9 ເສັ້ນທາງຢູ່ນະຄອນຫຼວງວຽງຈັນກຽມຄວາມພ້ອມປັບປ່ຽນທິດທາງການສັນຈອນໃໝ່

9 ເສັ້ນທາງຢູ່ນະຄອນຫຼວງວຽງຈັນກຽມຄວາມພ້ອມປັບປ່ຽນທິດທາງການສັນຈອນໃໝ່
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈາກ 3 ຕົວເມືອງໃນນະຄອນຫຼວງວຽງຈັນຄື: ເມືອງສີໂຄດຕະບອງ, ຈັນທະບູລີ, ເມືອງສີສັດຕະນາກ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບການຝຶກອົບຮົບເພື່ອກຽມຄວາມພ້ອມໃນການປັບປ່ຽນທິດທາງ ເສັ້ນທາງການສັນຈອນໃນຕົວເມືອງນະຄອນຫຼວງວຽງຈັນພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT)ຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສານີ້ ທີ່ໂຮມແຮມດອນຈັນພາເລດນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ(ນວ).
ການຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ໃຫ້ເຈົ້າໜ້າທີ່ທຸກຄົນເຂົ້າໃຈເນື້ອໃນ ແລະ ຄວາມເປັນເອກະພາບກ່ຽວກັບຮູບແບບ, ວິທີການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດການປ່ຽນທິດທາງການສັນຈອນຕາມແຈ້ງການຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນໃຫ້ມີປະສິດທິຜົນຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ, ການນໍາສະເໜີແຜນຄຸ້ມຄອງການສັນຈອນ ແລະ ຄາດໝາຍຈັດຕັ້ງປະຕິບັດໃນຕໍ່ໜ້າ. 
ທ່ານບຸນຍະວັດ ນີຣະໄຊຍ໌ ກ່າວວ່າ:ການຝຶກອົບຮົມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນທີ່ສຸດ ເພື່ອກະກຽມປັບປ່ຽນລະບົບການຈະລາຈອນຄືນໃໝ່ ແລະ ກຽມພ້ອມສໍາລັບການປ່ຽນໂສມໜ້າໃໝ່ຂອງນະຄອນຫຼວງວຽງຈັນ. ພາຍຫຼັງການຝຶກອົບຮົມເຈົ້າໜ້າທີ່ກ່ຽວຂ້ອງ ກໍຄືທຸກຄົນທີ່ເຂົ້າຮ່ວມຕ້ອງເຂົ້າໃຈດ້ວຍຄວາມເປັນເອກະພາບສາມາດອະທິບາຍໃຫ້ຄອບຄົວ ແລະ ສັງຄົມໄດ້ຢ່າງຖືກຕ້ອງ ເພື່ອບໍ່ໃຫ້ມີຫາງສຽງຈົ່ມວ່າຂອງປະຊາຊົນ. ສໍາລັບແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບລົງວັນທີ 27 ກັນຍາ ກ່ຽວກັບການປ່ຽນທິດທາງການສັນຈອນຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ ຊຶ່ງເປັນແຈ້ງການສະບັບທຳອິດ ທີ່ຜັນຂະຫຍາຍແຜນຄຸ້ມຄອງການສັນຈອນ ແລະ ເປັນຂີດໝາຍສໍາຄັນນໍາພາໃຫ້ມີການຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດຈະລາຈອນໃນຄັ້ງນີ້. ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນປະກອບດ້ວຍ 5 ໜ້າວຽກໃຫຍ່ຄື: 1) ສ້າງຕັ້ງໜ່ວຍງານຄຸ້ມຄອງການຂົນສົ່ງໃນຕົວເມືອງ; 2) ປັບປຸງຂອດບໍລິການຂົນສົ່ງສາທາລະນະ ແລະ ລະບົບລົດເມ BRT; 3) ລະບົບຄຸ້ມຄອງການສັນຈອນ; 4) ການຈັດສັນບ່ອນຈອດລົດ ແລະ 5) ການຂົນສົ່ງບໍ່ມີເຄື່ອງຈັກ (non-motorized transit).
ແຜນຄຸ້ມຄອງການສັນຈອນ ສ້າງຂຶ້ນເພື່ອຮອງຮັບການພັດທະນາລະບົບຂົນສົ່ງລົດເມ BRT ແລະ ການສ້າງສະຖານີໃຫຍ່ (Transit Mall) ຢູ່ຖະໜົນເສດຖາທິຣາດເລີ່ມແຕ່ສາມແຍກໄຟແດງຂຸນບູລົມ (ວັດອິນແປງ) ເຖິງຮ້ານອາຫານຂອບໃຈເດີໄລຍະທາງ 600 ແມັດ. ດ້ວຍເຫດນັ້ນ, ການສັນຈອນໃນເຂດເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກທັງໝົດ 9 ເສັ້ນທາງຕົ້ນຕໍຈຶ່ງຕ້ອງໄດ້ມີການປັບປ່ຽນທິດທາງການສັນຈອນຮັບປະກັນຄວາມໂລ່ງລຽນ ແລະປອດໄພ.ສໍາລັບ 9 ເສັ້ນທາງທີ່ມີການປ່ຽນແປງທິດທາງສັນຈອນໃໝ່ລວມມີ: ເສັ້ນທາງແຄມຂອງຈາກສີ່ແຍກປາກປ່າສັກຮອດທາດຂາວ; ຖະໜົນເຈົ້າຟ້າງຸ່ມຈາກສີ່ແຍກປາກປ່າສັກຮອດທາດຂາວ; ຖະໜົນສີຖານຈາກຖະໜົນເສດຖາທິຣາດຮອດສີ່ແຍກປາກປ່າສັກ; ຖະໜົນຂຸນບູລົມຈາກວົງວຽນແຄມຂອງ ຮອດ ຖະໜົນສາມແສນໄທ; ຖະໜົນເຈົ້າອານຸຈາກຖະໜົນຂຸນບູລົມຮອດເຈົ້າຟ້າງຸ່ມ; ຖະໜົນຟຣານຊິສອິນ ຈາກ ເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ; ຖະໜົນໜໍ່ແກ້ວຂຸນແມນ ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ; ຖະໜົນແມ່ນທາທຸຣາດ ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ ແລະ ຖະໜົນຕໍ່ໜ້າສະຖານທູດຝຣັ່ງ ຈາກ ຖະໜົນເສດຖາທິຣາດຫາຖະໜົນຄູວຽງ.
ສຳລັບການເລີ່ມຈັດຕັ້ງປະຕິບັດປ່ຽນທິດທາງການສັນຈອນນັ້ນ ແມ່ນຍັງບໍ່ທັນໄດ້ກຳນົດເທື່ອ. ປັດຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງ ພວມຂຸ້ນຂ້ຽວປັບປຸງໂຄງລ່າງເສັ້ນທາງ ເປັນຕົ້ນແມ່ນການປູຢາງອາສະຟານ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນໃຫ້ສຳເລັດຄົບຊຸດ. ນອກນັ້ນ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຍັງຈະໄດ້ສົມທົບກັບພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລົງເຜີຍແຜ່ໂຄສະນາໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ