ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ທົ່ງມີໄຊ

9 ເດືອນ ເມືອງ ທົ່ງມີໄຊ ເກັບລາຍຮັບໄດ້ລື່ນແຜນການ 32.84%

9 ເດືອນ ເມືອງ ທົ່ງມີໄຊ ເກັບລາຍຮັບໄດ້ລື່ນແຜນການ 32.84%
ໃນວັນທີ 16 ພະຈິກຜ່ນມາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ທົ່ງມີໄຊ,

 ໂດຍມີ ທ່ານ ກາວີ ເກດດົມລິ ເຈົ້າເມືອງ ທົ່ງມີໄຊ, ມີການນໍາຫຼັກແຫ່ງຂອງເມືອງໃຫ້ການຕ້ອນຮັບ.

ທ່ານ ເຈົ້າເມືອງ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຕົ້ນປີ 2024ຜ່ານມາ ເມືອງແມ່ນໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍເລັ່ງໃສ່ຊຸກຍູ້ໃຫ້ປະຊາຊົນຜະລິດເປັນສິນຄ້າໃຫ້ຫຼາຍເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດປະເພດຕ່າງໆ, ພ້ອມດຽວກັນຍັງໄດ້ເອົາໃຈໃສ່ໃນການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1,684 ລ້ານກວ່າກີບ, ລື່ນແຜນການ 32.84%, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 57.71%. ໃນນີ້: ຮັບຈາກອາກອນ 1,665 ລ້ານກວ່າກີບ ແລະ ຮັບຈາກຊັບສິນ 18 ລ້ານກວ່າກີບ. ດ້ານລາຍຈ່າຍປະຕິບັດໄດ້ 1,499 ລ້ານກວ່າກີບ ເທົ່າກັບ 70.59% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນລຸດລົງ 29.41%. ນອກນີ້, ຍັງໄດ້ເອົາໃຈໃສ່ປັບປຸງຕາໜ່າງເສັ້ນທາງຄົມມະນາຄົມຢູ່ພາຍໃນເມືອງ, ເປັນຕົ້ນແມ່ນ ເສັ້ນທາງລະຫວ່າງ ເມືອງ ຫາ ເມືອງ, ເມືອງ ຫາ ບ້ານ ແມ່ນໄດ້ຮັບການປັບປຸງ ແລະ ຍົກລະດັບໃຫ້ດີຂຶ້ນ ສາມາດທຽວໄດ້ 2 ລະດູ, ເຮັດໃຫ້ການໄປ-ມາ ແລະ ຂົນສົ່ງສິນຄ້າກະສິກໍາໄດ້ສະດວກ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງສືບຕໍ່ເອົາໃຈໃສ່ເພີ່ມທະວີສືກສາອົບຮົມການເມືອງແນວຕິດໃຫ້ພະນັກງານ-ນັກຮົບ, ປະຊາຊົນບັນດາເຜົ່າໃຫ້ເຖິງຖອງຕົວຈິງ, ສືບຕໍ່ນໍາເອົາກໍາລັງປະກອບອາວຸດລົງປະຈໍາຢູ່ບ້ານລຽບຊາຍແດນເພື່ອປັບປຸງຮາກຖານໃຫ້ເຂັ້ມແຂງ ແລະ ເປັນການປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າມາກໍ່ຄວາມບໍ່ສະຫງົບໄດ້, ສືບຕໍ່ຕິດຕາມ ແລະ ຊຸກຍູ້ການເກັບກູ້ພືດລະດູປີຂອງປະຊາຊົນ ພ້ອມທັງຊຸກຍູ້ການປູກພືດເປັນສິນຄ້າໃນລະດູແລ້ງ, ສືບຕໍ່ຍູ້ຂະບວນການຕ່າງໆເປັນຕົ້ນແມ່ນໂຄງການຍົກລະດັບເສັ້ນທາງ, ໂຄງການກໍ່ສ້າງອ່າງນໍ້າປະປາໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ເອົາໃຈໃສ່ກະກຽມກອງປະຊຸມໃຫຍ່ຂອງເມືອງຮັບປະກັນໃຫ້ໄດ້ດ້ານເນື້ອໃນ, ຂະບວນການປິ່ນອ້ອມ ແລະ ບຸກຄະລາກອນ. ຈາກນັ້ນ ທີມງານຂອງທ່ານເຈົ້າແຂວງກໍໄດ້ລົງເບິ່ງໂຄງການຍົກລະດັບເສັ້ນທາງ, ໂຄງການກໍ່ສ້າງອ່າງນໍ້າປະປາ, ຢ້ຽມຢາມອ້າຍນ້ອງທະຫານຊາຍແດນທີ່ປະຈໍາການຢູ່ປ່ອມຊາຍແດນ ແລະ ໄດ້ມອບໄຟຟ້າແສງຕາເວັນໃຫ້ປ່ອມຊາຍແດນຈໍານວນ 5 ຊຸດ.

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາ​ທາ​ລະນ​­ະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ­​ນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະ​ທ່ານ​ນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຮ່ວມກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຄະນະແພດສາດ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືແຜນງານ, ບົດສະຫຼຸບນະໂຍບາຍຄູ່ມື ແລະ ການແນະນຳໃນການປ້ອງກັນ ແລະ ຫຼຸດ ຜ່ອນພາວະເລືອດຈາງໃນແມ່ຍິງ, ແມ່ຍິງຖືພາ, ໄວໜຸ່ມ ແລະ ເດັກໃນ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານນາງ ວຽງສາຄອນ ຫຼວງພະເດດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູທີ່ການ, ທ່ານ ອາລົງກອນ ເພັງສະຫວັນ ຄະນະບໍດີ ຄະນະແພດສາດກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
​  ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

​ ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ໃນວັນທີ 26 ມັງກອນນີ້, ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອຂຶ້ນ, ຊຶ່ງເປັນຕາແສງ ທຳອິດ ຂອງເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ ເຂົ້າຮ່ວມ.
ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ (ສປສສ) ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22ປີ ແລະ ກອງປະຊຸມໂຄສະນາເຜີຍແຜ່ຕິດຕາມ,ຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ, ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງສານປະຊາຊົນຂຶ້ນໃນວັນທີ26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ປະທານຄະນະກວດກາພັກ ເລຂາໜ່ວຍພັກກົມກວດກາ ສປສສ.
180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເພີ່ມເຕີມ