສໍາລັບກົມໃຫຍ່ເສນາທິການກອງທັບ, ກ່ອນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວເອີ້ນວ່າ: ກອງບັນຊາການສູງສຸດພາຍຫຼັງປົດປ່ອຍປະເທດຊາດສໍາເລັດ ມາຮອດໄລຍະສ້າງສາພັດທະນາປະເທດຊາດ ຈຶ່ງໄດ້ປ່ຽນຊື່ມາເປັນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວຊຶ່ງເປັນກົງຈັກການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານຈາກກະຊວງປ້ອງກັນປະເທດ, ເປັນເສນາທິການໃຫ້ແກ່ລັດຖະບານໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ເປັນກໍາລັງຫຼັກແຫຼ່ງຮອບດ້ານໃນການຊີ້ນໍາ-ບັນຊາກໍາລັງປະກອບອາວຸດປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະເທດຊາດມີຄວາມສະຫງົບໂດຍພື້ນຖານ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນເສນາທິການໃນການຄົ້ນຄວ້າ, ວາງແຜນຍຸດທະສາດວຽກງານປ້ອງກັນຊາດ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານອົບຮົມ-ຫັດແອບກຽມພ້ອມສູ້ຮົບ, ສູ້ຮົບມີໄຊ. ນອກນັ້ນ, ຍັງໄດ້ຖືສໍາຄັນວຽກງານແກ້ໄຂຊີວິດການເປັນຢູ່ຕາມທິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ, ປົກປັກຮັກສາພາຫະນະອາວຸດຍຸດໂທປະກອນ ຕາມການປະກອບຂອງກອງທັບ ແລະ ວຽກງານພົວພັນຕ່າງປະເທດ ຕາມແນວທາງການທະຫານຂອງພັກວາງອອກ.

ຕະຫຼອດໄລຍະ 76 ປີຜ່ານການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ກົມໃຫຍ່ເສນາທິການກອງທັບໄດ້ພ້ອມກັບປະຊາຊົນບັນດາເຜົ່າ ຜ່ານຜ່າແປວໄຟສົງຄາມຢ່າງລະອິດລະອ້ຽວ, ລຳບາກກາກກຳ ແລະ ທໍລະຫົດອົດທົນ ສາມາດສ້າງໄດ້ຜົນງານອັນໃຫຍ່ຫຼວງຫຼາຍດ້ານພົ້ນເດັ່ນກວ່າໝູ່ແມ່ນຍັງສືບຕໍ່ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະເທດຊາດມີຄວາມສະຫງົບຄວາມປອດໄພໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພັກ-ລັດຖະບານ ແລະ ປະຊາຊົນບັນດາເຜົ່າເຊື່ອໝັ້ນໄວ້ວາງໃຈຕໍ່ການຊີ້ນໍາ-ບັນຊາຂອງກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ເສນາທິການກອງທັບຕະຫຼອດມາ.

ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງປັດຈຸບັນ, ໄດ້ຕີທັບມ້າງກົນອຸບາຍບຽດຢຶດຊາຍແດນຂອງອິດທິກຳລັງປະຕິການຂວາຈັກໄທ ບຽດຢຶດດອນຊິງຊູ້-ດອນສັງຄີໃນປີ 1978-1979, ຕີຂັບໄລ່ບຽດຢຶດຊາຍແດນຂອງກໍາລັງປະຕິການຂວາຈັກໄທຢູ່ 3 ໝູ່ບ້ານຂອງເມືອງປາກລາຍ ແລະ ຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີໃນປີ 1987-1988 ຍາດໄດ້ໄຊຊະນະຢ່າງສົມກຽດ, ໄດ້ເປັນເຈົ້າການບັນຊາໂດຍກົງ ກຳລັງສະກັດກັ້ນ ແລະ ຕີກໍາລັງພວກກອງປັ່ນລະດົມຂ້າມຊາດຢູ່ດ່ານວັງເຕົາ ເມືອງໂພນທອງ ແຂວງຈຳປາສັກໃນປີ 2000, ໄດ້ເປັນເຈົ້າການຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນເຂດໃຈກາງແກ້ໄຂກຳລັງພັດຖິ່ນ ແລະ ແກ້ໄຂໜໍ່ແໜງກຸ່ມຄົນເລື່ອນລອຍຢູ່ເຂດຫ່າງໄກສອກຫຼີກ. ມາຮອດປັດຈຸບັນມີຄວາມສະຫງົບໂດຍພື້ນຖານ, ພິເສດໄດ້ປະສານສົມທົບກັບຝ່າຍກຳປູເຈຍແກ້ໄຂບັນຫາຊາຍແດນຢ່າງສັນຕິ, ສຸມໃສ່ຊີ້ນໍາການກໍ່ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ບັນດາຈຸດສຸມຕ່າງໆຢູ່ລຽບຕາມຊາຍແດນ, ເຂດໃຈກາງ ແລະ ບັນດາແຂວງຕາມການມອບໝາຍຂອງລັດຖະບານ ກໍຄືກະຊວງປ້ອງກັນປະເທດມອບໝາຍໃຫ້ມີການພັດທະນາເປັນກ້າວໆ, ເອົາໃຈໃສ່ຊີ້ນໍາປັບປຸງກໍ່ສ້າງກໍາລັງນັບມື້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ເປັນກຳລັງຫຼັກແຫຼ່ງທີ່ແໜ້ນແກ່ນໃຫ້ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າຕະຫຼອດມາ, ເປັນເຈົ້າການຕັ້ງໜ້າຝຶກແອບຮໍ່າຮຽນການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ, ປັບປຸງລະບຽບແບບແຜນຕາມທິດສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນທັນສະໄໝ.

ໃນປີ 2024 ຜ່ານມາ ສິ່ງທີ່ໜ້າເພິ່ງພໍໃຈ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ກອງປະຊຸມອາຊຽນບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆ, ສໍາລັບກອງທັບປະຊາຊົນລາວກໍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຜູ້ບັນຊາການທະຫານບົກອາຊຽນຄັ້ງທີ 21, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກມີຜົນສໍາເລັດອັນຈົບງາມໄດ້ຮັບການຍ້ອງຍໍສັນລະເສີນຈາກບັນດາປະເທດອາຊຽນ-ອາຊຽນບວກ ເຮັດໃຫ້ບົດບາດຂອງ ສປປ ລາວ, ກອງທັບປະຊາຊົນລາວສູງຂຶ້ນໃນເວທີພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວໝູນວຽນມາບັນຈົບຄົບຮອບ 76 ປີນີ້, ຕາງໜ້າໃຫ້ຄະນະນໍາກົມໃຫຍ່ເສນາທິການກອງທັບຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານ-ນັກຮົບໃນທົ່ວກອງທັບ, ຈົ່ງມີສຸຂະພາບແຂງແຮງ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງແຕ່ລະສະຫາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ